ຜົນກອງປະຊຸມສະໄໝສາມັນ ຂອງ ລັດຖະບານ ປະຈຳເດືອນພຶດສະພາ 2025

02/06/2025 09:48
Email Print 241
ຂປລ ຂປລ. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 29 ພຶດສະພາ ແລະ ປິດລົງ ໃນຕອນບ່າຍວັນທີ 30 ພຶດສະພາ 2025 ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບ ເຊິ່ງໜ້າ



ຂປລ. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 29 ພຶດສະພາ ແລະ
  ປິດລົງ ໃນຕອນບ່າຍວັນທີ 30 ພຶດສະພາ 2025 ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ
, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບ ເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພຶດສະພາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນມິຖຸນາ 2025.

 ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ໂຄສົກລັດຖະບານ ໄດ້ຖະແຫລງຂ່າວຜົນສຳເລັດ ກອງປະຊຸມ ໂດຍໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາເຫັນດີດ້ານຫລັກການ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື: ວາລະທີ 1 ສະຫລຸບວຽກງານພົ້ນເດັ່ນ ປະຈໍາເດືອນພຶດສະພາ ແລະ ທິດທາງແຜນການ ປະຈໍາເດືອນມິຖຸນາ 2025 ຂອງລັດຖະບານ; ຫົວຂໍ້ ແລະ ເນື້ອໃນທີ່ລັດຖະບານ ຈະລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ບົດລາຍງານຂອງ ທ່ານ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025; ລາຍງານກ່ຽວກັບການທາບທາມ ຮ່າງແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ລາຍງານກ່ຽວກັບ ການຈັດຕັ້ງປະຕິບັດ ບັນດານະໂຍບາຍ, ນິຕິກໍາ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ; ລາຍງານກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການ ໃນຕໍ່ໜ້າ; ລາຍງານກ່ຽວກັບການຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ; ລາຍງານກ່ຽວກັບນະໂຍບາຍການການກໍ່ສ້າງ-ສ້ອມແປງເສັ້ນທາງໃນໄລຍະໃໝ່ ຊຶ່ງເປັນການຜັນ ຂະຫຍາຍຜົນຂອງກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ກັບ ຄະນະປະຈໍາສະພາແຫ່ງຊາດ ຄັ້ງທີ 2 ປີ 2024 ແລະ ລາຍງານກ່ຽວກັບການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ຕ່າງໆ ທີ່ຍັງຫຍຸ້ງຍາກ ແລະ ເປ່ເພ. ໃນນັ້ນ,

ຕໍ່ການສະຫລຸບວຽກງານພົ້ນເດັ່ນ ປະຈໍາເດືອນພຶດສະພາ 2025 ກອງປະຊຸມ ເຫັນວ່າ ເຖິງແມ່ນວ່າ ສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ບັນດາວຽກຈຸດສຸມ ທີ່ກຳນົດໄວ້ໃນບັນດາມະຕິສະພາແຫ່ງຊາດ, ແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ຕາມມະຕິກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນເມສາ 2025 ສໍາເລັດຫລາຍດ້ານ ເປັນຕົ້ນ ທົ່ວປະເທດ ສືບຕໍ່ຮັກສາໄດ້ ສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ການເກັບລາຍຮັບເຂົ້າງົບປະມານ ສາມາດປະຕິບັດໄດ້ 31.773 ຕື້ກີບ ເທົ່າກັບ 93% ຂອງແຜນ 6 ເດືອນຕົ້ນປີ; ແຜນລາຍ​ຈ່າຍ​​​ ປະຕິບັດ​ໄດ້ 21.682  ຕື້ກີບ ເທົ່າກັບ 56,26% ຂອງແຜນ 6 ເດືອນຕົ້ນປີ; ສາມາດຄວບຄຸມອັດຕາ ເງິນເຟີ້ຫລຸດລົງ ຈາກ 11,1% ໃນເດືອນຜ່ານມາ ຢູ່ໃນລະດັບ 8,3%; ສາມາດເພີ່ມຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າ ບໍ່ຫລຸດ 5 ເດືອນ; ສາມາດຊໍາລະໜີ້ສິນທັງພາຍໃນ ແລະ ຕ່າງປະເທດ ທີ່ຄົບກຳນົດຊຳລະຕາມແຜນ; ສາມາດເກັບຄືນໜີ້ສິນ ຈາກບັນດາບໍລິສັດໄດ້ຈໍານວນໜຶ່ງ; ມູນຄ່າການນໍາເຂົ້າ-ສົ່ງອອກສິນຄ້າ (ບໍ່ລວມນໍາເຂົ້າ-ສົ່ງອອກໄຟຟ້າ) ບັນລຸ 1.310 ລ້ານໂດລາ; ໃນນັ້ນ, ມູນຄ່າການສົ່ງອອກສິນຄ້າ ບັນລຸ 662 ລ້ານກວ່າໂດລາສະຫະລັດ, ທຽບເດືອນຜ່ານມາ ເພີ່ມຂຶ້ນ 16,2%, ເກີນດຸນການຄ້າ 14 ລ້ານກວ່າໂດລາສະຫະລັດ; ໄດ້ສຸມໃສ່ການຜະລິດເພື່ອຄ້ໍາປະກັນສະບຽງອາຫານ ໂດຍສະເພາະ ຜະລິດເຂົ້ານາແຊງ ສາມາດເກັບກ່ຽວໃນເນື້ອທີ່ທັງໝົດ 49.468 ເຮັກຕາ.




ນອກນັ້ນ
, ໄດ້ສຸມໃສ່ການຜະລິດພືດສະບຽງອາຫານລະດູແລ້ງ, ການຜະລິດຊີ້ນ, ໄຂ່ ແລະ ປາ ຊຶ່ງສາມາດສະໜອງ ໄດ້ຕາມຄວາມຕ້ອງການ ຂອງການບໍລິໂພກພາຍໃນໂດຍພື້ນຖານ; ໄດ້ເອົາໃຈໃສ່ຄຸ້ມຄອງ, ສົ່ງເສີມ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ເພື່ອດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຊິ່ງໃນເດືອນພຶດສະພານີ້  ໄດ້ອະນຸມັດການລົງທຶນ ໃນກິດຈະການສໍາປະທານ  7 ໂຄງການປະມານ ມູນຄ່າ 9.244 ຕື້ກີບ ກັບ 3 ລ້ານໂດລາສະຫະລັດ; ໄດ້ສືບຕໍ່ຊຸກຍູ້, ຕິດຕາມ, ກວດກາ ແລະ ປຶກສາຫາລືກ່ຽວກັບວິທີການ ແລະ ມາດຕະການໃນການປັບປຸງ ແລະ ກໍ່ສ້າງໂຄງລ່າງພື້ນຖານໃນຂອບເຂດທົ່ວປະເທດ ໃຫ້ມີຄວາມຄືບໜ້າໄວຂຶ້ນ. ໃນນີ້, ໂຄງການກໍ່ສ້າງຂົວຂ້າມນ້ຳຂອງ ລາວ-ໄທ ແຫ່ງທີ 5 (ປາກຊັນ-ບຶງການ) ປະຕິບັດໄດ້ 97,3%, ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ກ້ອນຕື້ນ-ຫ້ວຍແກ້ວ ປະຕິບັດໄດ້ 98,85%, ດໍາເນີນການກໍ່ສ້າງຟື້ນຟູທາງເລກທີ 13 ເໜືອ, ພ້ອມທັງ ສຸມໃສ່ບູລະນະ ແລະ ສ້ອມແປງບັນດາເສັ້ນທາງທີ່ໄດ້ຮັບຜົນກະທົບຈາກໄພພິບັດ ແລະ ເສັ້ນທາງເຂົ້າຫາແຫລ່ງທ່ອງທ່ຽວ; ສຸມໃສ່ປັບປຸງການບໍລິການຂົນສົ່ງໂດຍສານ ແລະ ສິນຄ້າຜ່ານທາງລົດໄຟ ໂດຍສະເພາະ ການຂົນສົ່ງລາງສູ່ລາງ ລະຫວ່າງ ລົດໄຟລາວ-ໄທ ແລະ ລົດໄຟລາວ-ຈີນ ຕິດພັນກັບການບໍລິການທ່າບົກ-ທ່ານາແລ້ງ, ບໍລິສັດລົດໄຟລາວ-ຈີນ ແລະ ລົດໄຟແຫ່ງຊາດ; ໄດ້ສືບຕໍ່ເອົາໃຈໃສ່ ປະຕິບັດບັນດາມາດຕະການ ໃນການແກ້ໄຂບັນຫາການຂາດແຄນຄູ ໂດຍໄດ້ສືບຕໍ່ປະຕິບັດເງິນອຸດໜູນໃຫ້ຄູ ແລະ ເສີມຂະຫຍາຍການຫັນເອົາຄູສັນຍາຈ້າງ ເຂົ້າເປັນທະຫານຕາມໂກຕ້າທະຫານພັນທະ; ໄດ້ສຸມໃສ່ປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ຕາມມະຕິ 03 ຂອງຄະນະບໍລິຫານງານສູນກາງພັກ ແລະ ມະຕິ 05 ຂອງສະພາ ແຫ່ງຊາດ; ໄດ້ເອົາໃຈໃສ່ການເຄື່ອນໄຫວວຽກງານຕ່າງປະເທດ ຢ່າງມີພິບໄຫວ ເປັນຕົ້ນ ການນໍາພັກ-ລັດ ໄດ້ເຄື່ອນໄຫວຢ້ຽມຢາມບັນດາປະເທດເພື່ອນມິດ ແລະ ເຂົົ້າຮ່ວມ ກອງປະຊຸມສາກົນຕ່າງໆ. ໃນນີ້, ທ່ານ ນາຍົກລັດຖະມົນຕີ ກໍໄດ້ສຳເລັດການເດີນທາງຢ້ຽມຢາມມາເລເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ-ສະພາການ ຮ່ວມມືເຂດອ່າວ  (ຈີຊີຊີ) ຄັ້ງທີ 2 ແລະ ກອງປະຊຸມສຸດຍອດອາຊຽນ-ຈີຊີຊີ-ຈີນ, ໄດ້ຕ້ອນຮັບການມາຢ້ຽມຢາມລັດຖະກິດ, ຢ້ຽມຢາມທາງການຂອງຜູ້ນໍາປະເທດເພືີ່ອນມິດ.

ສຳລັບທິດທາງແຜນວຽກຈຸດສຸມປະຈຳເດືອນມິຖຸນາ 2025, ກອງປະຊຸມໄດ້ຊີ້ນໍາຂະໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສຳຄັນຄື ສືບຕໍ່ຈັດຕັ້ງ ປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຕິດພັນວຽກກໍ່ສ້າງຮາກຖານ ການເມືອງ-ພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກ 3 ສ້າງ; ສຸມໃສ່ຮັກສາຄວາມສະຫງົບຕາມຊາຍແດນ, ແກ້ໄຂບັນຫາປະກົດການຫຍໍ້ທໍ້ທາງສັງຄົມຕ່າງໆ ເປັນຕົ້ນ ບັນຫາຢາເສບຕິດ, ການຄ້າ-ຂາຍເຖື່ອນ, ບັນຫາປຸ້ນຈີ້, ຂີ້ລັກງັດແງະ, ບັນຫາອຸບັດເຫດຕາມທ້ອງຖະໜົນ ແລະ ອື່ນໆ ໃຫ້ຫລຸດໜ້ອຍຖອຍລົງ, ທັງເອົາໃຈໃສ່ຕິດຕາມສະພາບການເຂົ້າ-ອອກເມືອງ ຜ່ານບັນດາດ່ານ;  ສືບຕໍ່ກະກຽມເນື້ອໃນ ທີ່ຈະນຳເຂົ້າລາຍງານຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX. ສໍາລັບບົດລາຍງານລວມຂອງລັດຖະບານ ໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສົມທົບກັບກະຊວງທີ່ກ່ຽວຂ້ອງ ຮີບຮ້ອນປັບປຸງເນື້ອໃນ ໃຫ້ຄົບຖ້ວນສົມບູນ  ແລະ  ໃຫ້ກະຊວງກ່ຽວຂ້ອງກະກຽມບົດລາຍງານ  ຂອງຂະແໜງການຕົນ ໃຫ້ສຳເລັດ;  ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ຂອງຄະນະສະເພາະກິດ 19/ກມສພ ເປັນຕົ້ນ ສືບຕໍ່ສ້າງຄັງສໍາຮອງ ເງິນຕາຕ່າງ ປະເທດໃຫ້ເຂັ້ມແຂງ, ພັດທະນາເຄື່ອງມືປະເມີນອັດຕາແລກປ່ຽນ ແລະ ລວມສູນການແລກປ່ຽນເງິນຕາຕ່າງປະເທດ, ຄົ້ນຄວ້າການດັດສົມເງິນຕາຕ່າງປະເທດ ໃຫ້ແກ່ຫົວໜ່ວຍ ນຳເຂົ້າສິນຄ້າບຸລິມະສິດຢູ່ ສປປ ລາວ, ກວດກາທຸລະກໍາການຂໍອະນຸຍາດ ໂອນເງິນອອກ ສປປ ລາວ ຂອງທະນາຄານທຸລະກິດ, ປັບປຸງກົນໄກ ແລະ ເຄື່ອງມືຄຸ້ມຄອງ ເງິນຕາຕ່າງປະເທດ, ຊຸກຍູ້ການຜະລິດສິນຄ້າ ກະສິກໍາໃນລະດູຝົນ, ຕິດຕາມ ເເລະ ລາຍງານສະພາບລາຄາສິນຄ້າ ໃນທ້ອງຕະຫລາດ ຢູ່ບັນດາເເຂວງ ແລະ ນະຄອນຫລວງ, ຄົ້ນຄວ້າຮ່າງນິຕິກໍາຄຸ້ມຄອງ ການນໍາເຂົ້າ ແລະ ສົ່ງອອກ, ຮີບຮ້ອນປັບປຸງ ຮ່າງດໍາລັດ ວ່າດ້ວຍກອງທຶນສົ່ງເສີມການຜະລິດສິນຄ້າ ຢູ່ ສປປ ລາວ ໃຫ້ສຳເລັດໄວ ແລະ ສາມາດປະກາດ ໃຊ້ໄດ້; ສືບຕໍ່ເລັ່ງພັດທະນາ ລະບົບຄຸ້ມຄອງເກັບລາຍຮັບສໍາຄັນຕ່າງໆ, ລະບົບຄຸ້ມຄອງການເຄື່ອນຍ້າຍ ແລະ ຢັ້ງຢືນຄຸນນະພາບແຮ່ທາດ ແລະ ອື່ນໆ;  ສຸມໃສ່ຈັດເກັບລາຍຮັບ ໃຫ້ໄດ້ຕາມແຜນ ຫລື ເກີນແຜນ, ທັງປະຕິບັດລາຍຈ່າຍຢ່າງຮັດກຸມ ປະຢັດມັດທະຍັດ, ໃນນັ້ນສຸມໃສ່ປະຕິບັດລາຍຈ່າຍທີ່ຈໍາເປັນ, ນໍາໃຊ້ເງິນເກີນແຜນປີ 2024 ຖືກຕ້ອງຕາມທີ່ລັດຖະບານ ໄດ້ຕົກລົງ; ສືບຕໍ່ປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ, ການສ້າງຕັ້ງຕາແສງ ໃຫ້ສໍາເລັດຕາມຄາດໝາຍ ທີ່ສູນກາງກຳນົດ; ສຸມໃສ່ປັບປຸງແກ້ໄຂເສັ້ນທາງທີ່ເປ່ເພ ໃຫ້ສາມາດນຳໃຊ້ໄດ້ ຢ່າງເປັນປົກກະຕິ ໃນໄລຍະລະດູຝົນ;ໃນໄລຍະລະດູຝົນນີ້, ໃຫ້ເອົາໃຈໃສ່ຕິດຕາມ ການບໍລິຫານນ້ຳຢູ່ອ່າງເກັບນ້ຳຂອງບັນດາເຂື່ອນ, ການປ່ອຍນໍ້າອອກຈາກເຂື່ອນ ເພື່ອເຝົ້າລະວັງ, ກະກຽມປ້ອງກັນ ຮັບມືແກ້ໄຂສະພາບນໍ້າຖ້ວມ ທີ່ອາດເກີດຂຶ້ນ; ເອົາໃຈໃສ່ຕິດຕາມແກ້ໄຂບັນຫາຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ການດຳລົງຊີວິດຂອງປະຊາຊົນ ທີ່ເກີດຈາກໂຄງ ການລົງທຶນຕ່າງໆ; ສ້າງຂະບວນການປູກຕົ້ນໄມ້ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແນໃສ່ເພີ່ມຄວາມເປັນສີຂຽວ ແລະ ອັດຕາການປົກຫຸ້ມຂອງປ່າ ໃຫ້ຫລາຍຂຶ້ນ ໄປພ້ອມໆກັບການ ສະຫລອງວັນເດັກນ້ອຍສາກົນ, ວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມສາກົນ ໃຫ້ເໝາະສົມ ຕາມເງື່ອນໄຂ ແລະ ສະພາບຕົວຈິງຂອງປະເທດເຮົາ; ສືບຕໍ່ສຸມໃສ່ແກ້ໄຂບັນຫາ ຂາດແຄນຄູສອນ ແລະ ການປະລະການຮຽນ ໃຫ້ແຂງແຮງຂຶ້ນກວ່າເກົ່າ. ພ້ອມກັນນັ້ນ, ກໍໃຫ້ເອົາໃຈໃສ່ດຳເນີນ ການສອບເສັງໃນຊັ້ນຮຽນຕ່າງໆ ໃຫ້ດີ, ບໍ່ໃຫ້ມີຫາງສຽງ; ສືບຕໍ່ພັດທະນາ ສີມືແຮງງານ ແລະ ຈັດສັນອາຊີບໃຫ້ຫລາຍຂຶ້ນ; ເອົາໃຈໃສ່ເກັບກໍາ ແລະ  ຄຸ້ມຄອງຈໍານວນແຮງງານ ທີ່ປະເທດໃກ້ຄຽງສົ່ງກັບຄືນມາ ໂດຍຖືເອົາ ໂອກາດນີ້ ອົບຮົມສີມືແຮງງານ ແລະ ຈັດສັນອາຊີບ; ສືບຕໍ່ຜັນຂະຫຍາຍຜົນ ການໄປຢ້ຽມຢາມຕ່າງປະເທດ ຂອງການນຳຂັ້ນສູງຂອງພັກ-ລັດ ເປັນຕົ້ນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ກອງປະຊຸມສຸດ ຍອດປິ່ນອ້ອມ; ກະກຽມໃຫ້ແກ່ການນຳຂັ້ນສູງຂອງພັກ-ລັດ ໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ຕ່າງປະເທດ ໃນເດືອນມິຖຸນາ 2025.

ສ່ວນບັນດາບົດລາຍງານ ເປັນຕົ້ນ ລາຍງານໂດຍຫຍໍ້ກ່ຽວກັບຫົວຂໍ້ ແລະ ເນື້ອໃນ ທີ່ລັດຖະບານ ຈະລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ບົດລາຍງານຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025; ລາຍງານ ກ່ຽວກັບການທາບທາມຮ່າງແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ລາຍງານ ກ່ຽວກັບການຈັດຕັ້ງ ປະຕິບັດບັນດານະໂຍບາຍ, ນິຕິກໍາ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ; ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ;  ລາຍງານ ກ່ຽວກັບການຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ; ລາຍງານກ່ຽວກັບນະໂຍບາຍ ການການກໍ່ສ້າງ-ສ້ອມແປງ ເສັ້ນທາງໃນໄລຍະໃໝ່ ແລະ ລາຍງານກ່ຽວກັບ ການກໍ່ສ້າງ ແລະ ສ້ອມແປງເສັ້ນທາງຕ່າງໆ ທີ່ຍັງຫຍຸ້ງຍາກ ແລະ ເປ່ເພ. ກອງປະຊຸມໄດ້ເຫັນດີດ້ານຫລັກການ ຮັບຮອງເອົາບັນດາບົດລາຍງານດັ່ງກ່າວ, ພ້ອມທັງຊີ້ນຳພາກ ສ່ວນກ່ຽວຂ້ອງນຳໄປປັບປຸງ ຕາມຄຳເຫັນ ຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນສອດຄ່ອງ, ຄົບຖ້ວນສົມບູນ, ເປັນເອກະພາບທາງດ້ານໂຄງຮ່າງບົດລາຍງານ, ຕົວເລກຕ່າງໆ ແລະ ໃຫ້ສຳເລັດທັນຕາມກຳນົດເວລາ.

          ສຳລັບ ວາລະທີ 2 ກອງປະຊຸມເຫັນດີດ້ານຫລັກການ ຮັບຮອງເອົາຮ່າງນິຕິກໍາ  7 ສະບັບຄື: ຮ່າງຍຸດທະສາດພັດທະນາການເງິນແຫ່ງລັດ ຮອດປີ 2035 ແລະ ວິໄສທັດຮອດປີ 2040;  ຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງ ແລະ ການກູ້ຢືມໂດຍກົງ, ການໃຫ້ກູ້ຢືມຕໍ່ ແລະ ການຄໍ້າປະກັນການໃຫ້ກູ້ຢືມ; ຮ່າງດໍາລັດ ວ່າດ້ວຍໜຶ່ງເມືອງ ໜຶ່ງຜະລິດຕະພັນ;  ຮ່າງດໍາລັດວ່າດ້ວຍການສົ່ງເສີມທຸລະກິດແບບສະຕາດອັບ;  ຮ່າງດໍາລັດ ວ່າດ້ວຍນະໂຍບາຍຕໍ່ຄະນະກິລາທີມຊາດ; ຮ່າງດໍາລັດ ວ່າດ້ວຍສະຖານທີ່ທ່ອງທ່ຽວ;  ການປັບປຸງບາງມາດຕາ ຂອງກົດໝາຍ ວ່າດ້ວຍປະກັນສັງຄົມ.

          ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ນໍາເອົາບັນດາຮ່າງນິຕິກຳດັ່ງກ່າວ ໄປປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ການກຳນົດຈຸດປະສົງ, ການອະທິບາຍຄໍາສັບ, ການນໍາໃຊ້ຄໍາສັບ ໃຫ້ຄົບຖ້ວນ, ລະອຽດຈະແຈ້ງ; ຊື່ຂອງບາງນິຕິກໍາໃຫ້ສັ້ນກະທັດຮັດ; ການກໍານົດໄລຍະເວລາແຜນຍຸດທະສາດ ໃຫ້ສອດຄ່ອງກັບ ແຜນພັດທະນາ  ໃນແຕ່ລະໄລຍະ; ການແບ່ງຂັ້ນຄຸ້ມຄອງຂອງຄະນະກໍາມະການ ຮັບຜິດຊອບວຽກງານ ແຕ່ລະຂັ້ນໃຫ້ຊັດເຈນ, ທັງສອດຄ່ອງກັບການປັບປຸງ ກົງຈັກການຈັດຕັ້ງ ໄລຍະໃໝ່; ການກໍານົດນະໂຍບາຍສົ່ງເສີມ ໃຫ້ຊັດເຈນ,  ເໝາະສົມ ແລະ ສອດຄ່ອງກັບກົດໝາຍກ່ຽວຂ້ອງ; ເພີ່ມບາງເນື້ອໃນ, ບາງມາດຕາ ໃຫ້ຄົບຖ້ວນສົມບູນ, ລະອຽດ-ຈະແຈ້ງ, ຮັດກຸມ, ສອດຄ່ອງກັບສະພາບ ການຂະຫຍາຍຕົວທາງດ້າເສດຖະກິດ-ສັງຄົມ ກໍຄື ກົດໝາຍ ແລະ ນິຕິິກໍາກ່ຽວຂ້ອງ  ທີ່ໄດ້ປະກາດໃຊ້ແລ້ວ ເພື່ອຮັບປະກັນເມື່ອປະກາດນໍາໃຊ້ແລ້ວ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ນອກນັ້ນ, ຕໍ່ຮ່າງດໍາລັດວ່າດ້ວຍນະໂຍບາຍຕໍ່ຄະນະກິລາທີມຊາດ ໂດຍສະເພາະ ການກໍານົດນະໂຍບາຍ ຕໍ່ນັກກິລາຄົນພິການ ແມ່ນມອບໃຫ້ຄະນະຮັບຜິດຊອບ ນໍາໄປຈັດສໍາມະນາລະດົມ ຄວາມຄິດເຫັນຈາກພາກສ່ວນຕ່າງໆ ເພີ່ມຕື່ມ. ສະເພາະຮ່າງດຳລັດ ວ່າດ້ວຍໜຶ່ງເມືອງ ໜຶ່ງຜະລິດ ຕະພັນ ແມ່ນໃຫ້ສົ່ງເສີມ ການນຳໃຊ້ທ່າແຮງອັນບົ່ມຊ້ອນຂອງທ້ອງຖິ່ນຕ່າງໆ ເພື່ອສ້າງຍີ່ຫໍ້ ແລະ ຊື່ສຽງຂອງສິນຄ້າ, ພ້ອມທັງ ສົ່ງເສີມວຽກງານການໂຄສະນາ ເຜີຍແຜ່ສິນຄ້າ ດັ່ງກ່າວ ຢ່າງກວ້າງຂວາງ ເພື່ອເຮັດໃຫ້ການຜະລິດ ແລະ ຈຳໜ່າຍສິນຄ້າ ມີຄວາມຍືນຍົງ.

           ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ຈົ່ງນໍາເອົາແຜນວຽກຈຸດສຸມ ເດືອນມິຖຸນາ ທີ່ກອງປະຊຸມໄດ້ເອກະພາບກັນ ໄປປັບປຸງເຂົ້າໃນແຜນວຽກ ຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ, ບຸກຄະລາກອນແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງ ຂອງແຕ່ລະຂະແໜງການ ໃຫ້ແຂງແຮງ ແລະ ໄດ້ຮັບຜົນດີ.  

ຂ່າວ: ກິດຕາ

KPL

ຂ່າວອື່ນໆ

    • ຮອງປະທານປະເທດຕ້ອນຮັບ ທູດອາຣັບ ເອຢິບ ປະຈຳລາວ ເຂົ້າຢ້ຽມອຳລາການເມືອງ

      ຮອງປະທານປະເທດຕ້ອນຮັບ ທູດອາຣັບ ເອຢິບ ປະຈຳລາວ ເຂົ້າຢ້ຽມອຳລາ

      6/3/2025 8:37:58 PM

      ຂປລ. ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາງ ອາມໍ ອັບເດວ ໃນຄາເດີ ເອວມໍຊີ ຊາລາມາ (Amal abdel kader kader elmorsi salama) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອາຣັບ ເອຢິບ ປະຈຳ ສປປ ລາວ ເຊິ່ງມີສຳນັກງານສະຖານເອກອັກຄະລັດຖະທູດ ຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 3 ມິຖຸນາ 2025 ທີ່ທຳນຽບປະທານປະເທດ ເນື່ອງໃນໂອກາດສຳເລັດ ການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

    • ຍົກລະດັບວຽກງານ ປກຊ-ປກສ ໃຫ້ພະນັກງານນຳພາ-ຄຸ້ມຄອງ ປະຈຳປີ 2025ການເມືອງ

      ຍົກລະດັບວຽກງານ ປກຊ-ປກສ ໃຫ້ພະນັກງານນຳພາ-ຄຸ້ມຄອງ ປະຈຳປີ 2025

      6/3/2025 8:34:18 PM

      ຂປລ. ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເປີດຊຸດບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ໃຫ້ພະນັກງານນຳພາ-ຄຸ້ມຄອງ ຊຸດທີ XXI ປະຈຳປີ 2025 ຈຳນວນ 30 ສະຫາຍມາຈາກສູນກາງ 13 ສະຫາຍ ແລະ ທ້ອງຖິ່ນ 17 ສະຫາຍ ຍິງ 2 ສະຫາຍໃນວັນທີ 3 ມິຖຸນາ 2025

    • ຄຕພ ແລະ ກະຊວງການຕ່າງປະເທດ ຫວຽດນາມ ຮັດແໜ້ນການຮ່ວມມືສອງຝ່າຍການເມືອງ

      ຄຕພ ແລະ ກະຊວງການຕ່າງປະເທດ ຫວຽດນາມ ຮັດແໜ້ນການຮ່ວມມືສອງຝ່າຍ

      6/3/2025 8:29:34 PM

      ຂປລ. ຄະນະຜູ້ແທນ ຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ (ຄຕພ) ນໍາໂດຍ ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຕາມການເຊື້ອເຊີນຂອງ ລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ.

    • ກອງປະຊຸມ ພົບປະລະດັບສູງ ທຸລະກິດ ລາວ-ມາເລເຊຍການເມືອງ

      ກອງປະຊຸມ ພົບປະລະດັບສູງ ທຸລະກິດ ລາວ-ມາເລເຊຍ

      6/3/2025 8:26:25 PM

      ຂປລ. ໃນລະຫວ່າງວັນທີ 25-27 ພຶດສະພາ 2025 ຜ່ານມາ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ພ້ອມດ້ວຍ ຄະນະປະທານ ສຄອຊ ໄດ້ນຳພາຄະນະທຸລະກິດ ຈາກຂະແໜງການຄ້າ, ພະລັງານ, ບໍ່ແຮ່, ​ຂົນ​ສົ່ງ, ການ​ລົງ​ທຶນ​, ອຸດສາຫະກໍາ, ທະນາຄານ, ກະ​ສິ​ກຳ, ອາຫານ ແລະ ການ​ທ່ອງ​ທ່ຽວ

    • ຫວນຄືນວັນຜ່າວົງປິດລ້ອມຂອງກອງພັນທີ 2  ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາການເມືອງ

      ຫວນຄືນວັນຜ່າວົງປິດລ້ອມຂອງກອງພັນທີ 2 ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາ

      6/3/2025 8:18:41 PM

      ຂປລ. ກະຊວງປ້ອງກັນຄວາມສະຫງົບ ຈັດພິທີປາຖະກະຖາຫວນຄືນວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 66 ປີ (18/5/1959-18/5/ 2025) ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ (24/5/ 1960-24/5/2025) ໃນວັນທີ 3 ມິຖຸນາ 2025 ທີ່ນະຄອນຫລວງວຽງຈັນ

ads
ads

Top