ຂປລ
ຜູ້ທີ່ຖືໜັງສືຜ່ານແດນ ລັດຖະການ ແລະ ໜັງສືຜ່ານແດນ ທົ່ວໄປ ຂອງ ສປ ຈີນ ທີ່ຍັງຢູ່ໃນອາຍຸ ນຳໃຊ້ ພ້ອມທັງ ໜັງສືຜ່ານແດນ ທົ່ວໄປ ຂອງມາເລເຊຍ ທີ່ຍັງຢູ່ໃນອາຍຸນຳໃຊ້, ຖ້າມີຈຸດປະສົງ ເພື່ອການທ່ອງທ່ຽວ ແລະ ອື່ນໆ ເມື່ອເຂົ້າອອກເມືອງ ຫລື ຜ່ານແດນ ຂອງກັນແລະກັນ ໂດຍພັກເຊົາ ບໍ່ເກີນ 30 ວັນ ແລະ ພາຍໃນ 180 ວັນ ນັບລວມແລ້ວ ພັກເຊົາບໍ່ເກີນ 90 ວັນ ສາມາດຍົກເວັ້ນວີຊາໄດ້.

ຂປລ.ຕາມຂ່າວຈາກ CGTN, ຜູ້ທີ່ຖືໜັງສືຜ່ານແດນ ລັດຖະການ ແລະ ໜັງສືຜ່ານແດນ ທົ່ວໄປ ຂອງ ສປ ຈີນ ທີ່ຍັງຢູ່ໃນອາຍຸ ນຳໃຊ້ ພ້ອມທັງ ໜັງສືຜ່ານແດນ ທົ່ວໄປ ຂອງມາເລເຊຍ ທີ່ຍັງຢູ່ໃນອາຍຸນຳໃຊ້, ຖ້າມີຈຸດປະສົງ ເພື່ອການທ່ອງທ່ຽວ ແລະ ອື່ນໆ, ເມື່ອເຂົ້າອອກເມືອງ ຫລື ຜ່ານແດນ ຂອງກັນແລະກັນ ໂດຍພັກເຊົາ ບໍ່ເກີນ 30 ວັນ ແລະ ພາຍໃນ 180 ວັນ ນັບລວມແລ້ວ ພັກເຊົາບໍ່ເກີນ 90 ວັນ ສາມາດຍົກເວັ້ນວີຊາໄດ້. ວັນທີ 16 ເມສາປີ 2025, ສປ ຈີນ ແລະ ມາເລເຊຍ ໄດ້ລົງນາມໃນສັນຍາ ວ່າດ້ວຍ ການຍົກເວັ້ນວີຊາ ເຊິ່ງກັນ ແລະ ກັນ ລະຫວ່າງ ສອງປະເທດ. ວັນທີ 17 ກໍລະກົດນີ້, ສັນຍາວ່າດ້ວຍ ການຍົກເວັ້ນວີຊາ ເຊິ່ງກັນ ແລະ ກັນ ລະຫວ່າງ ສປ ຈີນ-ມາເລເຊຍ ໄດ້ມີຜົນບັງຄັບໃຊ້ ຢ່າງເປັນທາງການ ເຊິ່ງໝາຍຄວາມວ່າ ສປ ຈີນ ແລະ ມາເລເຊຍ ໄດ້ກ້າວເຂົ້າສູ່ “ຍຸກບໍ່ມີວີຊາ” ຢ່າງເປັນທາງການ.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL