ຄະນະຜູ້ແທນ ຫ້ອງວ່າການສູນກາງພັກ ປປ ລາວ ຢ້ຽມຢາມ ແລະ ເຮັດວຽກທາງການ ຢູ່ ສສ ຫວຽດນາມ

02/06/2025 09:25
Email Print 161
ຂປລ ຂປລ. ປະຕິບັດຕາມແຜນການຮ່ວມມື ລະຫວ່າງ ຫ້ອງວ່າການສູນກາງພັກ ປະຊາຊົນປະຕິວັດລາວ ແລະ ຫ້ອງວ່າການສູນກາງພັກ ກອມມູນິດຫວຽດນາມ, ໃນລະຫວ່າງວັນທີ 29-30 ພຶດສະພາ 2025 ຜ່ານມາ

ຂປລ. ປະຕິບັດຕາມແຜນການຮ່ວມມື ລະຫວ່າງ ຫ້ອງວ່າການສູນກາງພັກ ປະຊາຊົນປະຕິວັດລາວ ແລະ ຫ້ອງວ່າການສູນກາງພັກ ກອມມູນິດຫວຽດນາມ, ໃນລະຫວ່າງວັນທີ 29-30 ພຶດສະພາ 2025 ຜ່ານມາ, ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ ປະຊາຊົນປະ ຕິວັດລາວ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສສ ຫວຽດນາມ  ແລະ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ຈັດພິທີປະດັບຫລຽນໄຊ, ຫລຽນກາ ແລະ ມອບໃບຍ້ອງຍໍໃຫ້ແກ່ ກົມກອງລວມໝູ່ ແລະ ບຸກຄົນ ຂອງຫ້ອງວ່າການສູນກາງພັກ ກອມມູນິດຫວຽດນາມ ຜູ້ທີ່ມີຜົນງານດີເດັ່ນ ໃນການ ປະກອບສ່ວນ ຕໍ່ສາຍພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ກໍຄື ສອງຫ້ອງວ່າການສູນກາງພັກ ລາວ-ຫວຽດ ນາມ ແລະ ໄດ້ຈັດພິທີປະກາດໃຊ້-ຈຳໜ່າຍປຶ້ມ ມູນເຊື້ອສາຍພົວພັນການຮ່ວມມື ລະຫວ່າງ ສອງຫ້ອງວ່າການ ສູນກາງ ພັກ ລາວ-ຫວຽດນາມ. ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ພົບປະຈໍາປີ ເພື່ຶອສະຫລຸບຕີລາຄາ ແລະ ທົບທວນຄືນຂໍ້ຕົກ ລົງການຮ່ວມມື ໃນໄລຍະປີ 2021-2025 ແລະ ວາງທິດທາງ ແຜນການຮ່ວມມື ໄລຍະປີ 2026-2030.

ໃນໂອກາດດັ່ງກ່າວ ຄະນະຜູ້ແທນຫ້ອງວ່າການສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດຫວຽດນາມ. ໂອກາດນີ້, ສະຫາຍ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ຕໍ່ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ທີ່ໄດ້ໃຫ້ກຽດ ຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ແຈ້ງສະພາບໂດຍຫຍໍ້, ພ້ອມນັ້ນລາຍງານກ່ຽວກັບຜົນສຳເລັດ ຂອງການເຮັດວຽກຮ່ວມກັບ ຫ້ອງວ່າການສູນກາງພັກ ກອມມູນິດຫວຽດນາມ ໂດຍສະເພາະ ການປະຕິບັດບົດບາດ ເປັນເສນາທິການໃຫ້ຂັ້ນເທິງ ຢ່າງມີປະສິດທິພາບ, ຜົນສໍາເລັດດັ່າງກ່າວ ຖືເປັນການປະກອບສ່ວນສຳຄັນເຂົ້າໃນ ການຮັດແໜ້ນສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທັງສະແດງຄວາມຂອບໃຈຢ່າງລົ້ນເຫລືອ ຕໍ່ພັກ, ລັດຖະ ບານ ແລະ ປະຊາຊົນຫວຽດນາມ ທີ່ຍາມໃດກໍໃຫ້ການສະໜັບສະໜູນ ສປປ ລາວ ຕະຫລອດມາ.

ພ້ອມນີ້, ສະຫາຍ ໂຕ ເລິມ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງຫ້ອງວ່າການສູນການພັກ ລາວ-ຫວຽດນາມ ກໍຄື ຜົນສຳເລັດໃນການເຮັດວຽກຮ່ວມກັນຄັ້ງນີ້, ເຫັນວ່າທັງສອງຫ້ອງວ່າການສູນກາງພັກ ລາວ-ຫວຽດນາມ ທີ່ເປັນເສນາທິການໃຫ້ແກ່ສູນກາງພັກ ຍາມໃດກໍຈົງຮັກພັກດີ, ສັດຊື່ບໍລິສຸດ, ເສຍສະລະເຫື່ອແຮງ, ສະຕິປັນຍາ ຢ່າງບໍ່ຮູ້ອິດ ຮູ້ເມື່ອຍຕໍ່ຄວາມຮັບຜິດຊອບ ໜ້າທີ່ການເມືອງຂອງຕົນ; ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ໄດ້ໃຫ້ທິດຊີ້ນຳຕໍ່ວຽກງານ ຂອງສອງຫ້ອງວ່າການສູນກາງພັກ ລາວ-ຫວຽດນາມ ໃນການພົວພັນຮ່ວມມືຕໍ່ໜ້າ ໃຫ້ສອງຝ່າຍປຶກສາຫາລື ແລະ ປະສານສົມທົບກັນຢ່າງແໜ້ນແຟ້ນ, ການຮ່ວມມືຂອງສອງຫ້ອງວ່າການສູນກາງພັກ ແມ່ນບໍ່ມີຂໍ້ຈຳກັດໃດໆສາມາດ ແລກປ່ຽນ ແລະ ຖອດຖອນບົດເຊິ່ງກັນ ກັນໃຫ້ນັບມື້ມີຜົນສຳເລັດໃໝ່ ດ້ວຍຄຸນນະພາບທີ່ສູງຂຶ້ນເປັນກ້າວໆ, ປະກອບສ່ວນຮັດແໜ້ນສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະ ນົງແກ່ນ ຕະຫລອດໄປ.


ຂ່າວ
-ພາບ: ຫ້ອງວ່າການສູນກາງພັກ
KPL

ຂ່າວອື່ນໆ

    • ຮອງປະທານປະເທດຕ້ອນຮັບ ທູດອາຣັບ ເອຢິບ ປະຈຳລາວ ເຂົ້າຢ້ຽມອຳລາການເມືອງ

      ຮອງປະທານປະເທດຕ້ອນຮັບ ທູດອາຣັບ ເອຢິບ ປະຈຳລາວ ເຂົ້າຢ້ຽມອຳລາ

      6/3/2025 8:37:58 PM

      ຂປລ. ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາງ ອາມໍ ອັບເດວ ໃນຄາເດີ ເອວມໍຊີ ຊາລາມາ (Amal abdel kader kader elmorsi salama) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອາຣັບ ເອຢິບ ປະຈຳ ສປປ ລາວ ເຊິ່ງມີສຳນັກງານສະຖານເອກອັກຄະລັດຖະທູດ ຕັ້ງຢູ່ ຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 3 ມິຖຸນາ 2025 ທີ່ທຳນຽບປະທານປະເທດ ເນື່ອງໃນໂອກາດສຳເລັດ ການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

    • ຍົກລະດັບວຽກງານ ປກຊ-ປກສ ໃຫ້ພະນັກງານນຳພາ-ຄຸ້ມຄອງ ປະຈຳປີ 2025ການເມືອງ

      ຍົກລະດັບວຽກງານ ປກຊ-ປກສ ໃຫ້ພະນັກງານນຳພາ-ຄຸ້ມຄອງ ປະຈຳປີ 2025

      6/3/2025 8:34:18 PM

      ຂປລ. ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເປີດຊຸດບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ໃຫ້ພະນັກງານນຳພາ-ຄຸ້ມຄອງ ຊຸດທີ XXI ປະຈຳປີ 2025 ຈຳນວນ 30 ສະຫາຍມາຈາກສູນກາງ 13 ສະຫາຍ ແລະ ທ້ອງຖິ່ນ 17 ສະຫາຍ ຍິງ 2 ສະຫາຍໃນວັນທີ 3 ມິຖຸນາ 2025

    • ຄຕພ ແລະ ກະຊວງການຕ່າງປະເທດ ຫວຽດນາມ ຮັດແໜ້ນການຮ່ວມມືສອງຝ່າຍການເມືອງ

      ຄຕພ ແລະ ກະຊວງການຕ່າງປະເທດ ຫວຽດນາມ ຮັດແໜ້ນການຮ່ວມມືສອງຝ່າຍ

      6/3/2025 8:29:34 PM

      ຂປລ. ຄະນະຜູ້ແທນ ຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ (ຄຕພ) ນໍາໂດຍ ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຕາມການເຊື້ອເຊີນຂອງ ລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ.

    • ກອງປະຊຸມ ພົບປະລະດັບສູງ ທຸລະກິດ ລາວ-ມາເລເຊຍການເມືອງ

      ກອງປະຊຸມ ພົບປະລະດັບສູງ ທຸລະກິດ ລາວ-ມາເລເຊຍ

      6/3/2025 8:26:25 PM

      ຂປລ. ໃນລະຫວ່າງວັນທີ 25-27 ພຶດສະພາ 2025 ຜ່ານມາ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ພ້ອມດ້ວຍ ຄະນະປະທານ ສຄອຊ ໄດ້ນຳພາຄະນະທຸລະກິດ ຈາກຂະແໜງການຄ້າ, ພະລັງານ, ບໍ່ແຮ່, ​ຂົນ​ສົ່ງ, ການ​ລົງ​ທຶນ​, ອຸດສາຫະກໍາ, ທະນາຄານ, ກະ​ສິ​ກຳ, ອາຫານ ແລະ ການ​ທ່ອງ​ທ່ຽວ

    • ຫວນຄືນວັນຜ່າວົງປິດລ້ອມຂອງກອງພັນທີ 2  ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາການເມືອງ

      ຫວນຄືນວັນຜ່າວົງປິດລ້ອມຂອງກອງພັນທີ 2 ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາ

      6/3/2025 8:18:41 PM

      ຂປລ. ກະຊວງປ້ອງກັນຄວາມສະຫງົບ ຈັດພິທີປາຖະກະຖາຫວນຄືນວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 66 ປີ (18/5/1959-18/5/ 2025) ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ (24/5/ 1960-24/5/2025) ໃນວັນທີ 3 ມິຖຸນາ 2025 ທີ່ນະຄອນຫລວງວຽງຈັນ

ads
ads

Top