ຂປລ
ເນື່ອງໃນໂອກາດ ສະເຫລີມ ສະຫລອງ 100 ປີ ແຫ່ງວັນສື່ມວນຊົນ ປະຕິວັດ ຫວຽດນາມ (21 ມິຖຸນາ 1925–21 ມິຖຸນາ 2025)ຢູ່ທຳນຽບ ປະທານປະເທດ (ຮ່າໂນ້ຍ), ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ໄດ້ພົບປະຍ້ອງຍໍ ບັນດານັກຂ່າວດີເດັ່ນທົ່ວປະເທດ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເນື່ອງໃນໂອກາດ ສະເຫລີມ ສະຫລອງ 100 ປີ ແຫ່ງວັນສື່ມວນຊົນ ປະຕິວັດ ຫວຽດນາມ (21 ມິຖຸນາ 1925–21 ມິຖຸນາ 2025)ຢູ່ທຳນຽບ ປະທານປະເທດ (ຮ່າໂນ້ຍ), ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ໄດ້ພົບປະຍ້ອງຍໍ ບັນດານັກຂ່າວດີເດັ່ນທົ່ວປະເທດ. ນີ້ແມ່ນຜູ້ຕາງໜ້າດີເດັ່ນ ໃຫ້ແກ່ ນັກຂ່າວ ໃນທົ່ວປະເທດເກືອບ 41.000 ຄົນ, ໃນນັ້ນມີບັນດານັກຂ່າວອາວຸໂສດີເດັ່ນ, ກໍຄື ບັນດານັກຂ່າວ ພວມປະຕິບັດວຽກງານ ທີ່ມີການອຸທິດສ່ວນຫລາຍຢ່າງໃຫ້ແກ່ ພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ. ທ່ານ ປະທານ ປະເທດ ຫວຽດນາມ ໄດ້ກ່າວເນັ້ນໜັກວ່າ ປະເທດ ພວມຫັນປ່ຽນ ກ້າວເຂົ້າສູ່ ທົດສະວັດໃໝ່, ໃນນັ້ນ, ດ້ວຍພາລະບົດບາດຂອງຕົນ, ສື່ມວນຊົນຍາມໃດກໍ່ເປັນຜູ້ຮ່ວມເດີນທາງທີ່ມີຄວາມໄວ້ເນື້ອເຊື່ອໃຈ, ປະຈັນບານ, ນຳໜ້າ; ພ້ອມກັນນັ້ນ, ສື່ມວນຊົນ ຕ້ອງເປັນຜູ້ຄາດຄະເນ ການເຄື່ອນໄຫວ ແລະ ພັດທະນາຂອງຊີວິດ ແລະ ສະເໜີ ໃຫ້ບັນດາອົງການສື່ມວນຊົນ ເປັນເຈົ້າການ ກຳແໜ້ນ ທ່າອ່ຽງສື່ມວນຊົນ ທັນສະໄໝ; ສ້າງຮູບແບບໃໝ່ ຂອງສື່ມວນຊົນ ປະຕິວັດ ໃນໄລຍະຫັນເປັນດີຈີຕອນ ເທື່ອລະກ້າວ.ນອກນີ້ ຍັງສະເໜີໃຫ້ ບັນດາອົງການສູນກາງ, ທ້ອງຖິ່ນຕາມພາລະບົດບາດ, ໜ້າທີ່ ຕ້ອງເປັນເຈົ້າການຄົ້ນຄວ້າ, ສະເໜີ, ສ້າງກົນໄກ, ນະໂຍບາຍໃຫ້ສຳເລດ, ສ້າງເງື່ອນໄຂ ເພື່ອໃຫ້ບັນດານັກຂ່າວ, ຜູ້ເຮັດຂ່າວສາມາດຮັບປະກັນການດຳລົງຊີວິດ ດ້ວຍອາຊີບຂອງຕົນ, ຮັກອາຊີບ, ອຸ່ນອ່ຽນໃຈຕິດພັນກັບອາຊີບ. ພ້ອມກັນນັ້ນ, ສືບຕໍ່ເອົາໃຈໃສ່ ບຳລຸງສ້າງ, ຖືເປັນສຳຄັນ, ເຊີດຊູບັນດາຜູ້ເຮັດຂ່າວ ມີຄວາມສຸດຈິດສຸດໃຈ, ບັນດານັກຂ່າວໜຸ່ມ, ເພື່ອສ້າງຖັນແຖວບັນດາຜູ້ເຮັດຂ່າວມີຄວາມສຸດຈິດສຸດໃຈຕໍ່ອາຊີບ, ເປັນ “ນັກຮົບປະຕິວັດໃນແນວໂຮມດ້ານແນວຄິດ-ວັດທະນະທຳ” ຄືດັ່ງຄຳບອກສອນຂອງປະທານ ໂຮ່ຈີມິນ”./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL