ຂປລ
ຂປລ. ພິທີປະກາດກົງຈັກການຈັດຕັ້ງ ໂຮມກະຊວງພາຍໃນ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ ຈັດຂຶ້ນໃນວັນທີ 18 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຮອງຫົວໜ້າຄະນະຮັບຜິດຊອບ ປັບປຸງກົງຈັກການຈັດຕັ້ງ, ຫົວໜ້າກອງເລຂາຄະນະປັບປຸງ ກົງຈັກການຈັດຕັ້ງຂັ້ນສູນກາງ

ຂປລ. ພິທີປະກາດກົງຈັກການຈັດຕັ້ງ ໂຮມກະຊວງພາຍໃນ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ ຈັດຂຶ້ນໃນວັນທີ 18 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຮອງຫົວໜ້າຄະນະຮັບຜິດຊອບ ປັບປຸງກົງຈັກການຈັດຕັ້ງ, ຫົວໜ້າກອງເລຂາຄະນະປັບປຸງ ກົງຈັກການຈັດຕັ້ງຂັ້ນສູນກາງ, ມີ ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງພາຍໃນ, ຄະນະປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ, ສະຫາຍ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຫົວໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ ຄະນະຈັດຕັ້ງສູນກາງພັກ, ມີຄະນະຮັບຜິດຊອບປັບປຸງກົງຈັກ ການຈັດຕັ້ງຄະນະຈັດຕັ້ງສູນກາງພັກ ແລະ ກະຊວງພາຍໃນ, ບັນດາຄະນະພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ທັງສອງພາກສ່ວນ ເຂົ້າຮ່ວມ.

ໃນພິທີ, ສະຫາຍ ວິໄລວົງ ບຸດດາຄຳ ໄດ້ລາຍງານຜົນການກະກຽມ ແລະ ດຳເນີນການປັບປຸງກົງຈັກການຈັດຕັ້ງ ເຊິ່ງກົງຈັກການຈັດຕັ້ງຂອງກະຊວງພາຍໃນ ທີ່ໂອນມາຂຶ້ນກັບຄະນະຈັດຕັ້ງ ສູນກາງພັກປະກອບມີ 9 ກົມ ແລະ ທຽບເທົ່າ ຄື: ຫ້ອງການ, ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ, ກົມພັດທະນາການບໍລິຫານລັດ, ກົມການປົກຄອງທ້ອງຖິ່ນ, ກົມຄຸ້ມຄອງລັດຖະກອນ, ກົມແຂ່ງຂັນ ແລະ ຍ້ອງຍໍ, ກົມຄຸ້ມຄອງຫົວໜ່ວຍວິຊາການ ແລະ ພາລະກອນ ແລະ ສະຖາບັນຄົ້ນຄວ້າວິທະ ຍາສາດການປົກຄອງ ແລະ ຝຶກອົບຮົມ, ພ້ອມທັງຍົກຍ້າຍພະນັກງານ-ລັດຖະກອນ 197 ສະຫາຍໄປຂຶ້ນກັບຄະນະຈັດຕັ້ງສູນກາງພັກ.

ພາຍຫລັງໂຮມເຂົ້າກັນ ດ້ານໂຄງປະກອບການຈັດຕັ້ງ ປະກອບມີ 12 ກົມ ແລະ ທຽບເທົ່າ, ມີ 51 ພະແນກ; ດ້ານໂຄງປະກອບບຸກຄະລາກອນ ປະກອບມີຄະນະພັກ 9 ສະຫາຍ, ຄະນະຈັດຕັ້ງສູນກາງພັກ 5 ສະຫາຍ, ຫົວໜ້າກົມ ແລະ ທຽບເທົ່າ 12 ສະຫາຍ, ຮອງຫົວໜ້າກົມ ແລະ ທຽບເທົ່າ 42 ສະຫາຍ, ຫົວໜ້າພະແນກ 51 ສະຫາຍ, ພະນັກງານ-ລັດຖະກອນ 384 ສະຫາຍ.

ບົ່ງຕົວແຕ່ງຕັ້ງ ຄະນະບໍລິຫານງານພັກ ຄະນະຈັດຕັ້ງສູນກາງພັກ ຊຸດໃໝ່ 9 ສະຫາຍ; ບົ່ງຕົວແຕ່ງຕັ້ງຄະນະປະຈຳພັກ, ເລຂາ, ຮອງເລຂາຄະນະບໍລິຫານງານພັກ ດັ່ງນີ້: ສະຫາຍ ນາງ ສີໃສ ລືເດດມູນສອນ ເປັນເລຂາຄະນະບໍລິຫານງານພັກ, ສະຫາຍ ວິໄລວົງ ບຸດດາຄຳ ເປັນຮອງເລຂາຄະນະບໍລິຫານງານພັກ ແລະ ສະຫາຍ ນາງ ບຸດສະດີ ທະນະເມືອງ ເປັນຮອງເລຂາຄະນະບໍລິ ຫານງານພັກ; ແຕ່ງຕັ້ງ ຄະນະຈັດຕັ້ງສູນກາງພັກ ຊຸດໃໝ່ 5 ສະຫາຍ ດັ່ງນີ້: ສະຫາຍ ນາງ ສີໃສ ລືເດດມູນສອນ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະຫາຍ ວິໄລວົງ ບຸດດາຄຳ, ສະຫາຍ ນາງ ບຸດສະດີ ທະນະເມືອງ, ສະຫາຍ ວິສຸກ ພົມພິທັກ ແລະ ສະຫາຍ ດອນ ໄພວົງ ເປັນຮອງຫົວໜ້າ ຄະນະຈັດຕັ້ງສູນກາງພັກ. ພ້ອມນີ້, ຍັງໄດ້ຍົກຍ້າຍ ສະຫາຍ ພັອ ນາງ ລີວົງ ລາວລີ ກໍາມະການສໍາຮອງສູນກາງພັກ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງພາຍໃນ ໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນຄວາມສະຫງົບ ແລະ ໄດ້ຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງຂັ້ນກົມ ແລະ ບຸກຄະລາກອນ ຕື່ມອີກ.

ໃນຕອນທ້າຍ, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ມີຄຳເຫັນໂອ້ລົມ ຍ້ອງຍໍຊົມເຊີຍຕໍ່ຄະ ນະຮັບຜິດຊອບ ແລະ ສະເໜີໃຫ້ຄະນະພັກ-ຄະນະນໍາສືບຕໍ່ເສີມຂະຫຍາຍ ບົດບາດການນໍາພາ-ຊີ້ນໍາວຽກງານ ການເມືອງແນວຄິດ ໃຫ້ມີຄວາມໜັກແໜ້ນ, ຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນ, ມີການມອບວຽກ, ແບ່ງງານ, ແບ່ງຄວາມຮັບຜິດຊອບ ໃຫ້ແຕ່ລະບຸກຄົນຢ່າງລະອຽດຈະແຈ້ງ; ຍົກສູງຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດບັນດານິຕິກໍາ, ລະບຽບຫລັກການທີ່ກ່ຽວຂ້ອງຕິດພັນ ກັບການຍົກສູງຄວາມຮັບຜິດຊອບ ດ້ານບຸກຄະລະກອນ ແລະ ການຈັດຕັ້ງ ໃນແຕ່ລະຂັ້ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ໃນຕໍ່ໜ້າມີຜົນສໍາເລັດໃໝ່ຢ່າງຕັ້ງໜ້າ. ການປັບປຸງກົງຈັກການຈັດຕັ້ງຄັ້ງນີ້, ແມ່ນການປະຕິບັດແນວທາງ ການຈັດຕັ້ງຂອງພັກໃຫ້ກະທັດຮັດ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ເຂັ້ມແຂງ, ເນື້ອແທ້ແມ່ນການບໍລິຫານຈັດການອົງການ ເພື່ອນຳໃຊ້ຊັບພະຍາກອນຢ່າງປະຢັດ, ຄຸ້ມຄ່າ, ເກີດຜົນປະໂຫຍດສູງສຸດ ແລະ ຍືນຍົງ.
KPL