ຂປລ
ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 20 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ສະເໝີຮ່າງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) ປະກອບມີ XII ພາກ, 21 ໝວດ, 114 ມາດຕາ.

ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 20 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ສະເໝີຮ່າງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) ປະກອບມີ XII ພາກ, 21 ໝວດ, 114 ມາດຕາ. ຫລັງຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ກໍພ້ອມກັນ, ປະກອບຄຳຄິດຄຳເຫັນໃສ່ ຮ່າງກົດໝາຍດັ່ງ ກ່າວ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຮັດກຸມ ເພື່ອເປັນບ່ອນອີງໃນການຈັດຕັັ້ງປະຕິບັດ ແລະ ຄຸ້ມຄອງວຽກງານກ່ຽວກັບຢາ ແລະ ຜະລິດຕະພັນການແພດ.
ໃນໂອກາດນີ້, ທ່ານ ນາງ ໃບຄໍາ ຂັດທິຍະ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງກົດໝາຍ ເຫັນໄດ້ວ່າວຽກງານຄຸ້ມຄອງຢາ ແລະ ຜະລິດຕະພັນການແພດ ເປັນວຽກງານທີ່ກວ້າງຂວາງ ກວມເອົາທຸກບັນຫາທີ່ກ່ຽວຂ້ອງກັບຄຸນນະພາບ, ປະສິດທິພາບ ແລະ ຄວາມປອດໄພ ຂອງຜະລິດຕະພັນ ເຊິ່ງຄວາມປອດໄພ ແມ່ນຕົ້ນຈາກການພັດທະນາ, ການຜະລິດ, ການນໍາເຂົ້າ, ການຈໍລະຈອນຈໍາໜ່າຍ ແລະ ການນໍາໃຊ້ໃນທຸກຂົງເຂດວຽກງານ ສາທາລະນະສຸກ. ດັ່ງນັ້ນ, ການຄຸ້ມຄອງຢາ ແລະ ຜະລິດຕະພັນການແພດ ແມ່ນການກວມເອົາຫລາຍທຸລະກິດ, ຫລາຍຜະລິດຕະພັນ ເປັນຕົ້ນ ຜະລິດຕະພັນຢາຫລວງ, ຢາພື້ນເມືອງ, ວັກຊີນ, ສະແກຣມເຊວ, ອຸປະກອນການແພດ, ຜະລິດຕະພັນເສີມສຸຂະພາບ, ເຄື່ອງສໍາອາງ, ເຄມີຄວບຄຸມ, ເຄມີອັນຕະລາຍທີ່ໃຊ້ໃນຄົວເຮືອນ ເຊິ່ງຜະລິດຕະພັນເຫລົ່ານີ້ ຈະຕ້ອງມີກົດໝາຍ, ລະບຽບການ, ເຄື່ອງມື ແລະ ໜ່ວຍງານຄຸ້ມຄອງສະເພາະ, ຕ້ອງມີຄວາມເຂັ້ມແຂງນັບທັງສູນກາງ ແລະ ທ້ອງຖິ່ນ ໃນການປະຕິບັດງານ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພ ແກ່ຜູ້ຊົມໃຊ້.

ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) ແລະ ລະບຽບການທີ່ກ່ຽວຂ້ອງ ແລະ ອີງໃສ່ການປະເມີນຂອງສາກົນ ໂດຍສະເພາະ ການປະເມີນກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ສະບັບນໍາໃຊ້ປັດຈຸບັນ ເຫັນວ່າ ຍັງມີສິ່ງທ້າທາຍ, ຫລາຍສົມຄວນ ເນື່ອງຈາກກົດໝາຍສະບັບດັ່ງກ່າວ, ແມ່ນໄດ້ປັບປຸງ ແລະ ນໍາໃຊ້ມາຫລາຍປີແລ້ວ ຈຶ່ງເຮັດໃຫ້ບາງເນື້ອໃນຂອງກົດໝາຍ ບໍ່ສອດຄ່ອງກັບສະພາບໃນປັດຈຸບັນ, ບາງເນື້ອໃນຍັງກໍານົດບໍ່ລະ ອຽດ, ຊັດເຈນ ແລະ ຍັງບໍ່ຄົບຖ້ວນ ແລະ ມີຊ່ອງວ່າງທີ່ມີຄວາມສ່ຽງ ຕໍ່ການຈັດຕັ້ງປະຕິບັດວຽກງານ ການຮັບປະກັນຄຸນນະພາບ ແລະ ຄວາມປອດໄພ ຈຶ່ງເຮັດໃຫ້ບໍ່ສາມາດປະຕິບັດ ໃນບາງວຽກງານທີ່ຈຳ ເປັນ ແລະ ການບັງຄັບໃຊ້ກໍຍັງບໍ່ທັນເຂັ້ມແຂງໜັກແໜ້ນ ເຊິ່ງເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຢາ ແລະ ຜະລິດຕະພັນການແພດ ຍັງບໍ່ຄວບຄຸມເອົາທຸກບັນຫາທີ່ກ່ຽວຂ້ອງ ກັບການຮັບປະກັນຄຸນນະພາບຂອງຢາ ແລະ ຜະລິດຕະພັນການແພດ. ສະນັ້ນ, ຈຶ່ງຈໍາເປັນຕ້ອງໄດ້ປັບປຸງກົດໝາຍສະບັບນີ້.
ທ່ານ ນາງ ໃບຄໍາ ຂັດທິຍະ ໄດ້ໃຫ້ຮູ້ອີກວ່າ: ພາຍຫລັງທີ່ກົດໝາຍສະບັບນີ້, ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຄາດວ່າຈະຊ່ວຍເຮັດໃຫ້ວຽກງານການຄຸ້ມຄອງຢາ ແລະ ຜະລິດຕະພັນການແພດ ສາ ມາດດຳເນີນໄປ ຢ່າງເປັນລະບົບ, ຄົບຊຸດ ແລະ ມີປະສິດທິພາບ ເພີ່ມຂຶ້ນ; ເປັນເຄື່ອງມືໃຫ້ແກ່ທຸກພາກສ່ວນ ທັງພາກລັດນັບແຕ່ສູນກາງ ຮອດທ້ອງຖິ່ນ ທີ່ເຮັດໜ້າທີ່ໃນການຄຸ້ມຄອງ ແລະ ຜູ້ປະກອບການດ້ານຢາ ແລະ ຜະລິດຕະພັນກາແນພັດ ໄດ້ຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ຮັບປະກັນຢາ ແລະ ຜະລິດຕະພັນການແພດ ມີຄຸນນະພາບ, ປະສິດທິພາບ ແລະ ປອດໄພຍິ່ງຂຶ້ນ; ເຮັດໃຫ້ວຽກງານຄຸ້ມຄອງຢາ ແລະ ຜະລິດຕະພັນການແພດ ໄດ້ຮັບການພັດທະນາ ຢ່າງເປັນລະບົບຄົບຊຸດ ໂດຍສະເພາະ ການຮັບປະກັນຄຸນນະພາບ; ເພື່ອອຳນວຍຄວາມສະດວກທາງດ້ານການຄ້າ ໂດຍສະ ເພາະ ໃຫ້ແກ່ຜູ້ປະກອບການດ້ານການຜະລິດ, ນໍາເຂົ້າ, ສົ່ງອອກ, ຈຳໜ່າຍຢາ ແລະ ຜະລິດຕະພັນການແພດ.
ຂ່າວ: ກິດຕາ
ພາບ: ເກດສະໜາ
KPL