ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີອົງການຮ່ວມມືທາງລົດໄຟ ຄັ້ງທີ 52

17/06/2025 14:16
Email Print 4907
ຂປລ ຂປລ. ກອງປະຊຸມລັດຖະມົນຕີ ອົງການຮ່ວມມືທາງລົດໄຟ (OSJD) ຄັ້ງທີ 52 ຈັດຂຶ້ນເມື່ອບໍ່ດົນຜ່ານມາ ຢູ່ເມືອງຊິງຕ່າວ ສປ ຈີນ ໂດຍມີຜູ້ຕາງໜ້າຈາກ 21 ປະເທດສະມາຊິກ ລວມທັງ ສປ ຈີນ, ຣັດເຊຍ, ລາວ, ສ ເກົາຫລີ, ຮົງກາຣີ, ມີຜູ້ຕາງໜ້າຈາກຄະນະກຳມະການ ປະສານງານສາກົນກ່ຽວກັບ ການຂົນສົ່ງຂ້າມແດນເອີຣົບ-ອາຊີ, ຄະນະກຳມະການຮ່ວມມືທາງລົດໄຟ, ຜູ້ຕາງໜ້າຈາກກະຊວງໂຍທາທິການ ແລະ ຂົນສົ່ງ ຂອງ ສປປ ລາວ ແລະ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ເຂົ້າຮ່ວມ.



ຂປລ. ກອງປະຊຸມລັດຖະມົນຕີ ອົງການຮ່ວມມືທາງລົດໄຟ (
OSJD) ຄັ້ງທີ 52 ຈັດຂຶ້ນເມື່ອບໍ່ດົນຜ່ານມາ ຢູ່ເມືອງຊິງຕ່າວ ສປ ຈີນ ໂດຍມີຜູ້ຕາງໜ້າຈາກ 21 ປະເທດສະມາຊິກ ລວມທັງ ສປ ຈີນ, ຣັດເຊຍ, ລາວ, ສ ເກົາຫລີ, ຮົງກາຣີ, ມີຜູ້ຕາງໜ້າຈາກຄະນະກຳມະການ ປະສານງານສາກົນກ່ຽວກັບ ການຂົນສົ່ງຂ້າມແດນເອີຣົບ-ອາຊີ, ຄະນະກຳມະການຮ່ວມມືທາງລົດໄຟ, ຜູ້ຕາງໜ້າຈາກກະຊວງໂຍທາທິການ ແລະ ຂົນສົ່ງ ຂອງ ສປປ ລາວ ແລະ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ເຂົ້າຮ່ວມ.




ກອງປະຊຸມຄັ້ງນີ້
, ສຸມໃສ່ຫລາຍຫົວຂໍ້ຫລັກ, ກວມເອົາບົດລາຍງານວຽກງານປະຈຳປີ 2024, ນະໂຍບາຍການຂົນສົ່ງ ແລະ ຍຸດທະສາດພັດທະນາ, ລະບຽບການຂົນສົ່ງ, ການສຶກສາ ແລະ ຝຶກອົບ ຮົມວິຊາຊີບ ແລະ ຜົນສຳເລັດອື່ນໆ, ພ້ອມທັງພິຈາລະນາ ແລະ ຜ່ານແຜນງົບປະມານຂອງປີ 2025, ງົບປະມານເບື້ອງຕົ້ນຂອງປີ 2026, ພ້ອມປຶກສາຫາລືກ່ຽວກັບທີ່ຕັ້ງຂອງສໍານັກງານໃຫຍ່, ຈັດສັນຕໍາແໜ່ງໃນໂຄງປະກອບການຈັດຕັ້ງ ແລະ ແຕ່ງຕັ້ງຕຳແໜ່ງທີ່ກ່ຽວຂ້ອງ, ກຳນົດລຳດັບການເປັນເຈົ້າພາບ ກອງປະຊຸມລັດຖະມົນຕີ ໃນຕໍ່ໜ້າຢ່າງຊັດເຈນ ແລະ ກໍານົດວາລະ, ເວລາ, ສະຖານທີ່ເບື້ອງຕົ້ນຂອງກອງປະຊຸມ ລັດຖະມົນຕີອົງການຮ່ວມມືທາງລົດໄຟ ຄັ້ງທີ 53.

ອົງການຮ່ວມມືທາງລົດໄຟ ແມ່ນເວທີຮ່ວມມືທາງລົດໄຟ ລະຫວ່າງລັດຖະບານ ທີ່ສຳຄັນໃນພາກພື້ນເອີລົບ ແລະ ອາຊີ, ເປັນອົງການຊຸກຍູ້ການປະສານງານ ນະໂຍບາຍການຂົນສົ່ງ ແລະ ການເຊື່ອມຕໍ່ລະຫວ່າງ ບັນດາປະເທດສະມາຊິກ. ການຈັດກອງປະຊຸມຄັ້ງນີ້, ຈະຊຸກຍູ້ການຮ່ວມມືທາງລົດໄຟໃນພາກພື້ນ ແລະ ຊຸກຍູ້ການພັດທະນາລະບົບ ຄົມມະນາຄົມຂ້າມແດນ ໃຫ້ມີຄຸນນະພາບສູງຂຶ້ນອີກ.

ຂໍ້ມູນ-ພາບ: ບໍລິສັດທາງລົດໄຟ ລາວ-ຈີນ

KPL

ຂ່າວອື່ນໆ

    • ປະເທດ ລາຊະອານາຈັກໄທອາຊຽນ ASEAN

      ປະເທດ ລາຊະອານາຈັກໄທ

      12/19/2025 9:33:38 AM

      ປະເທດລາຊະອານາຈັກໄທ (The Kingdom of Thailand) ມີນະຄອນຫລວງຊື່ວ່າ: ບາງກອກ (Bang kok), ຊຶ່ງເປັນປະເທດ ເພື່ອນບ້ານ ຮັກແພງຊ່ວຍເຫລືອ ເຊິ່ງກັນ ແລະ ກັນມາໂດຍຕະຫລອດກັບ ປະເທດລາວ ແລະ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນກັບ ປະເທດ ສປປ ລາວ ເມື່ອວັນທີ 19.12.1950 ເປັນຕົ້ນມາ.

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

ads
ads

Top