ການຊຳລະສະສາງດ້ວຍເງິນຢວນຂ້າມຊາດ ຢືນຢູ່ແຖວໜ້າ ໃນອິນໂດເນເຊຍ 11 ປີລຽນຕິດ

11/07/2025 14:55
Email Print 514
ຂປລ ໜ່ວຍບໍລິການ East Building ທີ່ຂຶ້ນກັບ ທະນາຄານຈີນ ສາຂາ ຈາກາຕາ ປະເທດ ອິນໂດເນເຊຍ ໄດ້ຈັດພິທີ ສະເຫລີມ ສະຫລອງ ການເປີດ ບໍລິການ ຄືນໃໝ່ ພາຍຫລັງ ໄດ້ຮັບການປັບປຸງ ຄືນໃໝ່.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ໜ່ວຍບໍລິການ East Building ທີ່ຂຶ້ນກັບ ທະນາຄານຈີນ ສາຂາ ຈາກາຕາ ປະເທດ ອິນໂດເນເຊຍ ໄດ້ຈັດພິທີ ສະເຫລີມ ສະຫລອງ ການເປີດ ບໍລິການ ຄືນໃໝ່ ພາຍຫລັງ ໄດ້ຮັບການປັບປຸງ ຄືນໃໝ່. ຈາກນັ້ນ ທ່ານ ຊຸນຊ້າງປິ່ນ ຜູ້ອໍານວຍການໃຫຍ່ ທະນາຄານຈີນ ສາຂາ ຈາກາຕາ ໃຫ້ຮູ້ວ່າ: ໃນຊຸມປີ ຜ່ານມານີ້, ທະນາຄານຈີນ ໄດ້ປະກອບສ່ວນ ເຂົ້າໃນການຊຸກຍູ້ ການຮ່ວມມື ດ້ານການທະນາຄານ ລະຫວ່າງ ສປ ຈີນ-ອິນໂດເນເຊຍ ຢ່າງຕັ້ງໜ້າ, ໂດຍໄດ້ຊຸກຍູ້ ການພັດທະນາ ທຸລະກໍາ ກ່ຽວກັບ ເງິນຢວນ ໃນອິນໂດເນເຊຍ, ປັດຈຸບັນ ມີຄັງເງິນຢວນ ໃຫຍ່ທີ່ສຸດ ໃນອິນໂດເນເຊຍ, ທັງເປັນ ທະນາຄານ ທີ່ສະໜອງ ເງິນຢວນ ທີ່ເປັນເງິນສົດ ໃຫຍ່ທີ່ສຸດ ໃນອິນໂດເນເຊຍ, ນອກນີ້, ຈໍານວນ ແລະ ຍອດມູນຄ່າ ການຊໍາລະ ສະສາງ ດ້ວຍເງິນຢວນ ຂອງ ທະນາຄານຈີນ ສາຂາ ຈາກາຕາ ຄອງອັນດັບໜຶ່ງ ໃນຕະຫລາດມາ ໂດຍຕະຫລອດ, ຂະນະທີ່ ການຊໍາລະສະສາງ ດ້ວຍເງິນຢວນ ຂ້າມຊາດ ເປັນອັນດັບໜຶ່ງ ໃນຕະຫລາດ ເປັນເວລາ 11 ປີລຽນຕິດ ແລະ ໄດ້ກາຍເປັນ ຊ່ອງທາງ ຕົ້ນຕໍ ສໍາລັບ ການດໍາເນີນ ທຸລະກໍາ ກ່ຽວກັບ ເງິນຢວນ ຂອງອິນໂດເນເຊຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top