ຂປລ
ຂປລ. ກະຊວງປ້ອງກັນປະເທດ ໄດ້ຈັດພິທີປູກຕົ້ນໄມ້ ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ ແຫ່ງຊາດ ຄົບຮອບ 45 ປີ

ຂປລ. ກະຊວງປ້ອງກັນປະເທດ ໄດ້ຈັດພິທີປູກຕົ້ນໄມ້ ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ ແຫ່ງຊາດ ຄົບຮອບ 45 ປີ ເພື່ອເປັນການປະກອບສ່ວນ ໃນການສ້າງຄວາມສົມດຸນ ໃຫ້ແກ່ທຳມະຊາດ ກໍຄື ປະກອບສ່ວນໃຫ້ແກ່ສັງຄົມ ໃນການປູກຕົ້ນ ໄມ້ໃຫ້ເປັນປ່າ ໂດຍສະເພາະ ແມ່ນສ້າງໃຫ້ກົມກອງມີສີຂຽວ ແລະ ຄືນຄວາມສົມບູນໃຫ້ແກ່ ທຳມະຊາດ ໃນຂອບເຂດຂອງວິທະຍາຄານ. ພິທີດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 1 ມິຖຸນາ 2025 ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ມີບັນດາການນຳພັກ, ລັດ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພາລາທິການກອງທັບ ໄດ້ກ່າວວ່າ: ຍ້ອນເຫັນໄດ້ຄວາມສຳຄັນ ແລະ ຄຸນປະໂຫຍດຢ່າງຫລວງຫລາຍຂອງປ່າໄມ້ ທີ່ຕິດພັນກັບຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ, ພັກ ແລະ ລັດຖະບານລາວ ໄດ້ກຳນົດເອົາວັນທີ 1 ມິຖຸນາຂອງທຸກໆປີ ເຊິ່ງກົງກັບວັນເດັກ ນ້ອຍສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ ໂດຍທຸກໆປີ ພະນັກງານ, ທະຫານ, ຕຳຫລວດ, ນັກຮຽນຮູ້ປັນຍາຊົນ ແລະ ຊັ້ນຄົນຕ່າງໆ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໄດ້ພາກັນຈັດກິດຈະກຳ ຢ່າງເປັນຂະບວນຟົດຟື້ນ ເພື່ອປູກໄມ້ໃຫ້ເປັນປ່າ ແນໃສ່ເຮັດໃຫ້ເນື້ອທີ່ປ່າປົກຫຸ້ມທົ່ວປະເທດໃຫ້ໄດ້ 70% ໃນປີ 2025 ຕາມທິດທາງ ແລະ ຄາດໝາຍ ຂອງລັດຖະບານ.

ຕະຫລອດໄລຍະຜ່ານມາ ພັກ ແລະ ລັດຖະບານ ເຫັນໄດ້ຄວາມສຳຄັນ ຂອງວຽກງານຄຸ້ມຄອງປົກປັກ ຮັກສາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະແມ່ນ ການປົກປັກຮັກສາປ່າໄມ້ ເຊິ່ງສະແດງອອກ ໃນການກໍານົດເອົາຫລາຍເຂດ ໃນທົ່ວປະເທດເປັນປ່າປ້ອງກັນ ແລະ ປ່າສະຫງວນແຫ່ງຊາດ; ອອກກົດໝາຍ, ລະບຽບການ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງໃນການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດຕົວຈິງ ເຊັ່ນ: ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍສິ່ງແວດລ້ອມ, ກົດໝາຍວ່າດ້ວຍນໍ້າ-ຊັບພະຍາກອນນໍ້າ. ພ້ອມນີ້, ຍັງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມກັນເປັນເຈົ້າການ ໃນການໂຄສະນາປູກຈິດສຳນຶກ ໃຫ້ແກ່ພະນັກງານ, ທະຫານ, ຕໍາຫລວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ໃຫ້ເຂົ້າມາມີສ່ວນຮ່ວມ ໃນການປົກປັກຮັກສາ ຊັບພະຍາກອນທຳມະຊາດ ໃຫ້ມີຄວາມອຸດົມສົມບູນ ເປັນຕົ້ນແມ່ນພູຜາປ່າໄມ້ໃຫ້ຄົງຢູ່ຄູ່ກັບ ສປປ ລາວ ກໍຄື ປະຊາຊົນລາວ ແລະ ລູກຫລານລາວຕະຫລອດໄປ.

ຂ່າວ: ກິດຕາ
ພາບ: ເກດສະໜາ
KPL