ຄະນະຜູ້ແທນລາວ ເຂົ້າຮ່ວມ ແລກປ່ຽນ -ຮຽນຮູ້ ດ້ານອະລິຍະທໍາ ຄັ້ງທີ IV ຢູ່ ສປ ຈີນ

02/06/2025 14:23
Email Print 327
ຂປລ ຂປລ. ໂດຍຕອບສະໜອງຕາມການເຊີນຂອງ ສະມາຄົມເພື່ອການແລກປ່ຽນສາກົນແຫ່ງປະເທດຈີນ, ຄະນະຜູ້ແທນຄະນະສັນຕິພາບ ແລະ ສາມັກຄີຂອງລາວ ນຳໂດຍ ທ່ານ ສົມມາດ ພົນເສນາ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ ດ້ານອະລິຍະທໍາ ຄັ້ງທີ IV ແລະ ຢ້ຽມຢາມ ສປ ຈີນ ໃນລະຫວ່າງ ວັນທີ 28 ພຶດສະພາ ຫາ 4 ມິຖຸນາ 2025.



ຂປລ. ໂດຍຕອບສະໜອງຕາມການເຊີນຂອງ ສະມາຄົມເພື່ອການແລກປ່ຽນສາກົນແຫ່ງປະເທດຈີນ
, ຄະນະຜູ້ແທນຄະນະສັນຕິພາບ ແລະ ສາມັກຄີຂອງລາວ ນຳໂດຍ ທ່ານ ສົມມາດ ພົນເສນາ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ ດ້ານອະລິຍະທໍາ ຄັ້ງທີ IV ແລະ ຢ້ຽມຢາມ ສປ ຈີນ ໃນລະຫວ່າງ ວັນທີ 28 ພຶດສະພາ ຫາ 4 ມິຖຸນາ 2025.

ໃນວັນທີ 29 ພຶດສະພາ 2025, ຄະນະຜູ້ແທນ ໄດ້ເຂົ້າຮ່ວມພິທີເປີດກອງປະຊຸມແລກປ່ຽນ-ຮຽນຮູ້ເຊິ່ງກັນ ແລະ ກັນ ດ້ານອະລິຍະທໍາ ຄັ້ງທີ IV ພາຍໃຕ້ຫົວຂໍ້ "ຊຸກຍູ້ຈິດໃຈເສັ້ນທາງສາຍໄໝ ແລະ ເຕົ້າໂຮມກຳລັງແຮງ ເພື່ອປະຕິບັດບັນດາຂໍ້ລິເລີ່ມອະລິຍະທຳທົ່ວໂລກ" ໂດຍມີຜູ້ແທນຈາກ 60 ກວ່າປະເທດ, ປະກອບມີນັກຊ່ຽວຊານ, ນັກວິຊາການ, ຫົວໜ້າອົງການຈັດຕັ້ງສາກົນ ແລະ ອົງການບໍ່ຂຶ້ນກັບລັດຖະບານ ຈາກປະເທດຕ່າງໆ, ພ້ອມທັງຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂອງຈີນ ເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ຫານ ເຈິງ ຮອງປະທານປະເທດຈີນ ໄດ້ຍົກໃຫ້ເຫັນຄວາມສຳຄັນ ຂອງອະລິຍະທໍາທີ່ມີຄວາມແຕກຕ່າງ ແລະ ຮຽກຮ້ອງໃຫ້ບັນດາປະເທດ ແລະ ຜູ້ເຂົ້າຮ່ວມຈົ່ງແລກປ່ຽນ, ຮ່ຳຮຽນເຊິ່ງກັນ ແລະ ກັນ, ຍຶດໝັ້ນກັບຍຸກສະໄໝ, ຍຶດໝັ້ນນະວັດຕະກຳ, ຄົ້ນຄວ້າມູນຄ່າ ປະຫວັດສາດ ແລະ ວັດທະນະທຳຂອງປະເທດຕ່າງໆ, ຊຸກຍູ້ການຫັນປ່ຽນຢ່າງມີຫົວຄິດປະດິດສ້າງ, ພັດທະນາວັດທະນະທຳພື້ນເມືອງ ອັນດີເລີດຂອງປະເທດຕ່າງໆ, ພ້ອມທັງໃຫ້ສົນທະນາຢ່າງຈິງໃຈ, ຮ່ວມມືຕ່າງຝ່າຍມີຜົນປະໂຫຍດ, ລົບລ້າງສິ່ງກີດຂວາງ ແລະ ຄວາມເຂົ້າໃຈຜິດໂດຍ ການສົນທະນາ ແລະ ການສື່ສານ, ເພີ່ມທະວີຄວາມເຫັນດີເຫັນພ້ອມທີ່ເປັນມູນເຊື້ອ, ຊຸກຍູ້ການຢູ່ຮ່ວມກັນຢ່າງກົມກຽວກັນ ຂອງອະລິຍະທຳທີ່ແຕກຕ່າງກັນ, ເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມຮັກແພງຂອງປະຊາຊົນ ເພື່ອພ້ອມກັນສ້າງອະນາຄົດ ທີ່ດີກວ່າຂອງມະນຸດ.




ໂອກາດນີ້
, ທ່ານ ສົມມາດ ພົນເສນາ ໄດ້ມີຄໍາເຫັນວ່າ: ໃນໂລກມີຄວາມຫລາກຫລາຍທາງດ້ານ ອະລິຍະທຳ ແລະ ມີຄວາມແຕກຕ່າງກັນຢູ່ ເຊິ່ງແຕ່ລະອະລິຍະທໍາລ້ວນແຕ່ມີຄວາມໝາຍ ແລະ ຄຸນຄ່າສະເພາະ. ອະລິຍະທໍາເປັນສີສັນ, ອະລິຍະທໍາແມ່ນຄວາມອຸດົມສົມບູນ ເຊິ່ງໄດ້ມາຈາກການແລກປ່ຽນ, ການຮຽນຮູ້ ແລະ ພັດທະນາເຊິ່ງກັນ ແລະ ກັນ. ການພັດທະນາ ແລະ ສ້າງຄວາມກົມກຽວດ້ານອະລິ ຍະທຳ ຂອງມະນຸດແມ່ນວິທີ ທີ່ເຮັດໃຫ້ໂລກມີຄວາມສວຍງາມ, ມີຄວາມສະເໜີພາບ, ມີຄວາມສະ ຫງົບສຸກ, ມີການພັດທະນາ ແລະ ເຮັດໃຫ້ປະຊາຊົນ ມີຊີວິດການເປັນຢູ່ດີຂຶ້ນ. ພ້ອມນັ້ນ, ຍັງໄດ້ຊົມ ເຊີຍ ສປ ຈີນ ທີ່ໄດ້ສະເໜີຂໍ້ລິເລີ່ມ 3 ດ້ານ ໂດຍສະເພາະຂໍ້ລິເລີ່ມອະລິຍະທຳ ໃນທົ່ວໂລກໃນປີ 2023. ປະຊາຊົນລາວ ເຄີຍມີມູນເຊື້ອໂອບເອື້ອອາລີ, ອ່ອນນ້ອມຖ່ອມຕົນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ມາແຕ່ບູຮານນະການ ຍິນດີ ແລະ ພ້ອມຈະຮ່ວມມືກັບ ທຸກປະເທດຕາມເງື່ອນໄຂຂອງຕົນ ໂດຍສະ ເພາະກັບ ສປ ຈີນ ໃນການປະຕິບັດຂໍ້ລິເລີ່ມອະລິຍະທຳທົ່ວໂລກ, ເປີດກວ້າງການແລກປ່ຽນ ແລະ ການຮ່ວມມືດ້ານວັດທະນະທຳຫລາຍຮູບຫລາຍແບບ, ຊຸກຍູ້ສົ່ງເສີມການສົນທະນາ, ສ້າງກົນໄກປະຕິບັດຂໍ້ລິເລີ່ມ ອະລິຍະທຳໂລກ, ຊຸກຍູ້ການຢູ່ຮ່ວມກັນຢ່າງກົມກຽວກັນ ບົນພື້ນຖານຄວາມສະເໝີພາບ ແລະ  ຄວາມເຂົ້າໃຈເຊິ່ງກັນ ແລະ  ກັນ ເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນ. 

ນອກຈາກເຂົ້າຮ່ວມກອງປະຊຸມ, ຄະນະຜູ້ແທນຍັງໄດ້ພົບປະສອງຝ່າຍກັບ ສະມາຄົມເພື່ອການແລກປ່ຽນສາກົນແຫ່ງປະເທດຈີນ, ພົບປະກັບການນໍາແຂວງການຊູ, ການນໍາແຂວງຊານຊີ, ການນໍາເມືອງຕຸນຮວາງ ແລະ ການນໍານະຄອນເຈຍຢູກວານ. ການພົບປະແຕ່ລະບ່ອນ ສອງຝ່າຍ ລ້ວນແຕ່ໄດ້ຕີລາຄາການພົວພັນຮ່ວມມື ລະຫວ່າງສອງປະເທດລາວ ແລະ ຈີນ ໃນໄລຍະຜ່ານມາ, ແລກປ່ຽນສະພາບອັນພົ້ນເດັ່ນ ແລະ ການພັດທະນາ ໃຫ້ກັນຊາບ ແລະ ປຶກສາຫາລືການພົວພັນຮ່ວມມື ໃນດ້ານທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈນໍາກັນ. ພ້ອມນັ້ນ, ຍັງໄດ້ຢ້ຽມຊົມ ສະຖານທີ່ທ່ອງທ່ຽວ ທາງປະ ຫວັດສາດ, ວັດທະນະທໍາ ແລະ ທັດສະນະສຶກສາ ກ່ຽວກັບບົດຮຽນດ້ານກະສິກໍາ ຈໍານວນໜຶ່ງ.

ການເຂົ້າຮ່ວມກອງປະຊຸມ ແລະ ຢ້ຽມຢາມໃນຄັ້ງນີ້, ນອກຈາກເປັນການປະກອບສ່ວນການແລກປ່ຽນອະລິຍະທໍາແລ້ວ ຍັງເປັນການປະກອບສ່ວນສໍາຄັນ ໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລາວ-ຈີນ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ນໍາເອົາຜົນປະໂຫຍດ ຕົວຈິງມາສູ່ປະຊາຊົນສອງຊາດ.

ຂ່າວ-ພາບ: ຄຕພ

KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີ ພົບປະໂອ້ລົມ ແລະ ມອບເຄື່ອງຊ່ວຍເຫລືອປະຊາຊົນ ເມືອງໄຊຈຳພອນການເມືອງ

      ນາຍົກລັດຖະມົນຕີ ພົບປະໂອ້ລົມ ແລະ ມອບເຄື່ອງຊ່ວຍເຫລືອປະຊາຊົນ ເມືອງໄຊຈຳພອນ

      6/23/2025 9:09:25 AM

      ຂປລ. ໃນວັນທີ 19 ມິຖຸນາ 2025 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ, ພົບປະໂອ້ລົມ ແລະ ມອບເຄື່ອງຊ່ວຍເຫລືອ ໃຫ້ປະຊາຊົນ ບ້ານສົບເຕີງເມືອງໄຊຈຳພອນ ແຂວງບໍລິຄຳໄຊ

    • ເໝີຮ່າງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດການເມືອງ

      ເໝີຮ່າງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ

      6/23/2025 9:02:20 AM

      ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 20 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ສະເໝີຮ່າງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) ປະກອບມີ XII ພາກ, 21 ໝວດ, 114 ມາດຕາ.

    • ປະກາດກົງຈັກການຈັດຕັ້ງ ໂຮມກະຊວງ ພາຍໃນ ຂຶ້ນກັບຄະນະຈັດຕັ້ງສູນກາງພັກການເມືອງ

      ປະກາດກົງຈັກການຈັດຕັ້ງ ໂຮມກະຊວງ ພາຍໃນ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ

      6/23/2025 8:56:12 AM

      ຂປລ. ພິທີປະກາດກົງຈັກການຈັດຕັ້ງ ໂຮມກະຊວງພາຍໃນ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ ຈັດ​ຂຶ້ນ​ໃນ​ວັນ​ທີ 18 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຮອງຫົວໜ້າຄະນະຮັບຜິດຊອບ ປັບປຸງກົງຈັກການຈັດຕັ້ງ, ຫົວໜ້າກອງເລຂາຄະນະປັບປຸງ ກົງຈັກການຈັດຕັ້ງຂັ້ນສູນກາງ

    • ແຈ້ງການກະຊວງການຕ່າງປະເທດ ແຫ່ງ ສປປ ລາວການເມືອງ

      ແຈ້ງການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

      6/23/2025 8:31:40 AM

      ຂປລ. ໂດຍຕອບສະໜອງຕາມຄໍາເຊີນ ຂອງ ທ່ານ ເຊຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະນໍາພາຄະນະຜູ້ແທນຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນທາງໄປຢ້ຽມຢາມ ສະຫະພັນ ຣັດເຊຍ ຢ່າງເປັນທາງການ

    • ປະກາດການຈັດຕັ້ງ ພາຍຫລັງໂຮມ ກະຊວງ ຜທ  ເຂົ້າກັບກະຊວງການເງິນການເມືອງ

      ປະກາດການຈັດຕັ້ງ ພາຍຫລັງໂຮມ ກະຊວງ ຜທ ເຂົ້າກັບກະຊວງການເງິນ

      6/23/2025 8:29:33 AM

      ຂປລ. ພິທີປະກາດການຈັດຕັ້ງ ພາຍຫລັງໂຮມກະຊວງແຜນການ ແລະ ການລົງທຶນ (ຜທ) ເຂົ້າກັບກະຊວງການເງິນ ຈັດຂຶ້ນໃນວັນທີ 18 ມິຖຸນາ 2025 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຄະນະລັດຖະມົນຕີ, ຄະນະກົມພະແນກການກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top