ຂປລ
ກອງປະຊຸມ ເວທີປຶກສາຫາລື ເສດຖະກິດ ສາກົນ ແຊງປີເຕີສະບວກ ຄັ້ງທີ 28 ໄດ້ຈັດຂຶ້ນ ຢູ່ຣັດເຊຍ ລະຫວ່າງ ວັນທີ 18-21 ມິຖຸນານີ້, ວິທະຍຸໂທລະພາບ ສູນກາງຈີນ ຫລື CMGໄດ້ເຂົ້າຮ່ວມກອງປະຊຸມ ດັ່ງກ່າວໃນຖານະເປັນຄູ່ຮ່ວມມື ດ້ານສື່ມວນຊົນ ຕາມຄຳເຊີນ ອີກຄັ້ງໜຶ່ງ,

ຂປລ. ກອງປະຊຸມ ເວທີປຶກສາຫາລື ເສດຖະກິດ ສາກົນ ແຊງປີເຕີສະບວກ ຄັ້ງທີ 28 ໄດ້ຈັດຂຶ້ນ ຢູ່ຣັດເຊຍ ລະຫວ່າງ ວັນທີ 18-21 ມິຖຸນານີ້, ວິທະຍຸໂທລະພາບ ສູນກາງຈີນ ຫລື CMG ໄດ້ເຂົ້າຮ່ວມ ກອງປະຊຸມດັ່ງກ່າວ ໃນຖານະເປັນຄູ່ຮ່ວມມື ດ້ານສື່ມວນຊົນ ຕາມຄຳເຊີນ ອີກຄັ້ງໜຶ່ງ, ໂດຍມີ ເຂດວາງສະແດງສະເພາະຢູ່ຫໍປະຊຸມຫລັກຂອງກອງປະຊຸມດັ່ງກ່າວ, ທັງໄດ້ລາຍງານຂ່າວ ຂອງກອງປະຊຸມດ້ວຍຫລາຍພາສາ. ເຂດວາງສະແດງຂອງ CMG ໄດ້ວາງສະແດງຜົນງານຫລ້າສຸດ ດ້ານການນຳໃຊ້ເຕັກນິກປັນຍາປະດິດທີ່ CMG ຄົ້ນຄວ້າຜະລິດດ້ວຍຕົນເອງ, ນໍາສະເໜີຜົນງານດີເດັ່ນ ແລະ ຜະລິດຕະພັນ ກ່ຽວກັບ ວັດທະນະທຳ ອັນເປັນມູນເຊື້ອຂອງ ສປ ຈີນ ທີ່ຜະລິດໂດຍ CMG ເຊິ່ງໄດ້ດຶງດູດແຂກ ຜູ້ມີກຽດໃນວົງການການເມືອງ ແລະການຄ້າ ພ້ວມດ້ວຍຜູ້ຕາງໜ້າສື່ມວນຊົນຂອງບັນດາປະເທດທີ່ເຂົ້າຮ່ວມ ກອງປະຊຸມ ນັ້ນໄປສຳຜັດ ແລະຢ້ຽມຊົມ.ໃນຖານະເປັນຄູ່ຮ່ວມມື ດ້ານສື່ມວນຊົນ ຂອງກອງປະຊຸມເວທີປຶກສາຫາລື ເສດຖະກິດ ສາກົນແຊງປີເຕີສະບວກ, ເພື່ອເຮັດໃຫ້ການແລກປ່ຽນ ດ້ານວັດທະນະທຳຈີນ-ຣັດເຊຍ ເຂົ້າສູ່ລວງເລິກຕື່ມອີກ, CMG ໄດ້ຄັດເລືອກຜົນງານດີເດັ່ນ ດ້ານສຽງ ແລະ ພາບ 26 ເລື່ອງເພື່ອນຳສະເໜີ ແລະວາງສາຍ, ເລົ່າເລື່ອງລາວ ກ່ຽວກັບ ສປ ຈີນ ຈາກຫລາກຫລາຍ ມຸມມອງ ແລະ ນຳສະເໜີ ພຶດຕິກຳ ທີ່ມີຫົວຄິດປະດິດສ້າງດ້ານການສ້າງຄວາມທັນສະໄໝແບບຈີນ ໃຫ້ແກ່ ແຂກຜູ້ມີກຽດ ທີ່ເຂົ້າຮ່ວມ ກອງປະຊຸມ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL