ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ຜູ້ອໍານວຍການຫ້ອງການທະນາຄານໂລກ ເຂົ້າຢ້ຽມອໍາລາ

23/06/2025 09:26
Email Print 120
ຂປລ ຂປລ. ໃນຕອນບ່າຍວັນທີ 20 ມິຖຸນາ 2025 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ອາເລັກຊານເດີ ແຄຣເມີ (Alexander Kremer) ຜູ້ອໍານວຍການ ຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ໃນໂອກາດຈົບວາລະການປະຕິບັດໜ້າທີ່ ຢູ່ ສປປ ລາວ.



ຂປລ. ໃນຕອນບ່າຍວັນທີ 20 ມິຖຸນາ 2025 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ອາເລັກຊານເດີ ແຄຣເມີ (Alexander Kremer) ຜູ້ອໍານວຍການ ຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ໃນໂອກາດຈົບວາລະການປະຕິບັດໜ້າທີ່ ຢູ່ ສປປ ລາວ.
ໂອກາດນີ້, ທ່ານລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ຕໍ່ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ທະນາຄານໂລກ ທີ່ມີຜົນສຳເລັດ ແລະ ມີບາດກ້າວທີ່ຂະຫຍາຍຕົວຕະຫລອດມາ, ພ້ອມນີ້ ຍັງໄດ້ຕີລາຄາສູງຕໍ່ການປະຕິບັດໜ້າທີ່ຂອງ ທ່ານ ອາເລັກຊານເດີ ແຄຣເມີ ຕະຫລອດໄລຍະການປະຕິບັດໜ້າທີ່ 4 ປີ ຢູ່ ສປປ ລາວ ໂດຍໄດ້ຊຸກຍູ້ບັນດາໂຄງການ ພາຍໃຕ້ຂອບການຮ່ວມມືກັບທະນາຄານໂລກ ໃຫ້ໄດ້ຮັບການອະນຸມັດ ແລະ ຈັດຕັ້ງປະຕິບັດ ເຊິ່ງໄດ້ປະກອບສ່ວນສຳຄັນ ເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ໂດຍຜ່ານບັນດາກະຊວງຂະແໜງການ ຂອງ ສປປ ລາວ. ອັນພົ້ນເດັ່ນ, ຊຸກຍູ້ໃນການອະນຸມັດໂຄງການຊ່ວຍເຫລືອໃຫ້ແກ່ ສປປ ລາວ ຫລາຍກວ່າ 10 ໂຄງການ ເຊັ່ນ: ໂຄງການພັດທະນາຕາມແລວເສດຖະກິດຕາອາຊີຕາເວັນອອກສຽງໃຕ້ ເພື່ອການເຊື່ອມຈອດ (SEARECC), ໂຄງການປັບປຸງທາງຫລວງທ້ອງຖິ່ນ ເພື່ອການເຊື່ອມໂຍງ-ເຊື່ອມຈອດ ໃຫ້ມີຄວາມທົນທານຕໍ່ກັບ ການປ່ຽນແປງສະພາບດິນຟ້າອາກາດ ແລະ ໂຄງການຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫລືອຢູ່ ສປປ ລາວ.




ໃນໂອກາດດັ່ງກ່າວ, ທ່ານ ອາເລັກຊານເດີ ແຄຣເມີ ກໍໄດ້ລາຍງານຜົນສຳເລັດ ໃນການເຄື່ອນໄຫວວຽກງານຂອງຕົນຜ່ານມາ ແລະ ສະແດງຄວາມຂອບໃຈຢ່າງສູງຕໍ່ລັດຖະບານ ແລະ ປະຊາຊົນ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມືໃນການປະຕິບັດໜ້າທີ່ຄັ້ງນີ້, ຫວັງຢ່າງຍິ່ງວ່າ ສປປ ລາວ ຈະສືບຕໍ່ສະໜັບສະໜູນ ແລະ ໃຫ້ການຮ່ວມມືກັບ ຜູ້ອຳນວຍການຫ້ອງການທະນາຄານໂລກ (ຜູ້ໃໝ່) ທີ່ຈະເດີນທາງມາ ສປປ ລາວ ໃນມໍ່ໆນີ້.
ພ້ອມກັນນີ້, ທ່ານລັດຖະມົນຕີ ກໍຍິນດີຕ້ອນຮັບທ່ານ ຜູ້ອຳນວຍການ ຫ້ອງການທະນາຄານໂລກ (ຜູ້ໃໝ່) ແລະ ຫວັງຢ່າງຍິ່ງວ່າ ທະນາຄານໂລກ ຈະໄດ້ສືບຕໍ່ໃຫ້ການສະໜັບສະໜູນ ການຈັດຕັ້ງປະຕິບັດໂຄງການຕ່າງໆ ສອດຄ່ອງກັບແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 10 ຂອງ ສປປ ລາວ ໃນຕໍ່ໜ້າ. ພ້ອມທັງ ໄດ້ອວຍພອນໃຫ້ທ່ານ ອາເລັກຊານເດີ ແຄຣເມີ ຈົ່ງປະສົບຜົນສຳເລັດໃນໜ້າທີ່ ວຽກງານອັນໃໝ່ໃນອະນາຄົດ.
KPL

ຂ່າວອື່ນໆ

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລືເສດຖະກິດ ເຊັນ-ປີເຕີສະເບີກ ຄັ້ງ 28ການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລືເສດຖະກິດ ເຊັນ-ປີເຕີສະເບີກ ຄັ້ງ 28

      6/23/2025 9:45:06 AM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ອັນໂຕນ ໂກເບຍກົບ (Anton Kobyakov), ທີ່ປຶກສາຂອງປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດ ເຊັນ-ປີເຕີສະເບີກ ຄັ້ງທີ 28

    • ມອບ-ຮັບ ໜ້າທີ່ ລັດຖະມົນຕີກະຊວງສາທາລະນະສຸກ ການເມືອງ

      ມອບ-ຮັບ ໜ້າທີ່ ລັດຖະມົນຕີກະຊວງສາທາລະນະສຸກ

      6/23/2025 9:36:36 AM

      ຂປລ. ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ບຸນແຝງ ພູມມາໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ (ຜູ້ເກົ່າ) ແລະ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ (ຜູ້ໃໝ່) ໄດ້ຈັດຂຶ້ນ ໃນວັນທີ 19 ມິຖຸນາ 2025 ຜ່ານມານີ້, ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ພົອ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີ ທ່ານ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາ ຄະນະປະຈໍາພັກ, ຄະນະພັກກະຊວງ, ຮອງລັດຖະມົນຕີ, ຄະນະກົມ, ຫ້ອງການ, ສະຖາບັນ, ສູນ, ໂຮງໝໍສູນກາງ, ພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ ແລະ ບັນດາແຂວງ ພ້ອມດ້ວຍ ພະນັກງານຫລັກແຫລ່ງຂອງສອງກະຊວງກ່ຽວຂ້ອງ ເຂົ້າຮ່ວມ.

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ເປີດງານ ວາງສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 9ການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ເປີດງານ ວາງສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 9

      6/23/2025 9:30:11 AM

      ຂປລ. ໃນວັນທີ 19 ມິຖຸນາ 2025 ຜ່ານມານີ້, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນຖານະເປັນແຂກປະເທດກິດຕິມະສັກ ໄດ້ເຂົ້າຮ່ວມ ແລະ ໃຫ້ກຽດຂຶ້ນກ່າວຄຳປາໄສ ໃນພິທີເປີດງານສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 9 ແລະ ງານວາງສະແດງ ການນໍາເຂົ້າ-ສົ່ງອອກສິນຄ້າ ຄຸນໝິງ ສປ ຈີນ ຄັ້ງທີ 29

    • ມອບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວການເມືອງ

      ມອບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ

      6/23/2025 9:22:15 AM

      ຂປລ. ຫ້ອງວ່າການກະຊວງປ້ອງກັນປະເທດ ຈັດພິທີມອບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (22 ມີນາ 1955-22 ມີນາ 2025) ວັນທີ 20 ມິຖຸນາ 2025 ພາຍ​ໃຕ້ການເປັນປະທານ ​ແລະ ປະດັບ​ຫລຽນ

    • ນາຍົກລັດຖະມົນຕີ ເນັ້ນໃຫ້ການນຳ ແຂວງບໍລິຄຳໄຊ ເອົາໃຈໃສ່ບາງບັນຫາສໍາຄັນການເມືອງ

      ນາຍົກລັດຖະມົນຕີ ເນັ້ນໃຫ້ການນຳ ແຂວງບໍລິຄຳໄຊ ເອົາໃຈໃສ່ບາງບັນຫາສໍາຄັນ

      6/23/2025 9:18:08 AM

      ຂປລ. ​ໃນ​ໂອກາດລົງພົບປະໂອ້ລົມ ການນຳ ແລະ ພະນັກງານຫລັກແຫລ່ງ ຂອງແຂວງບໍລິຄຳໄຊ ​ໃນ​ວັນ​ທີ 20 ມິຖຸນາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ​ໄດ້​ເນັ້ນໜັກໃຫ້ເອົາໃຈໃສ່ ໃນຕໍ່ໜ້າບາງດ້ານ ເປັນຕົ້ນ ສືບຕໍ່ປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ

ads
ads

Top