ຂປລ
ຂປລ. ໃນວັນທີ 19 ມິຖຸນາ 2025 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ, ພົບປະໂອ້ລົມ ແລະ ມອບເຄື່ອງຊ່ວຍເຫລືອ ໃຫ້ປະຊາຊົນ ບ້ານສົບເຕີງເມືອງໄຊຈຳພອນ ແຂວງບໍລິຄຳໄຊ

ຂປລ. ໃນວັນທີ 19 ມິຖຸນາ 2025 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ, ພົບປະໂອ້ລົມ ແລະ ມອບເຄື່ອງຊ່ວຍເຫລືອ ໃຫ້ປະຊາຊົນ ບ້ານສົບເຕີງເມືອງໄຊຈຳພອນ ແຂວງບໍລິຄຳໄຊ, ພ້ອມທັງຕິດຕາມຊຸກຍູ້ ການພັດທະນາໂຄງການໄຟຟ້າພະລັງງານລົມ ຢູ່ເຂດເມືອງດັ່ງກ່າວ ໂດຍມີ ທ່ານ ສອນທະນູ ທຳມະວົງ ເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະນໍາຂອງແຂວງ, ເມືອງໄຊຈຳພອນ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ໄດ້ຮັບຟັງລາຍງານສະພາບ ລວມຂອງບ້ານສົບເຕີງ ຈາກ ທ່ານ ແພງ ສອນວິຊາ ນາຍບ້ານໆສົບເຕີງ ວ່າ: ບ້ານດັ່ງກ່າວ ມີ 131 ຫລັງຄາເຮືອນ, 150 ກວ່າຄອບຄົວ, ພົນລະເມືອງ 907 ຄົນ, ຍິງ 449 ຄົນ, ມີຄອບຄົວພົ້ນທຸກກວມ 65%, ອາຊີບຕົ້ນຕໍ ຂອງປະຊາຊົນ ແມ່ນປູກເຂົ້າ ແລະ ລ້ຽງສັດ, ພາຍໃນບ້ານ ມີໂຮງໝໍນ້ອຍ 1 ແຫ່ງ, ມີແພດໝໍ 3 ທ່ານ, ມີໂຮງຮຽນປະຖົມສົມບູນ 1 ແຫ່ງ, ມີນັກຮຽນທັງໝົດ 100 ກວ່າຄົນ.

ຫລັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດພົບປະໂອ້ລົມປະຊາຊົນ ທີ່ເຂົ້າຮ່ວມ ໂດຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ມູນເຊື້ອອັນດີງາມ ແລະ ຜົນສຳເລັດ ທີ່ປະຊາຊົນພາຍໃນບ້ານ ສາມາດປະຕິບັດໄດ້ ໃນໄລຍະຜ່ານມາ; ພ້ອມທັງເນັ້ນໃຫ້ອົງການປົກຄອງບ້ານ ແລະ ປະຊາຊົນ ຈົ່ງພ້ອມກັນຮັກສາມູນເຊື້ອອັນດີງາມຂອງຕົນ ໂດຍສະເພາະມູນເຊື້ອປະຕິວັດ, ມູນເຊື້ອຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ, ມູນເຊື້ອດຸໝັ່ນຂະຫຍັນພຽນ, ມູນເຊື້ອຖິ່ນຖານບ້ານເກີດ ຂອງອະດີດການນຂັ້ນສູງ; ເອົາໃຈໃສ່ເພີ່ມພູນຜະລິດຜົນ ໂດຍສະເພາະ ການປູກ-ການລ້ຽງ ຕາມທ່າແຮງຂອງບ້ານໃຫ້ຫລາຍ, ກຸ້ມກິນ ແລະ ກາຍເປັນສິນຄ້າ; ພ້ອມກັນປົກປັກຮັກສາ ແລະ ພັດທະນາບ້ານຊ່ອງຂອງຕົນ ໃຫ້ມີຄວາມສະຫງົບ, ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ; ເອົາໃຈໃສ່ຮັກສາສຸຂະອະນາໄມ, ປ້ອງກັນພະຍາດຕາມລະດູການ, ທຳມາຫາກິນ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງບ້ານເມືອງ; ພ້ອມກັນຊຸກຍູ້ສົ່ງເສີມລູກຫລານຂອງຕົນ ໃຫ້ໄດ້ເຂົ້າໂຮງຮຽນ ຕາມເກນອາຍຸ.
ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ກໍໄດ້ມອບເຄື່ອງຊ່ວຍເຫລືອໃຫ້ແກ່ ປະຊາຊົນບ້ານດັ່ງກ່າວ ເຊິ່ງປະກອບມີ: ອາຫານການກິນ, ເຄື່ອງນຸ່ງຫົ່ມກັນໜາວ, ເຄື່ອງໃຊ້ຂອງສອຍໃນຊີວິດປະຈຳວັນ, ອຸປະກອນການຮຽນ ແລະ ອື່ນໆ.

ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງໄຊຈຳພອນ ໃນຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ແລະ ຄະນະ ຍັງໄດ້ໄປຕິດຕາມຊຸກຍູ້ ການພັດທະນາໂຄງການໄຟຟ້າພະລັງງານລົມ ຂອງບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດ-ລາວ ຢູ່ເມືອງດັ່ງກ່າວ ຕືມອີກ ຊຶ່ງເຫັນວ່າ ໂຄງການໄຟຟ້າພະລັງງານລົມນີ້ ໄດ້ກວມເອົາສອງແຂວງ ຄື ແຂວງບໍລິຄຳໄຊ (ເມືອງໄຊຈຳພອນ, ເມືອງຄຳເກີດ ແລະ ເມືອງວຽງທອງ) ແລະ ແຂວງຄຳມ່ວນ (ເມືອງນາກາຍ).

ສະເພາະຢູ່ແຂວງບໍລິຄຳໄຊ ມີ 6 ສັນຍາໂຄງການ ຄື: ໂຄງການພະລັງງານລົມເຈືອງເຊີນ ຢູ່ເມືອງຄຳເກີດ ແລະ ເມືອງໄຊຈຳພອນ ມີກຳລັງຕິດຕັ້ງ 250 ເມກາວັດ, ອາຍຸສຳປະທານ 25 ປີ, ມູນຄ່າໂຄງການ 371 ລ້ານກວ່າໂດລາສະຫະລັດ; ໂຄງການພະລັງງານລົມເຈືອງເຊີນ 2 ຢູ່ເມືອງຄຳເກີດ ແລະ ເມືອງໄຊຈຳພອນ ມີກຳລັງຕິດຕັ້ງ 350 ເມກາວັດ, ອາຍຸສຳປະທານ 25 ປີ, ມູນຄ່າໂຄງການ 556 ລ້ານໂດລາສະຫະລັດ; ໂຄງການພະລັງງານລົມພິລາ ຢູ່ເມືອງຄໍາເກີດ ແລະ ເມືອງໄຊຈໍາພອນ ມີກຳລັງຕິດຕັ້ງ 500 ເມກາວັດ, ອາຍຸສຳປະທານ 25 ປີ, ມູນຄ່າໂຄງການ 1.151 ລ້ານໂດລາສະຫະລັດ; ໂຄງການພະລັງງານລົມກາລອງ ຢູ່ເມືອງຄຳເກີດ ແລະ ເມືອງໄຊຈຳພອນ ມີກຳລັງຕິດຕັ້ງ 750 ເມກາວັດ, ອາຍຸສຳປະທານ 25 ປີ, ມູນຄ່າໂຄງການ 822 ລ້ານໂດລາສະຫະລັດ; ໂຄງການພະລັງງານລົມຜາຂາວ ຢູ່ເມືອງວຽງທອງ ມີກຳລັງຕິດຕັ້ງ 750 ເມກາວັດ (ກໍາລັງດໍາເນີນຂັ້ນຕອນສັນຍາພັດທະນາໂຄງການ); ໂຄງການພະລັງງານລົມນໍ້າຕົງ ຢູ່ເມືອງວຽງທອງ ແລະ ເມືອງໄຊຈຳພອນ ມີກຳລັງຕິດຕັ້ງ 750 ເມກາວັດ (ກຳລັງດຳເນີນຂັ້ນຕອນ ສັນຍາພັດທະນາໂຄງການ). ສ່ວນຢູ່ເມືອງນາກາຍ, ແຂວງຄຳມ່ວນ ມີ 2 ສັນຍາໂຄງການ ຄື: ໂຄງການພະລັງງານລົມຈາລໍ ແລະ ໂຄງການພະລັງງານລົມ The Light ຊຶ່ງສອງໂຄງການດັ່ງກ່າວ ມີກຳລັງຕິດຕັ້ງ ໂຄງການລະ 500 ເມກາວັດ ແລະ ກຳລັງດຳເນີນຂັ້ນຕອນສັນຍາພັດທະນາໂຄງການ.

ໃນໂອກາດເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ການພັດທະນາ ໂຄງການໄຟຟ້າພະລັງງານລົມ ຢູ່ເມືອງໄຊຈຳພອນ ຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດ “ກອງທຶນ ລົບລ້າງເຮືອນ ເຄິ່ງຖາວອນ ສຳລັບຄອບຄົວທຸກຍາກ ຢູ່ແຂວງບໍລິຄຳໄຊ”; ພ້ອມທັງ ຕິດຕາມເບິ່ງຄວາມຄືບໜ້າ ໃນການກໍ່ສ້າງສະຖານີໄຟຟ້າ 220 ກິໂລໂວນ ຂອງໂຄງການພະລັງງານລົມເຈືອງເຊີນ ແລະ ໄປຕິດຕາມເບິ່ງຄວາມຄືບໜ້າ ໃນການພັດທະນາໂຄງລ່າງພື້ນຖານ ດ່ານປະເພນີນໍ້າອອນ (ດ່ານຊາຍແດນ ລາວ-ຫວຽດນາມ) ຕື່ມອີກ.
ຂ່າວ- ພາບ: ກົມປະຊາສຳພັນ ຫສນຍ.
KPL