ມອບ-ຮັບ ໜ້າທີ່ ລັດຖະມົນຕີກະຊວງສາທາລະນະສຸກ

23/06/2025 09:36
Email Print 115
ຂປລ ຂປລ. ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ບຸນແຝງ ພູມມາໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ (ຜູ້ເກົ່າ) ແລະ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ (ຜູ້ໃໝ່) ໄດ້ຈັດຂຶ້ນ ໃນວັນທີ 19 ມິຖຸນາ 2025 ຜ່ານມານີ້, ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ພົອ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີ ທ່ານ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາ ຄະນະປະຈໍາພັກ, ຄະນະພັກກະຊວງ, ຮອງລັດຖະມົນຕີ, ຄະນະກົມ, ຫ້ອງການ, ສະຖາບັນ, ສູນ, ໂຮງໝໍສູນກາງ, ພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ ແລະ ບັນດາແຂວງ ພ້ອມດ້ວຍ ພະນັກງານຫລັກແຫລ່ງຂອງສອງກະຊວງກ່ຽວຂ້ອງ ເຂົ້າຮ່ວມ.



ຂປລ. ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ບຸນແຝງ ພູມມາໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ (ຜູ້ເກົ່າ) ແລະ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ (ຜູ້ໃໝ່) ໄດ້ຈັດຂຶ້ນ ໃນວັນທີ 19 ມິຖຸນາ 2025 ຜ່ານມານີ້, ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ພົອ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີ ທ່ານ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາ ຄະນະປະຈໍາພັກ, ຄະນະພັກກະຊວງ, ຮອງລັດຖະມົນຕີ, ຄະນະກົມ, ຫ້ອງການ, ສະຖາບັນ, ສູນ, ໂຮງໝໍສູນກາງ, ພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ ແລະ ບັນດາແຂວງ ພ້ອມດ້ວຍ ພະນັກງານຫລັກແຫລ່ງຂອງສອງກະຊວງກ່ຽວຂ້ອງ ເຂົ້າຮ່ວມ.




ໃນໂອກາດນີ້, ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ (ຜູ້ເກົ່າ) ໄດ້ລາຍງານ ກ່ຽວກັບການນໍາພາ-ຊີ້ນໍາ ວຽກງານຮອບດ້ານໃນໄລຍະຜ່ານມາ ໂດຍໄດ້ສຸມໃສ່ຄົ້ນຄວ້າສ້າງແຜນກໍານົດ ພະນັກງານນໍາພາຄຸ້ມຄອງ ຂັ້ນສູນກາງ ແລະ ກະຊວງຄຸ້ມຄອງ; ໄດ້ຊີ້ນໍາໃນການປັບປຸງການຈັດຕັ້ງຂັ້ນກະຊວງ ແລະ ຂັ້ນທ້ອງຖິ່ນ ໄປຕາມທິດກະທັດຮັດ ສົມເຫດສົມຜົນ, ພາຍຫລັງປັບປຸງກົງຈັກການຈັດຕັ້ງແລ້ວ ຫລຸດລົງ 29 ຂະແໜງ ຈາກ 160 ຍັງເຫລືອ 131 ຂະແໜງ; ກວດກາຕີລາຄາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2024 ໄດ້ໜ່ວຍພັກປະເພດແຂງ 75 ໜ່ວຍ, ປະເພດກາງ 4 ໜ່ວຍ, ການກະກຽມດໍາເນີນກອງປະຊຸມໃຫຍ່ຄັ້ງທີ X ຂອງກະຊວງ ແມ່ນໄດ້ມີການສ້າງຂະບວນການ ແລະ ກະກຽມດ້ານເນື້ອໃນ ສໍາເລັດໂດຍພື້ນຖານ ເຊິ່ງກອງປະຊຸມຈະໄດ້ຈັດຂຶ້ນໃນເດືອນກັນຍາ 2025; ໄດ້ປະຕິບັດຕາມແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ IX (2021-2025) ແລະ ແຜນຍຸດທະສາດປະຕິຮູບສາທາລະນະສຸກ ໄລຍະ III, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ ມາເປັນແຜນການ, ແຜນງານ, ໂຄງການລະອຽດ ສຸມໃສ່ປັບປຸງຄຸນນະພາບການບໍລິການສາທາລະນະສຸກ ແລະ ການບັນລຸຄາດໝາຍຕົວຊີ້ບອກຕ່າງໆ ເປັນຕົ້ນ ວຽກງານອະນາໄມ ແລະ ສົ່ງເສີມສຸຂະພາບ; ວຽກງານກັນພະຍາດ ແລະ ຄວບຄຸມພະຍາດຕິດຕໍ່; ວຽກງານປິ່ນປົວ ແລະ ຟື້ນຟູໜ້າທີ່ການ; ວຽກງານອາຫານ ແລະ ຢາ; ວຽກງານຄຸ້ມຄອງ, ພັດທະນາພະນັກງານ ແລະ ຄົ້ນຄວ້າວິທະຍາສາດ; ວຽກງານການເງິນສາທາລະນະສຸກ ແລະ ປະກັນສຸຂະພາບ ແລະ ວຽກງານບໍລິຫານຄຸ້ມຄອງ ແລະ ກວດກາ.




ໃນພິທີດັ່ງກ່າວ, ທ່ານຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານບັນດານິຕິກໍາທີ່ກ່ຽວຂ້ອງ ເປັນຕົ້ນ ມະຕິຕົກລົງ ຂອງກົມການເມືອງສູນກາງພັກ ວ່າດ້ວຍການອະນຸມັດໃຫ້ພະນັກງານການນໍາຂັ້ນສູງ ອອກພັກການ-ຮັບອຸດໜູນບໍານານ; ລັດຖະດໍາລັດ ຂອງປະທານປະເທດ ວ່າດ້ວຍການອະນຸມັດໃຫ້ພະນັກງານການນໍາຂັ້ນສູງ ອອກພັກການ-ຮັບອຸດໜູນບໍານານ; ຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍພະນັກງານການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່; ມະຕິຕົກລົງ ຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກກະຊວງ ແລະ ຜ່ານລັດຖະດຳລັດ ວ່າດ້ວຍການແຕ່ງຕັ້ງ ສະມາຊິກລັດຖະບານ. ພາຍຫລັງຜ່ານບັນດານິຕິກໍາທີ່ກ່ຽວຂ້ອງສໍາເລັດ, ກໍໄດ້ມີພິທີລົງນາມ ມອບ-ຮັບໜ້າທີ່ ລະຫວ່າງ ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງການ.




ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ, ຕີລາຄາສູງຕໍ່ຜົນງານ ໃນການນໍາພາ-ຊີ້ນໍາວຽກງານທີ່ໄດ້ຮັບມອບໝາຍ ໃນໄລຍະຜ່ານມາ, ພັກ ແລະ ລັດຖະບານ ເວລາໃດ ກໍຖືວຽກງານສາທາລະນະສຸກ ເປັນວຽກບຸລິມະສິດໜຶ່ງ ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ເພື່ອປະຕິບັດນະໂຍບາຍ ການກັນພະຍາດ ສົ່ງເສີມສຸຂະພາບເປັນຕົ້ນຕໍ, ການປິ່ນປົວ ແລະ ຟື້ນຟູໜ້າທີ່ການໃຫ້ທົ່ວເຖິງ, ມີຄຸນນະພາບ ແລະ ຍຸຕິທໍາ ເປັນສໍາຄັນ ໂດຍສົມທົບລະຫວ່າງການແພດພື້ນເມືອງ ແລະ ການແພດແບບໃໝ່ ແລະ ຍາມໃດກໍຕ້ອງຢືນຢູ່ໃນທ່າກຽມພ້ອມ, ກຽມບຸກ ເພື່ອຊ່ວຍເຫລືອປິ່ນປົວຄົນເຈັບ ໃນທົ່ວສັງຄົມ ຕາມພາລະບົດບາດ, ໜ້າທີ່ ກໍຄື ແນວທາງຂອງພັກ ວາງອອກ. ການ​ສັບ​ປ່ຽນໜູນ​ວຽນ​ໜ້າ​ທີ່ວຽກ​ງານ ຂອງ​ພະນັກງານ​ການ​ນຳ ໃນ​ລະບົບ​ການຈັດ​ຕັ້ງ​ຂອງ​ພັກ, ລັດ ​ແລະ ອົງການ​ຈັດ​ຕັ້ງ​ມະຫາຊົນ ຖືເປັນ​ວຽກ​ງານ​ປົກກະຕິ ​ແລະ ​ແມ່ນ​ຫລັກການ​ອັນ​ໜຶ່ງ​ ຂອງ​ພັກ​ ໃນ​ວຽກ​ງານ​ພະນັກງານ ກໍຄື ຫລັກການມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ ​ເພື່ອ​ປັບປຸງ​​ໃຫ້​ດີ​ຂຶ້ນ, ທັງ​ເປັນ​ການ​ຍົກ​ລະດັບ​ພະນັກງານ​ການ​ນຳ​ຂອງ​ພວກ​ເຮົາ ​ໃຫ້​ມີ​ຄວາມ​ຮູ້, ຄວາມ​ສາມາດນຳພາ​ຮອບດ້ານ.



ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ຕັ້ງໜ້າເສີມຂະຫຍາຍບົດບາດ ການນໍາພາຂອງຄະນະພັກ-ຄະນະນໍາ ແຕ່ລະຂັ້ນ ເປັນເຈົ້າການນໍາພາເສີມຂະຫຍາຍມູນເຊື້ອອັນດີງາມ, ເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນ ໃຫ້ເປັນປຶກແຜ່ນ, ປະຕິບັດວຽກງານແຕ່ລະດ້ານ ຮັບປະກັນໃຫ້ມີຄວາມກົມກຽວ, ໂລ່ງລ່ຽນ ແລະ ວ່ອງໄວ-ທັນການ ບົນພື້ນຖານຍຶດໝັ້ນ ຫລັກການລວມສູນປະຊາທິປະໄຕ, ກໍາສະພາບແນວຄິດຂອງສະມາຊິກພັກ ທົ່ວອົງຄະນະພັກໃຫ້ແໜ້ນ ໄປຄຽງຄູ່ກັບການນໍາພາສຶກສາອົບຮົມການເມືອງ-ແນວຄິດ ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ເຊື່ອມຊຶມ-ກຳແໜ້ນແນວທາງ ກໍຄື ມະຕິ-ຄຳສັ່ງຕ່າງໆ ຂອງສູນກາງພັກທີ່ວາງອອກ; ຄົ້ນຄວ້ານຳໃຊ້ທ່າແຮງທຸກດ້ານພາຍໃນຂະແໜງສາທາ ເພື່ອປະຕິບັດບັນດາໂຄງການລົງທຶນຂອງລັດ ໃຫ້ມີປະສິດທິຜົນ ຕາມທິດປະຫຍັດຫລຸດຜ່ອນການຟູມເຟືອຍ ທີ່ບໍ່ຈຳເປັນ, ປັບປຸງກົນໄກ ການເງິນຂອງກອງທຶນປະກັນສຸຂະພາບ ໃຫ້ຄ່ອງຕົວຂຶ້ນກວ່າເກົ່າ; ເອົາໃຈໃສ່ກວດກາ, ຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດຕ່າງໆ ຕາມລະດູການ; ຊຸກຍູ້ວຽກງານ ກໍ່ສ້າງຮາກຖານພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການເພີ່ມຂຶ້ນຂອງຈຳນວນສະມາຊິກພັກ ຕ້ອງໄປຄຽງຄູ່ກັບການເພີ່ມຂຶ້ນ ຂອງກຳລັງແຮງນຳພາຂອງພັກ; ເອົາໃຈໃສ່ ນໍາພາ ສຶກສາອົບຮົມສະມາຊິກພັກ, ພະນັກງານ-ລັດຖະກອນ, ແພດໝໍ ໃຫ້ຮັບຮູ້-ເຂົ້າໃຈແຈ້ງພາລະບົດບາດ ແລະ ວິຊາສະເພາະຂອງຕົນ ເປັນຕົ້ນ ພາລະບົດບາດປິ່ນປົວ, ການປະສານງານ ແລະ ບໍລິການຮັບໃຊ້ປະຊາຊົນ; ບັນຫາສຳຄັນ ພ້ອມກັນບຸກບືນແຂ່ງຂັນກັນປະຕິບັດໜ້າທີ່ ດ້ວຍຄວາມຮັບຜິດຊອບສູງ, ປະດິດສ້າງ, ໂປ່ງໃສ, ວ່ອງໄວ-ທັນການ; ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງຮອບດ້ານ, ຍົກສູງສະຕິຕໍ່ການຈັດຕັ້ງ, ສະຕິເຄົາລົບ ແລະ ປະຕິບັດລະບຽບ-ກົດໝາຍ, ສ້າງ ແລະ ປັບປຸງຕົນເອງ ໃຫ້ກາຍເປັນພະນັກງານ, ເປັນແພດໝໍ ທີ່ມີຈັນຍາບັນ-ຈັນຍາທຳ ແລະ ມີຄວາມຮູ້-ຄວາມສາມາດດ້ານວິຊາການ ກາຍເປັນວິຊາການຊຳນານງານ ແລະ ຊ່ຽວຊານ, ໝໍດີ-ໝໍເກັ່ງ ຜູ້ຊຳນານງານ, ຜູ້ຊ່ຽວຊານ ໃນວຽກງານວິຊາສະເພາະ ແລະ ໃຫ້ເພີ່ມທະວີການຮ່ວມມືກັບຕ່າງປະເທດ ໂດຍສະເພາະບັນດາປະເທດເພື່ອນມິດຍຸດທະສາດ ເປັນຕົ້ນແມ່ນ ສສ ຫວຽດນາມ ແລະ ສປ ຈີນ.


ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ
KPL

ຂ່າວອື່ນໆ

ads
ads

Top