ສສ ຫວຽດນາມ ຊຸກຍູ້ການຮ່ວມມືຮອບດ້ານ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື

11/07/2025 15:13
Email Print 529
ຂປລ ໂດຍສືບຕໍ່ ການເຄື່ອນໄຫວຢູ່ ກອງປະຊຸມ ລັດຖະມົນຕີ ການຕ່າງປະ ເທດ ອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມ ທີ່ກ່ຽວຂ້ອງ ຢູ່ ນະຄອນຫລວງ ກົວລາລຳເປີ(Kuala Lumpur)ຂອງມາເລເຊຍ ໃນລະຫວ່າງ ວັນທີ 8–11 ກໍລະກົດນີ້

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ,ໂດຍສືບຕໍ່ ການເຄື່ອນໄຫວຢູ່ ກອງປະຊຸມ ລັດຖະມົນຕີ ການຕ່າງປະ ເທດ ອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມ ທີ່ກ່ຽວຂ້ອງ ຢູ່ ນະຄອນຫລວງ ກົວລາລຳເປີ(Kuala Lumpur)ຂອງມາເລເຊຍ ໃນລະຫວ່າງ ວັນທີ 8–11 ກໍລະກົດນີ້, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ເຂົ້າຮ່ວມ ບັນດາກອງປະຊຸມ ລັດຖະມົນຕີ ອາຊຽນ+1 ກັບບັນ ດາຄູ່ຮ່ວມມື ຍີ່ປຸ່ນ, ຣັດເຊຍ, ສ.ເກົາຫລີ, ສ.ອາເມລິກາ ແລະ ກອງປະຊຸມ ລັດຖະມົນຕີ ອາຊຽນ + 3.ຈາກນັ້ນ ທ່ານ ບຸຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ໄດ້ກ່າວເນັ້ນໜັກເຖິງ ຄວາມສຳຄັນ ຂອງການຊຸກຍູ້ ການຮ່ວມມື ຮອບດ້ານ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື, ຕິດພັນ ກັບວິໄສທັດ ປະຊາຄົມ ອາຊຽນ 2045 ຢ່າງແໜ້ນແຟ້ນ. ໃນສະພາບການສາກົນ ແລະ ພາກພື້ນມີການຜັນແປ ຫລາຍຢ່າງ ພ້ອມທັງ ສະເໜີ ບັນດາປະເທດ ຊຸກຍູ້ການໂອ້ລົມ ສົນທະນາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ສ້າງໂຄງປະກອບ ພາກພື້ນ ກວມລວມ, ໂປ່ງໄສ, ບົນພື້ນຖານ ກົດໝາຍສາກົນດ້ວຍ ອາຊຽນຢູ່ທີ່ຕັ້ງໃຈກາງ ແລະ ເພີ່ມທະວີ ການຮ່ວມມື ໃນການຮັບມືກັບ ບັນດາສິ່ງທ້າທາຍແບບໃໝ່. ສສ ຫວຽດນາມ ຢັ້ງຢືນຫລັກໝັ້ນ ຫລັກການຂອງ ອາຊຽນ ໃນບັນດາບັນຫາສາກົນ, ພາກພື້ນ ຄືທະເລຈີນໃຕ້, ແຫລມເກົາຫລີ; ສະເໜີ ບັນດາຄູ່ຮ່ວມມື ສະໜັບ ສະໜູນ ຄວາມມານະພະຍາຍາມ ສ້າງທະເລ ຈີນໃຕ້ ແມ່ນເຂດທະເລຂອງສັນຕິພາບ, ມີສະຖຽນລະພາບ, ມີການຮ່ວມມື ແລະ ພັດທະນາ ແບບຍືນຍົງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top