ປະກາດການຈັດຕັ້ງ ພາຍຫລັງໂຮມ ກະຊວງ ຜທ ເຂົ້າກັບກະຊວງການເງິນ

23/06/2025 08:29
Email Print 175
ຂປລ ຂປລ. ພິທີປະກາດການຈັດຕັ້ງ ພາຍຫລັງໂຮມກະຊວງແຜນການ ແລະ ການລົງທຶນ (ຜທ) ເຂົ້າກັບກະຊວງການເງິນ ຈັດຂຶ້ນໃນວັນທີ 18 ມິຖຸນາ 2025 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຄະນະລັດຖະມົນຕີ, ຄະນະກົມພະແນກການກ່ຽວຂ້ອງ ເຂົ້າຮ່ວມ.



ຂປລ. ພິທີປະກາດການຈັດຕັ້ງ ພາຍຫລັງໂຮມກະຊວງແຜນການ ແລະ ການລົງທຶນ (ຜທ) ເຂົ້າກັບກະຊວງການເງິນ ຈັດຂຶ້ນໃນວັນທີ
18 ມິຖຸນາ 2025 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຄະນະລັດຖະມົນຕີ, ຄະນະກົມ ພະແນກການກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ສຸກຄຳເພັດ ເຮືອງບຸດສີ ຮອງປະທານກວດກາສູນກາງພັກ, ໄດ້ຕາງໜ້າຄະນະຮັບຜິດຊອບ ປັບປຸງກົງຈັກການຈັດຕັ້ງ ຜ່ານຄໍາສັ່ງວ່າດ້ວຍການຍົກຍ້າຍເລຂາຄະນະພັກ, ລັດຖະ ດຳລັດວ່າດ້ວຍການຍົກຍ້າຍລັດຖະມົນຕີ, ມະຕິວ່າດ້ວຍການແຕ່ງຕັ້ງເລຂາຄະນະພັກ, ລັດຖະດຳລັດວ່າດ້ວຍການແຕ່ງຕັ້ງລັດຖະມົນຕີ, ມະຕິວ່າດ້ວຍການສ້າງຕັ້ງອົງຄະນະພັກຊຸດໃໝ່ ແລະ ຜ່ານແຈ້ງການຂອງຄະນະຮັບຜິດຊອບປັບປຸງກົງຈັກການຕັດຕັ້ງ ແລະ ນິຕິກຳ ເຊິ່ງກົມການເມືອງສູນກາງພັກຕົກລົງ ແຕ່ງຕັ້ງ ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ ກະຊວງການເງິນ; ປະທານປະເທດອອກລັດຖະດຳລັດສະບັບເລກທີ 099/ປປທ, ລົງວັນທີ 13 ມິຖຸນາ 2025 ມາດຕາ 1 ແຕ່ງຕັ້ງ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເປັນລັດຖະມົນຕີກະຊວງການເງິນ; ຄຳສັ່ງຂອງ ຄະນະເລຂາທິການສູນກາງພັກສະບັບເລກທີ 535/ຄລສພ, ລົງວັນທີ 12 ມິຖຸນາ 2025, ວ່າດ້ວຍການຍຸບເລີກ ອົງຄະນະພັກກະຊວງການເງິນ ແລະ ອົງຄະນະພັກກະຊວງແຜນການ ແລະ ການລົງທຶນ; ຄະນະເລຂາທິການສູນກາງພັກ ເຫັນດີໂຮມເອົາການຈັດຕັ້ງຮາກຖານພັກ, ຈຳນວນສະມາຊິກພັກຂອງອົງຄະນະພັກ ກະຊວງການເງິນ ແລະ ອົງຄະນະພັກກະຊວງແຜນການ ແລະ ການລົງທຶນ ສ້າງຕັ້ງເປັນອົງຄະນະພັກກະຊວງການເງິນ; ຄະນະເລຂາທິການສູນກາງພັກ ອອກມະຕິຕົກລົງ ສະບັບເລກທີ 549/ຄລສພ.ລົງວັນທີ 13 ມິຖຸນາ 2025 ວ່າດ້ວຍການສ້າງຕັ້ງອົງຄະນະພັກກະຊວງການເງິນ, ຄະນະເລຂາທິການສູນກາງພັກ ຕົກລົງເຫັນດີບົງຕົວແຕ່ງຕັ້ງ ຄະນະບໍລິຫານງານພັກກະຊວງການເງິນ ປະກອບມີ 9 ສະຫາຍ, ຍິງ 2 ສະຫາຍ, ບົ່ງຕົວແຕ່ງຕັ້ງຄະນະປະຈຳພັກ, ເລຂາ, ຮອງເລຂາກະຊວງການເງິນ 3 ສະຫາຍ.



ກະຊວງການເງິນ(ໃໝ່) ປະກອບມີ
17 ກົມ ແລະ ທຽບເທົ່າ ສູນສະຖິຕິແຫ່ງຊາດປະກອບມີ 2 ກົມຂຶ້ນກັບ ແລະ ມີ 2 ຫົວໜ່ວຍວິຊາການຂັ້ນສອງ ຄື: ຫ້ອງການ, ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ, ກົມງົບປະມານແຫ່ງລັດ, ກົມນະໂຍບາຍເສດຖະກິດ ແລະ ການເງິນ,​ ກົມແຜນການ, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, ກົມຮ່ວມມື້ ແລະ ການເງິນສາກົນ, ກົມສ່ວຍສາອາກອນ, ກົມພາສີ, ຄັງເງິນແຫ່ງລັດ, ກົມຄຸ້ມຄອງຊັບສິນແຫ່ງລັດ, ກົມຄຸ້ມຄອງວິສາຫະກິດລັດລົງ ແລະ ການປະກັນໄພ, ກົມຄຸ້ມຄອງໜີ້ສາທາລະນະ, ກົມຄຸ້ມຄອງການບັນຊີ, ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ສະຖາບັນເສດຖະກິດການເງິນ ມີຫົວໜ່ວຍສະຖາບັນຂັ້ນສອງຄື: ສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ແລະ ສະຖາບັນເສດຖະກິດການເງິນ ສາຂາພາກໃຕ້; ສູນສະຖິຕິແຫ່ງຊາດ ມີ 2 ກົມຄື: ກົມສະຖິຕິເສດຖະກິດ ແລະ ສັງຄົມ, ກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ. ສຳລັບ ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ແມ່ນເຫັນດີໃຫ້ໂອນວຽກຄຸ້ມຄອງວິສາຫະກິດລັດລົງທຶນ ທີ່ກ່ຽວກັບສິດໜ້າທີ່ຂອງຄະນະປະຕິຮູບວິສາຫະກິດ ໄປຂຶ້ນກັບ ຄະນະປະຕິຮູບວິສາຫະກິດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຈຳນວນໜຶ່ງ.

 


ໂອກາດນີ້
, ສະຫາຍ ພົນ​ເອກ ວິໄລ ຫລ້າຄຳຟອງ ໄດ້ມີຄຳເຫັນວ່າ: ການປະກາດການຈັດຕັ້ງໃນຄັ້ງນີ້, ແມ່ນອີງໃສ່ທິດຊີ້ນຳຂອງກົມການເມືອງ, ພາຍຫລັງທີ່ມີການປັບປຸງນີ້ແລ້ວ ສະເໜີໃຫ້ຄະນະພັກ-ຄະນະນຳ ສືບຕໍ່ເປັນເຈົ້າການນຳພາແນວຄິດ ໃຫ້ແກ່ສະມາຊິກພັກພະນັກງານ ໃຫ້ມີຄວາມຮັບຮູ້ຢ່າງເລິກເຊິ່ງ ມີອຸດົມການທີ່ໜຽວແໜ້ນທີ່ສຸດ, ແຕ່ໃນນັ້ນ ຕ້ອງໄດ້ສ້າງຄວາມເປັນເອກະພາບ ເພື່ອໃຫ້ມີຄວາມເປັນເອກະພາບຢູ່ໃນອຸດົມການ; ສ້າງຄວາມເອກະພາບຢູ່ໃນຄະນະພັກກະຊວງ, ເອກະພາບກັບຂັ້ນເທິງ, ເອກະພາບກັບການຈັດຕັ້ງ ເຕົ້າໂຮມຄວາມສາມັກຄີໃນລະບຽບຫລັກການລວມສູນປະຊາ ທິປະໄຕ, ເຮັດວຽກເປັນໝູ່ຄະນະ. ພ້ອມນີ້, ຄະນະພັກຄະນະນຳກະຊວງ ໃຫ້ເອົາໃຈໃສ່ປຶກສາຫາລື, ມີການແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ, ຫລັງຈາກນັ້ນ ກໍໃຫ້ບັນດາສະຫາຍສືບຕໍ່ ປັບປຸງການຈັດຕັ້ງ ຢູ່ຂັ້ນທ້ອງຖິ່ນ ໃຫ້ສຳເລັດໂດຍໄວ ເພື່ອເຮັດໃຫ້ຖັນແຖວສະມາຊິກພັກ, ພະນັກງານມີຄວາມເຊື່ອໝັ້ນ ອຸ່ນອ່ຽນຕໍ່ພັກ ແລະ ລັດຖະບານ.

KPL

ຂ່າວອື່ນໆ

ads
ads

Top