ກະຊວງ ຖວທ ຈັດກິດຈະກຳປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

02/06/2025 10:08
Email Print 131
ຂປລ ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ກຸ່ມບໍລິສັດດາວເຮືອງ ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 100 ປີ ໃນວັນທີ 1 ມິຖຸນາ 2025 ທີ່ກະຊວງ ຖວທ ຫລັງໃໝ່




ຂປລ. ກະຊວງຖະແຫລງຂ່າວ
, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ກຸ່ມບໍລິສັດດາວເຮືອງ ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 100 ປີ ໃນວັນທີ 1 ມິຖຸນາ 2025 ທີ່ກະຊວງ ຖວທ ຫລັງໃໝ່ ໂດຍມີ ທ່ານ ວັນສີ ກົວມົວ, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍ ຄະນະພັກຄະນະນຳກະຊວງ, 3 ອົງການຈັດຕັ້ງມະຫາຊົນກະຊວງ, ຄະນະກົມ ແລະ ພະນັກງານພາຍໃນກະຊວງ ຖວທ ເຂົ້າຮ່ວມ.



ທ່ານ ສຸກສະຫວັນ ສຸລິວົງ ຮັກສາການຫົວໜ້າຫ້ອງການກະຊວງ ຖວທ ໄດ້ກ່າວວ່າ: ການຈັດກິດຈະກຳຄັ້ງນີ້ ເພື່ອເປັນສ້າງຂະບວນການ ສະເຫລີມສະຫລອງ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ
45 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 100 ປີ ເຊິ່ງຕົ້ນໄມ້ທີ່ນຳມາປູກມີຕົ້ນໄມ້ປະດັບ (ຕົ້ນຈຳປາ) ແລະ ຕົ້ນໄມ້ອຸດສາຫະກຳ (ໄມ້ດູ່) ເພື່ອເພີ່ມພື້ນທີ່ສີຂຽວ ແລະ ໃຫ້ມີຄວາມຮົ່ມເຢັນ ໃຫ້ໂລກ ກໍຄື ປະເທດລາວ ເນື່ອງຈາກຕົ້ນໄມ້ມີຄວາມສຳຄັນຫລາຍ ຕໍ່ສິ່ງທີ່ມີຊີວິດໃນໂລກ ເປັນຕົ້ນ ສັດສາວາສິ່ງ ລວມເຖິງມະນຸດເຮົາ, ຕົ້ນໄມ້ແມ່ນສິ່ງແວດ ລ້ອມໜຶ່ງ, ເປັນກົນໄກໜຶ່ງທີ່ເຮັດໃຫ້ໂລກມີອາກາດສົດຊື່ນ ແລະ ມີຄວາມສວຍງາມຮົ່ມເຢັນ. ສະນັ້ນ, ຮຽກຮ້ອງມາຍັງທຸກພາກສ່ວນໃນທົ່ວສັງຄົມ ຈົ່ງຮ່ວມກັນປູກຕົ້ນໄມ້ໃຫ້ຫລາຍ ເພື່ອເຮັດໃຫ້ ປະເທດຊາດ ມີຄວາມສວຍສົດງົດງາມ ແລະ ມີພື້ນທີ່ສີຂຽວເພີ່ມຂຶ້ນ, ສິ່ງສຳຄັນຫລັງຈາກປູກແລ້ວ ຕ້ອງມີການປົກປັກ ແລະ ບົວລະບັດຮັກສາ ເຮັດໃຫ້ຕົ້ນໄມ້ທີ່ປູກເຕີບໂຕ ຫລາຍທີ່ສຸດ ແລະ ໃຫ້ຕາຍໜ້ອຍທີ່ສຸດ.



ຂ່າວ-ພາບ: ມະນີທອນ

KPL

ຂ່າວອື່ນໆ

ads
ads

Top