ຂປລ
ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.
*ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.
ມາດຕາ 32 (ປັບປຸງ) ການສຳຫລວດປ່າ ແມ່ນການເກັບກຳຂໍ້ມູນກ່ຽວກັບຊະນິດພັນ, ຈຳນວນປະຊາກອນ, ຄວາມຫລາກຫລາຍທາງດ້ານພັນທຸກຳ, ສະພາບການຄົງຕົວ, ການຂະຫຍາຍຕົວ, ຖິ່ນທີ່ຢູ່ອາໄສ, ເຂດປົກປັກຮັກສາພັນສັດປ່າ ແລະ ອື່ນໆ. ຂະແໜງກະສິກຳ ແລະ ປ່າໄມ້ ເປັນເຈົ້າການປະສານສົມທົບກັບຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງໃນການສຳຫລວດ ແລະ ສ້າງລະບົບຖານຂໍ້ມູນຂ່າວສານກ່ຽວກັບສັດປ່າເພື່ອສະໜອງໃຫ້ແກ່ການວາງແຜນພັດທະນາໃນແຕ່ລະເຂດ ແຕ່ລະໄລຍະ. ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງທີ່ມີຈຸດປະສົງໃນການສຳຫລວດປ່າຕ້ອງຂໍອະນຸຍາດນຳຂະແໜງການກະສິກຳ ແລະ ປ່າໄມ້.
ມາດຕາ 33 (ປັບປຸງ) ການກຳນົດເຂດປົກປັກຮັກສາສັດປ່າຂະແໜງກະສິກຳ ແລະ ປ່າໄມ້ ປະສານສົມທົບກັບຂະແໜງ, ອົງການປົກຄອງທ້ອງຖ່ິນທ່ີກ່ຽວຂ້ອງກຳນົດຖິ່ນທີ່ຢູ່ອາໄສ, ເຂດອະນຸລັກພັນ ແລະ ແຫລ່ງອາຫານຂອງສັດປ່າຕາມຂໍ້ມູນຕົວຈິງທີ່ໄດ້ຈາກການສຳຫລວດດ້ວຍການເຂົ້າຮ່ວມຂອງປະຊາຊົນ ພ້ອມທັງອອກລະບຽບການໃນການຄຸ້ມຄອງເຂດປົກປັກຮັກສາຕາມຄວາມຮັບຜິດຊອບຂອງຕົນ.
ມາດຕາ 34 (ໃໝ່) ການສ້າງສູນຟື້ນຟູສຸຂະພາບສັດບຸກຄົນ,ນິຕິບຸກຄົນ ຫລື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງສ້າງສູນຟື້ນຟູສຸຂະພາບ ສັດປ່າເພື່ອເປັນບ່ອນພັກຟື້ນ, ປິ່ນປົວສັດປ່າທີ່ຕິດເຊື້ອພະຍາດ, ບາດເຈັບ ຫລື ອ່ອນເພຍຕ້ອງຂໍອະນຍາດນຳກະຊວງກະສິກຳ ແລະ ປ່າໄມ້. ໃນກໍລະນີສັດປ່າທ່ີຖືກຢຶດ, ອາຍັດ, ຮີບ ຫລື ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງມອບໃຫ້ຕ້ອງໄດ້ນຳມາກວດສຸຂະພາບ, ຟື້ນຟູ ແລະ ປິ່ນປົວຢູ່ສູນຟື້ນຟູສຸຂະພາບສັດປ່າຕາມແຕ່ລະກໍລະນີ. ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ກຳນົດລະບຽບການກ່ຽວກັບການສ້າງສູນຟື້ນຟູສຸຂະພາບສັດປ່າ.
ມາດຕາ 35 (ໃໝ່) ການປ່ອຍສັດປ່າຄືນສູ່ທຳມະຊາດ ຕ້ອງຈັດຕ້ັ້ງປະຕິບັດ ຢູ່ພື້ນທີ່ປ່າໄມ້ ຫລື ຖ່ິນທີ່ຢູ່ອາໄສທຳມະຊາດທີ່ມີຄວາມເໝາະສົມ,ມີສະພາບແວດລ້ອມທີ່ສັດຊະນິດພັນນັ້ນສາມາດອາໄສຢູ່ໄດ້ ແລະ ບໍ່ສົ່ງຜົນກະທົບຕໍ່ຊະນິດພັນອື່ນ ໂດຍມີການຄຸ້ມຄອງ, ປົກປັກຮັກສາຢ່າງເຂ້ັມງວດ. ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ກຳນົດລະບຽບການກ່ຽວກັບການປ່ອຍສັດປ່າຄືນສູ່ທຳມະຊາດ.
ມາດຕາ 36 (ປັບປຸງ) ການສຶກສາຄົ້ນຄວ້າດ້ານວິທະຍາສາດ ແມ່ນການດຳເນີນ, ການວິເຄາະ, ວິໄຈກ່ຽວກັບຊະນິດພັນ, ການຂະຫຍາຍພັນ, ສືບພັນ, ພັນທຸກຳ, ອາຫານ, ການຈະເລີນເຕີບໂຕ, ລະບົບນິເວດ ແລະ ຄຸນປະໂຫຍດລວມທັງ ການຊອກຫາຮູບແບບ ແລະ ມາດຕະຖານເຕັກນິກເພື່ອນຳໃຊ້ເຂ້ົ້າໃນວຽກງານສັດປ່າ.
ບຸກຄົນ,ນິຕິບຸກຄົນ ຫລື ການຈັດຕັ້ງສາມາດດຳເນີນການຄົ້ນຄວ້າດ້ານວິທະຍາສາດກ່ຽວກັບສັດປ່າພ້ອມທັງການລົງທຶນສ້າງສະຖາບັນ ຫລື ສູນຄົ້ນຄວ້າດ້ານວິທະຍາສາດ ຕາມການອະນຸຍາດຂອງຂະແໜງການທີ່ກ່ຽວຂ້ອງ ແລະ ຖືກຕ້ອງຕາມກົດໝາຍ, ສົນທິສັນຍາທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ. ການນຳເອົາສັດປ່າລວມທັງຊາກ, ຊິ້ນສ່ວນ ແລະ ຜະລິດຕະພັນສັດປ່າໄປຄ້ົນຄວ້າດ້ານວິທະຍາສາດຢູ່ຕ່າງປະເທດຕ້ອງຂໍອະນຸຍາດນຳກະຊວງກະສິກຳ ແລະ ປ່າໄມ້. ພາຍຫລັງສຳເລັດການຄົ້ນຄວ້າດ້ານວິທະຍາສາດ ແລ້ວຕ້ອງສົ່ງຜົນການຄົ້້ນຄວ້າໃຫ້ກະຊວງກະສິກຳ ແລະ ປ່າໄມ້ພາຍໃນເວລາສິບຫ້າວັນ. ຜູ້ທີ່ໄດ້ຮັບອະນຸຍາດ ແລະ ໄດ້ຮັບຜົນປະໂຫຍດຈາກການຄົ້ນຄວ້າດ້ານວິທະຍາສາດຕ້ອງໄດ້ແບ່ງປັນຜົນປະໂຫຍດໃຫ້ລັດຕາມການຕົກລົງ.
ມາດຕາ 37 (ໃໝ່) ການປູກຈິດສຳນຶກ ແມ່ນການໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມກ່ຽວກັບຄວາມໝາຍ ແລະ ຄວາມສຳຄັນຂອງວຽກງານສັດປ່າ ແລະ ເປັນເຈົ້າການເຂົ້າຮ່ວມໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາສັດປ່າແບບຍືນຍົງ. ຂະແໜງກະສິກຳ ແລະ ປ່າໄມ້ ເປັນເຈົ້າການປະສານສົມທົບກັບຂະແໜງການ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງກ່ຽວກັບການປູກຈິດສຳນຶກ.
ພ້ອມນີ້ໃນໝາດ 3 ມາດຕາ 38 (ປັບປຸງ) ການພັດທະນາສັດປ່າປະກອບດ້ວຍກິດຈະການດັ່ງນີ້: ການຂະຫຍາຍພັນສັດປ່າ; ການລ້ຽງສັດປ່າ ແລະ ກິດຈະການອື່ນ.
ມາດຕາດ 39 (ປັບປຸງ) ການ ຂະຫຍາຍພັນສັດປ່າແມ່ນການເພີ່ມຈຳນວນປະຊາກອນສັດປ່າ ແລະ ຄວາມຫລາກຫລາຍທາງດ້ານພັນທຸກຳດ້ວຍການປະສົມພັນແບບທຳມະຊາດ, ເຄິ່ງທຳມະຊາດ, ການປະສົມພັນທຽມ ຫລື ການນຳໃຊ້ເຕັກນິກວິຊາການອື່ນ ລວມທັງການຟື້ນຟູບູລະນະ ຖິ່ນທີ່ຢູ່ອາໄສທີ່ເສື່ອມໂຊມ, ແຫລ່ງອາຫານ, ແຫລ່ງແພ່ພັນ ເພ່ືອປ້ອງກັນການສູນພັນຂອງສັດປ່າ. ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງທີ່ມີຈຸດປະສົງຂະຫຍາຍພັນສັດປ່າ ຕ້ອງປະຕິບັດຕາມນະໂຍບາຍ, ວິທີການ, ລະບຽບການ ແລະ ມາດຕະຖານເຕັກນິກທີ່ຂະແໜງກະສິກຳ ແລະ ປ່າໄມ້ກຳນົດ.
ມາດຕາ 40 (ປັບປຸງ) ການລ້ຽງສັດປ່າ ແມ່ນການນຳເອົາສັດປ່າມາລ້ຽງໃນສະຖານທີ່ ທີ່ເໝາະສົມ ແລະ ຖືກຕ້ອງຕາມມາດຕະຖານ ເຕັກນິກ ຊຶ່ງມີການຄຸ້ມຄອງ, ການປົກປັກຮັກສາ, ການນຳໃຊ້ແນວພັນ ແລະ ການບໍລິຫານຈັດການ ເພື່ອເຮັດໃຫ້ສັດປ່າມີສຸຂະພາບແຂງແຮງ, ຈະເລີນເຕີບໂຕ, ມີຜົນຜະລິດຫລາຍຂຶ້ນ ແລະ ບໍ່ມີຜົນກະທົບທາງລົບຕໍ່ສິ່ງແວດລ້ອມ.
ສັດປ່າບັນຊີ I ທີ່ໄດ້ມາຈາກທຳມະຊາດ ຫລື ຈາກບ່ອນອ່ືນທ່ີບໍ່ໄດ້ຂະຫຍາຍພັນບໍ່ອະນຸຍາດໃຫ້ລ້ຽງຢ່າງເດັດຂາດ, ເວັ້ນເສຍແຕ່ກໍລະນີຈຳເປັນເພື່ອການສຶກສາຄົ້ນຄວ້າ ແລະ ການຂະຫຍາຍພັນທີ່ບໍ່ແມ່ນຈຸດປະສົງທາງການຄ້າ.ສັດປ່າບັນຊີ II ອະນຸຍາດໃຫ້ລ້ຽງ ເພ່ືອສຶກສາຄົ້ນຄວ້າ ແລະ ຂະຫຍາຍພັນ. ໃນກໍລະນີສັດປ່າຊະນິດດ່ັງກ່າວ ຫາກໄດ້ຂະຫຍາຍພັນແລ້ວເລີ່ມແຕ່ສາຍພັນຮຸ່ນ 1 ແລະ ຮຸ່ນຕໍ່ໄປອະນຸຍາດໃຫ້ລ້ຽງແບບຄອບຄົວ ແລະ ແບບທຸລະກິດຕາມກົດໝາຍ.
ສັດປ່າບັນຊີ III ອະນຸຍາດໃຫ ລ້ຽງແບບຄອບຄົວ ແລະ ແບບທຸລະກິດຕາມກົດໝາຍ.
KPL