ຂປລ
ຂປລ. ບໍລິສັດທາງລົດໄຟ ລາວ-ຈີນ ຈະຫລຸດຄ່າບໍລິການເກັບປີ້ ຍານພາຫະນະ(ລົດໃຫຍ່) ເຂົ້າ-ອອກ ສະຖານີລົດໄຟ ຈາກລາຄາປົກກະຕິ 10.000 ກີບ ມາເປັນ 5.00 ກີບຕໍ່ຄັນ ເພື່ອໃຫ້ມີຄວາມສອດຄ່ອງ ແລະ ສົມເຫດສົມຜົນ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດໃນໄວໆນີ້.

ຂປລ. ບໍລິສັດທາງລົດໄຟ ລາວ-ຈີນ ຈະຫລຸດຄ່າບໍລິການເກັບປີ້ ຍານພາຫະນະ(ລົດໃຫຍ່) ເຂົ້າ-ອອກ ສະຖານີລົດໄຟ ຈາກລາຄາປົກກະຕິ 10.000 ກີບ ມາເປັນ 5.00 ກີບຕໍ່ຄັນ ເພື່ອໃຫ້ມີຄວາມສອດຄ່ອງ ແລະ ສົມເຫດສົມຜົນ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດໃນໄວໆນີ້.
ທ່ານ ອານົງເດດ ເພັດໄກສອນ ຮອງອຳນວຍການ ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 2 ກໍລະກົດ 2025 ກ່ຽວກັບບັນຫາຄົງຄ້າງດ້ານຕ່າງໆ ທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ ເປັນຕົ້ນ ບັນຫາການເກັບຄ່າບໍລິການ ຍານພາຫະນະ ເຂົ້າ-ອອກ ສະຖານີລົດໄຟ ເຊິ່ງເປັນບັນຫາທີ່ສັງຄົມໃຫ້ຄວາມສົນໃຈ ແລະ ບໍ່ເຫັນດີເຫັນພ້ອມ. ຕໍ່ບັນຫາດັ່ງກ່າວ, ບໍລິສັດທາງລົດໄຟລາວ-ຈີນ ໄດ້ຊີ້ແຈງວ່າ: ການເກັບຄ່າບໍລິການ ຍານພາຫະນະ ເຂົ້າ-ອອກ ສະຖານີລົດໄຟ ຢູ່ສະຖານີ້ແຫ່ງຕ່າງໆ ແມ່ນມີຄວາມຈຳເປັນທີ່ຈະຕ້ອງໄດ້ເກັບ ເນື່ອງຈາກວ່າ ມີຄວາມຈຳເປັນທີ່ຈະຕ້ອງ ໄດ້ນຳໃຊ້ງົບປະມານບ້ວງດັ່ງກ່າວ ເຂົ້າໃນການບໍລິຫານຈັດການ, ການຄຸ້ມຄອງ, ການບໍລິການດ້ານຕ່າງໆ, ລວມເຖິງການຈັດສັນຄວາມເປັນລະບຽບຮຽບຮ້ອຍ ຂອງຍານພາຫະນະ ເພື່ອບໍ່ໃຫ້ມີຄວາມແອອັດ ແລະ ອື່ນໆ. ແຕ່ເຖິງຢ່າງໃດກໍຕາມ, ເພື່ອແກ້ໄຂບັນຫາການເກັບປີ້ຍານພາຫະນະ ເຂົ້າ-ອອກ ສະຖານີລົດໄຟ ໃຫ້ມີຄວາມສອດຄ່ອງ ແລະ ສົມເຫດສົມຜົນ ບໍລິສັດທາງລົດໄຟ ລາວ-ຈີນ ຈະຫລຸດຄ່າບໍລິການເກັບປີ້ລົງ ຈາກລາຄາປົກກະຕິ 10.000 ກີບ ມາເປັນ 5.00 ກີບຕໍ່ຄັນ, ຄຽງຄູ່ກັບມາດຕະການ-ການກຳນົດເວລາ ເຂົ້າ-ອອກ ຂອງໜ່ວຍບໍລິການ ກຳນົດໄວ້ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດ ໃນໄວໆນີ້.
ພ້ອມນີ້, ບໍລິສັດທາງລົດໄຟ ລາວ-ຈີນ ຍັງຈະມີການປັບປຸງ ສະຖານທີ່ຈອດລົດ ຄືນໃໝ່ ໃຫ້ກວ້າງຂວາງຂຶ້ນກວ່າເກົ່າ, ພ້ອມທັງຈະຄົ້ນຄວ້ານຳໃຊ້ລະບົບໄມ້ກັ້ນ ອັດຕະໂນມັດ ເພື່ອຫລຸດຜ່ອນແຮງງານຄົນ ແນໃສ່ສ້າງສິ່ງອຳນວຍຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສ ເຊິ່ງອາດຈະທົດລອງໃຊ້ໃນສະ ຖານີນະຄອນຫລວງວຽງຈັນ ແລະ ຄາດວ່າຈະຕິດຕັ້ງລະບົບດັ່ງກ່າວ ໃນມໍ່ໆນີ້.
ຂ່າວ-ພາບ: ທະນູທອງ
KPL