ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລືເສດຖະກິດ ເຊັນ-ປີເຕີສະເບີກ ຄັ້ງ 28

23/06/2025 09:45
Email Print 158
ຂປລ ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ອັນໂຕນ ໂກເບຍກົບ (Anton Kobyakov), ທີ່ປຶກສາຂອງປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດ ເຊັນ-ປີເຕີສະເບີກ ຄັ້ງທີ 28



ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ອັນໂຕນ ໂກເບຍກົບ (Anton Kobyakov), ທີ່ປຶກສາຂອງປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດ ເຊັນ-ປີເຕີສະເບີກ ຄັ້ງທີ 28 (28th St. Petersburg International Economic Forum ຫຼື SPIEF 2025) ພາຍໃຕ້ຄໍາຂວັນ “ຄຸນຄ່າທີ່ມີຮ່ວມກັນ: ພື້ນຖານຂອງການເຕີບໃຫຍ່ຂະຫຍາຍຕົວໃນຍຸກສະໄໝໂລກຫລາຍຂົ້ວ (Shared Values: The Foundation of Growth in a Multipolar World), ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 19-20 ມິຖຸນາ 2025 ທີ່ ນະຄອນເຊັນ-ປີເຕີສະເບີກ, ສ ຣັດເຊຍ.
ກອງປະຊຸມເວທີປຶກສາຫາລືເສດຖະກິດ ເຊັນ-ປີເຕີສະເບີກ,​ ເປັນກອງປະຊຸມສາກົນໜຶ່ງທີ່ມີຄວາມໝາຍສຳຄັນ, ໄດ້ຖືກຈັດຂຶ້ນຄັ້ງທໍາອິດໃນປີ 1997 ແລະ ຕໍ່ມາກໍໄດ້ຖືກຈັດຂຶ້ນເປັນປະຈຳທຸກໆປີ. ພ້ອມນີ້, ນັບແຕ່ ປີ 2006, ໃນພິທີເປີດກອງປະຊຸມດັ່້ງກ່າວ ແມ່ນໄດ້ຮັບກຽດເຂົ້າຮ່ວມ ໂດຍ ປະທານາທິບໍດີຂອງ ສະຫະພັນ ຣັດເຊຍ ຕະຫລອດມາ.



ກອງປະຊຸມ SPIEF 2025 ນີ້, ໄດ້ກຳນົດເອົາຫລາຍຫົວຂໍ້ສຳຄັນ ທີ່ປິ່ນອ້ອມຄຳຂວັນທີ່ກ່າວມາ ເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ລົງເລິກປຶກສາຫາລື, ແລກປ່ຽນຄໍາຄິດເຫັນ, ແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ປະສົບການ, ຂໍ້ຄົງຄ້າງ, ສິ່ງທ້າທາຍ, ອຸປະສັກ ແລະ ສິ່ງກີດຂວາງຕ່າງໆ ເພື່ອວາງທິດທາງການຮ່ວມມື ໃນຕໍ່ໜ້າໃຫ້ມີປະສິດທິພາບ, ປະສິດທິຜົນ, ມີຄວາມຍຸຕິທຳ, ມີຜົນປະໂຫຍດຮ່ວມກັນ ເພື່ອການພັດທະນາທີ່ຍືນຍົງ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລໃນພາກພື້ນ ແລະ ໃນໂລກ ເຊິ່ງບັນຫາສຳຄັນຕ່າງໆ ປະກອບມີ: ສະພາບເສດຖະກິດໂລກ, ການພັດທະນາເສດຖະກິດຂອງຣັດເຊຍ, ການພັດທະນາ ແລະ ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ, ນະວັດຕະກຳໃໝ່ໆ, ປັນຍາປະດິດ ແລະ ການຫັນເປັນດີຈິຕອນ ໃນຂົງເຂດວຽກງານຕ່າງໆ; ການສົ່ງເສີມການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງປະເທດ; ບັນຫາຄວາມໝັ້ນຄົງ ທາງສະບຽງອາຫານ ແລະ ບໍລິຫານຈັດການຄວາມສ່ຽງ; ບົດບາດຂອງບັນດາຂອບ ການຮ່ວມມືທີ່ມີຄວາມສຳຄັນ ເປັນຕົ້ນ ກຸ່ມປະເທດ BRICS, EAEU, ອາຊຽນ, ກຸ່ມປະເທດຂົງເຂດອາຊີ, ອາຟຣິກາ ແລະ ປະເທດໃນຕາເວັນອອກກາງ, ແລະ ບັນຫາອື່ນໆ. ໃນກອງປະຊຸມ SPIEF 2025 ນີ້,​ ຍັງມີການຈັດງານວາງສະແດງ ຂອງບັນດາຫົວໜ່ວຍທຸລະກິດ, ຜູ້ຜະລິດ, ຜູ້ປະກອບການ, ບັນດາບໍລິສັດ ແລະ ຜູ້ດຳເນີນທຸລະກິດ ໃນຂະແໜງການຕ່າງໆທີ່ນຳໜ້າ,​ ມີຊື່ສຽງ ແລະ ບົດບາດສຳຄັນ ໃນການພັດທະນາເສດຖະກິດ ຢູ່ພາຍໃນປະເທດ ຣັດເຊຍ ແລະ ຕ່າງປະເທດຈຳນວນໜຶ່ງ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ ຫລາຍກວ່າ 20.000 ຄົນ ຈາກ 140 ປະເທດທົ່ວໂລກ.



ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້່ງນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມເປັນຜູ້ສົນທະນາ (Panelists) ເພື່ອແລກປ່ຽນຄໍາຄິດເຫັນ ຮ່ວມກັບບັນດາຜູ້ນຳ, ຜູ້ວາງຍຸດທະສາດ, ນະໂຍບາຍ, ຜູ້ບໍລິຫານລະດັບສູງ, ນັກຄົ້ນຄວ້າ, ນັກເສດຖະສາດ, ນັກຊ່ຽວຊານ, ນັກວິຊາການ ຈາກປະເທດອື່ນໆ ໃນ 2 ຫົວຂໍ້ທີ່ສໍາຄັນຄື: ກອງປະຊຸມ ກ່ຽວກັບ ຂອບການຮ່ວມມືທາງເສດຖະກິດລະດັບພາກພື້ນ ອາຊຽນ-ຢູລາເຊຍ (EAEU-ASEAN Business Dialogue),​ ເຊິ່ງທາງເບື້ອງອົງການຮ່ວມມື ຢູລາຊຽນ ປະກອບມີປະເທດສະມາຊິກ ຄື: ຣັດເຊຍ, ເບລາຣຸດຊີ, ກາຊັກສະຖານ, ອາກເມນີ ແລະ ກຽກກິດສະຖານ. ຕໍ່ກັບຫົວຂໍ້ນີ້, ທ່ານ ຮອງນາຍົກ ສະເຫລີມໄຊ ກົມມະສິດ ໄດ້ຍົກໃຫ້ເຫັນເຖິງບົດບາດຄວາມສຳຄັນ ແລະ ບັນດາທ່າແຮງຂອງທັງສອງອົງການ ສຳລັບການຮ່ວມມືເພື່ອການພັດທະນາ ແລະ ທິດທາງເພື່ອເສີມຂະຫຍາຍ ແລະ ຮັດແໜ້ນການຮ່ວມມືໃນຕໍ່ໜ້າ. ພ້ອມທັງ ໄດ້ຍົກໃຫ້ເຫັນຜົນສຳເລັດຂອງການເປັນປະທານໝູນວຽນອາຊຽນ ຂອງ ສປປ ລາວ ໃນປີ 2024 ແລະ ບັນດາຜົນສຳເລັດອື່ນໆ,​ ແລະ ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ເຂົ້າຮ່ວມກອງປະຊຸມພາຍໃຕ້ຫົວຂໍ້ ອະນາຄົດຂອງລະບົບການເງິນສາກົນ (The Future of the International Financial System) ເຊິ່ງໄດ້ຕີລາຄາສະພາບການຂອງລະບົບການເງິນໃນປັດຈຸບັນ ທີ່ໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ປີ 1966 ແມ່ນບໍ່ມີຄວາມສະເໝີພາບເທົ່າທີ່ຄວນ ແລະ ບໍ່ສອດຄອງກັບຍຸກສະໄໝ ທີ່ມີຄວາມກ້າວໜ້າ ທາງດ້ານເຕັກໂນໂລຊີຫລາຍຂຶ້ນ. ສະນັ້ນ, ຄວນມີການປະຕິຮູບລະບົບການເງິນຄືນໃໝ່ ທີ່ມີທາງເລືອກຫລາຍຂຶ້ນ ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ, ຄວາມວ່ອງໄວ, ສາມາດຊຳລະດ້ວຍສະກຸນເງິນອື່ນໆ ຫລື ເງິນທ້ອງຖິ່ນໃນການຄ້າຂາຍສອງຝ່າຍກັບປະເທດໃກ້ຄຽງ ໂດຍສະເພາະ ແມ່ນເພື່ອຫລຸດຜ່ອນການເອື່ອຍອີງ ໃສ່ແຕ່ສະກຸນເງິນໂດລາ ແລະ ລະບົບ SWIFT.



ນອກຈາກນີ້, ທ່ານ ຮອງນາຍົກ ສະເຫລີມໄຊ ກົມມະສິດ ແລະ ຄະນະ ຍັງໄດ້ເຂົ້າຮ່ວມກອງປະຊຸມ ພາກຄົບຄະນະ (Plenary Session) ທີ່ໄດ້ຮັບກຽດເຂົ້າຮ່ວມ ໂດຍທ່ານ ປູຕິນ ປະທານາທິບໍດີ ສ ຣັດເຊຍ ພ້ອມດ້ວຍແຂກຖືກຮັບເຊີນພິເສດ ຄື: ທ່ານ Prabowo Subianto ປະທານາທິບໍດີ ອິນໂດເຊຍ, ທ່ານ Sheikh Nasser bin Hamad Al Khalifa ແຫ່ງ ຣາຊະອານາຈັກ ບາເລັນ, ທ່ານ Ding Xuexiang, ຮອງນາຍົກລັດຖະມົນຕີ ສປ ຈີນ ແລະ ທ່ານ Paul Mashatile, ຮອງປະທານາທິບໍດີອາຟລິກາໃຕ້. ໃນກອງປະຊຸມພາກດັ່ງກ່າວນີ້, ປະທານາທິບໍດີ ປູຕິນ ໄດ້ຂຶ້ນກ່າວຄຳເຫັນ ທີ່ສຸມໃສ່ຫລາຍບັນຫາສຳຄັນພົ້ນເດັ່ນ ເປັນຕົ້ນ ສະພາບການພັດທະນາເສດຖະກິດພາກພື້ນ ແລະ ໃນໂລກ ໂດຍສະເພາະ ແມ່ນສະພາບການພັດທະເສດຖະກິດ,​ ການດຳເນີນທຸລະກິດ, ​ການຄ້າ, ການລົງທຶນ ແລະ ການຈັດຕັ້ງປະຕິບັດວຽກງານໃນຂະແໜງການຕ່າງໆ ຂອງ ຣັດເຊຍ ໃນປັດຈຸບັນ ທີ່ຍັງມີຄວາມເຂັ້ມແຂງ ແລະ ກ້າວໜ້າຂຶ້້ນໄປຢ່າງບໍ່ຢຸດຢັ້ງ ທ່ານກາງສະພາບຄວາມຫຍຸ້ງຍາກຕ່າງໆ ແລະ ສິ່ງທ້າທາຍ ທີ່ເກີດຂຶ້ນໃນໂລກ. ພ້ອມດຽວກັນ, ບັນດາແຂກກຽດຕິມະສັກທີ່ຖືກເຊີນເຂົ້າຮ່ວມ ຍັງໄດ້ຂຶ້ນມີຄໍາເຫັນຖັດຈາກ ທ່ານ ປະທານາທິບໍດີ ປູຕິນ.



ໃນໄລຍະການເຂົ້າຮ່ວມກອງປະຊຸມ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕຳແໜ່ງ, ທ່ານ ອາເລັກເຊ ໂອເວຣຊຸກ (Alexey Overchuk) ຮອງນາຍົກລັດຖະມົນຕີ ແຫ່ງ ສ ຣັດເຊຍ ເພື່ອປຶກສາຫາລືໃນການສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ຣັດເຊຍ ແລະ ຍັງໄດ້ພົບປະກັບພາກທຸລະກິດທີ່ມີທ່າແຮງ ຂອງ ຝ່າຍຣັດເຊຍ ອີກຈຳນວນໜຶ່ງ ເພື່ອປຶກສາຫາລື, ແລກປ່ຽນຂໍ້ມູນຂ່າວສານ ສຳລັບ ການຮ່ວມມືໃນຂົງເຂດທຸລະກິດ ເພື່ອສົ່ງເສີມ ແລະ ດຶງດູດການຄ້າ ແລະ ການລົງທຶນມາສູ່ ສປປ ລາວ ໃຫ້ຫລາຍຂຶ້ນໃນອະນາຄົດ.
KPL

ຂ່າວອື່ນໆ

    • ມອບ-ຮັບ ໜ້າທີ່ ລັດຖະມົນຕີກະຊວງສາທາລະນະສຸກ ການເມືອງ

      ມອບ-ຮັບ ໜ້າທີ່ ລັດຖະມົນຕີກະຊວງສາທາລະນະສຸກ

      6/23/2025 9:36:36 AM

      ຂປລ. ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ບຸນແຝງ ພູມມາໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ (ຜູ້ເກົ່າ) ແລະ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ (ຜູ້ໃໝ່) ໄດ້ຈັດຂຶ້ນ ໃນວັນທີ 19 ມິຖຸນາ 2025 ຜ່ານມານີ້, ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ພົອ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີ ທ່ານ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາ ຄະນະປະຈໍາພັກ, ຄະນະພັກກະຊວງ, ຮອງລັດຖະມົນຕີ, ຄະນະກົມ, ຫ້ອງການ, ສະຖາບັນ, ສູນ, ໂຮງໝໍສູນກາງ, ພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ ແລະ ບັນດາແຂວງ ພ້ອມດ້ວຍ ພະນັກງານຫລັກແຫລ່ງຂອງສອງກະຊວງກ່ຽວຂ້ອງ ເຂົ້າຮ່ວມ.

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ເປີດງານ ວາງສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 9ການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ເປີດງານ ວາງສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 9

      6/23/2025 9:30:11 AM

      ຂປລ. ໃນວັນທີ 19 ມິຖຸນາ 2025 ຜ່ານມານີ້, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນຖານະເປັນແຂກປະເທດກິດຕິມະສັກ ໄດ້ເຂົ້າຮ່ວມ ແລະ ໃຫ້ກຽດຂຶ້ນກ່າວຄຳປາໄສ ໃນພິທີເປີດງານສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 9 ແລະ ງານວາງສະແດງ ການນໍາເຂົ້າ-ສົ່ງອອກສິນຄ້າ ຄຸນໝິງ ສປ ຈີນ ຄັ້ງທີ 29

    • ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ຜູ້ອໍານວຍການຫ້ອງການທະນາຄານໂລກ ເຂົ້າຢ້ຽມອໍາລາການເມືອງ

      ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ຜູ້ອໍານວຍການຫ້ອງການທະນາຄານໂລກ ເຂົ້າຢ້ຽມອໍາລາ

      6/23/2025 9:26:06 AM

      ຂປລ. ໃນຕອນບ່າຍວັນທີ 20 ມິຖຸນາ 2025 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ອາເລັກຊານເດີ ແຄຣເມີ (Alexander Kremer) ຜູ້ອໍານວຍການ ຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ໃນໂອກາດຈົບວາລະການປະຕິບັດໜ້າທີ່ ຢູ່ ສປປ ລາວ.

    • ມອບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວການເມືອງ

      ມອບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ

      6/23/2025 9:22:15 AM

      ຂປລ. ຫ້ອງວ່າການກະຊວງປ້ອງກັນປະເທດ ຈັດພິທີມອບຫລຽນກາລະນຶກ 70 ປີ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ (22 ມີນາ 1955-22 ມີນາ 2025) ວັນທີ 20 ມິຖຸນາ 2025 ພາຍ​ໃຕ້ການເປັນປະທານ ​ແລະ ປະດັບ​ຫລຽນ

    • ນາຍົກລັດຖະມົນຕີ ເນັ້ນໃຫ້ການນຳ ແຂວງບໍລິຄຳໄຊ ເອົາໃຈໃສ່ບາງບັນຫາສໍາຄັນການເມືອງ

      ນາຍົກລັດຖະມົນຕີ ເນັ້ນໃຫ້ການນຳ ແຂວງບໍລິຄຳໄຊ ເອົາໃຈໃສ່ບາງບັນຫາສໍາຄັນ

      6/23/2025 9:18:08 AM

      ຂປລ. ​ໃນ​ໂອກາດລົງພົບປະໂອ້ລົມ ການນຳ ແລະ ພະນັກງານຫລັກແຫລ່ງ ຂອງແຂວງບໍລິຄຳໄຊ ​ໃນ​ວັນ​ທີ 20 ມິຖຸນາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ​ໄດ້​ເນັ້ນໜັກໃຫ້ເອົາໃຈໃສ່ ໃນຕໍ່ໜ້າບາງດ້ານ ເປັນຕົ້ນ ສືບຕໍ່ປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ

ads
ads

Top