ໄຂເວທີປຶກສາຫາລືເສດຖະກິດສາມຝ່າຍອາຊຽນ-ຈີນ-ຄະນະກຳມະການຮ່ວມມືປະເທດອາຣັບອ່າວເປີເຊຍ

30/05/2025 13:53
Email Print 214
ຂປລ ທ່ານ ຫລີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ທ່ານອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍ ແລະ ທ່ານ ຟາມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມກັນ ເຂົ້າຮ່ວມພິທີໄຂເວທີປຶກສາຫາລືເສດຖະກິດສາມຝ່າຍ ອາຊຽນ-ຈີນ-ຄະນະກຳມະການຮ່ວມມື ປະເທດ ອາຣັບ ອ່າວເປີເຊຍ ຢູ່ນະຄອນ ຫລວງ ກົວລາລຳເປີ ປະເທດ ມາເລເຊຍ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ທ່ານ ຫລີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ທ່ານອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍ ແລະ ທ່ານ ຟາມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມກັນ ເຂົ້າຮ່ວມ ພິທີໄຂ ເວທີປຶກສາ ຫາລື ເສດຖະກິດ ສາມຝ່າຍ ອາຊຽນ-ຈີນ-ຄະນະກຳມະການ ຮ່ວມມື ປະເທດ ອາຣັບ ອ່າວເປີເຊຍ ຢູ່ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ. ຈາກນັ້ນ ທ່ານ ຫລີສຽງ ກ່າວວ່າ: ກອງປະຊຸມ ສຸດຍອດ ອາຊຽນ-ຈີນ-ຄະນະກຳມະການຮ່ວມມື ປະເທດ ອາຣັບອ່າວເປີເຊຍ ຈັດຂຶ້ນຢ່າງສຳເລັດຜົນ ຈະເປີດປະຫວັດສາດ ໜ້າໃໝ່ ຂອງການຮ່ວມມື ລະຫວ່າງ ສາມຝ່າຍ. ກອງປະຊຸມ ໄດ້ປຶກສາຫາລື ຢ່າງເລິກເຊິ່ງ ໂດຍປິ່ນອ້ອມ ຫົວຂໍ້ຮ່ວມກັນສ້າງໂອກາດ ແລະ ແບ່ງປັນຄວາມຈະເລີນ ຮ່ວມກັນຄັ້ງນີ້ ມີຄວາມໝາຍ ສຳຄັນຫລາຍ. ການຮ່ວມມື ສາມຝ່າຍ ຈະສ້າງຊ່ອງທາງ ການພັດທະນາ ຢ່າງເຕັມສ່ວນ ກວ່າເກົ່າ, ປະສິດທິຜົນດ້ານເສດຖະກິດ ໃນລະດັບ ສູງກວ່າເກົ່າ ແລະ ນິເວດນະວັດຕະກຳ ທີ່ຍິ່ງມີຊີວິດຊີວາ. ສປ ຈີນ ຈະເພີ່ມພະລັງແຮງ ຂັບເຄື່ອນ ອັນໃໝ່ ເຂົ້າໃນການຮ່ວມມື ລະຫວ່າງ ສາມຝ່າຍ ຢ່າງບໍ່ຢຸດຢັ້ງ ໂດຍຜ່ານ ການພັດທະນາ ທີ່ມີຄຸນນະພາບສູງ ຂອງປະເທດຕົນ ເພື່ອໃຫ້ວິສາຫະກິດ ຈາກອາຊຽນ,ປະເທດ ຄະນະກຳມະການ ຮ່ວມມື ປະເທດ ອາຣັບ ອ່າວເປີເຊຍ ແລະ ທົ່ວໂລກ ຮ່ວມກັນ ແບ່ງປັນ ໂອກາດ ການພັດທະນາ ຂອງ ສປ ຈີນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top