8 ສາເຫດໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳໄປສູ່ເຂດທີ່ໝັ້ນຢ່າງປອດໄພ

27/05/2025 10:33
Email Print 450
ຂປລ ໃນປະຫວັດສາດການຕໍ່ສູ້ປົດປ່ອຍຊາດ, ພາຍໃຕ້ການນໍາພາຂອງພັກປະຊາຊົນລາວ ໃນເມື່ອກ່ອນກໍຄືພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນນັ້ນ ໄດ້ມີຫລາຍເຫດການທີ່ສະທ້ອນໃຫ້ເຫັນເຖິງວິລະກຳ, ຄວາມສະຫລາດສ່ອງໃສ, ມີໄຫວພິບ, ພິລະອາດຫານເຕັມໄປດ້ວຍຄວາມເສຍສະລະອັນສູງສົ່ງຂອງຜູ້ນຳພັກ, ນັກຮົບປະຕິວັດ, ກໍຄືປວງຊົນລາວບັນດາເຜົ່າ.

    *ໃນປະຫວັດສາດການຕໍ່ສູ້ປົດປ່ອຍຊາດ, ພາຍໃຕ້ການນໍາພາຂອງພັກປະຊາຊົນລາວ ໃນເມື່ອກ່ອນກໍຄືພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນນັ້ນ ໄດ້ມີຫລາຍເຫດການທີ່ສະທ້ອນໃຫ້ເຫັນເຖິງວິລະກຳ, ຄວາມສະຫລາດສ່ອງໃສ, ມີໄຫວພິບ, ພິລະອາດຫານເຕັມໄປດ້ວຍຄວາມເສຍສະລະອັນສູງສົ່ງຂອງຜູ້ນຳພັກ, ນັກຮົບປະຕິວັດ, ກໍຄືປວງຊົນລາວບັນດາເຜົ່າ ຊຶ່ງໜ່ຶງໃນເຫດການອັນສຳຄັນທີ່ທົ່ວປວງຊົນລາວທັງຊາດຍັງຈົດຈຳ ແລະ ສັນລະເສີນທີ່ສຸດອີກເຫດການໜ່ຶງ ນັ້ນແມ່ນເຫດການໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ໃນວັນທີ 24 ພຶດສະພາ 1960. ເຫດການວິລະກຳດັ່ງກ່າວ ນີ້ ແມ່ນໄຊຊະນະທີ່ແລກມາດ້ວຍ ຄວາມທຸກທໍລະມານ ແລະ ແສນ ລຳບາກນາໆປະການເຖິງວ່າຈະ ຖືກຈັບກຸມຄຸມຂັງ ກໍບໍ່ມີທາງຍອມ ຈຳນົນ ໂດຍເດັດຂາດອັນນີ້ກໍຍ້ອນບັນດາຜູ້ນຳເຮົາຖືປະເທດຊາດສູງ ກວ່າຊີວິດຂອງຕົນຊຶ່ງຈະຫາສິ່ງໃດມາປຽບປານກໍບໍ່ໄດ້. ໄຊຊະນະອັນພິລະອາດຫານໃນວິລະກຳໂຕນຄຸກຄ້ັງມະຫັດສະຈັນໄດ້ກາຍເປັນບາດລ້ຽວອັນສຳຄັນຂອງປະເທດຊາດ ແລະ ເປັນໝາກຜົນແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນຂອງຜູ້ນຳທີ່ຢູ່ໃນຄຸກ ພ້ອມທັງສາລະວັດ ແລະ ທຸກກຳລັງແຮງທີ່ໄດ້ປະກອບສ່ວນຊ່ວຍເຫລືອເຮັດໃຫ້ບັນທ່ານຜູ້ນຳໂຕອອກຈາກຄຸກໄດ້ສຳເລັດ.  ຊຶ່ງ 8 ສາເຫດການໂຕນຄຸກຢ່າງມະຫັດສະຈັນຂອງບັນດາ ຜູ້ນຳໄປສູ່ເຂດທີ່ໝັ້ນປະຕິວັດຢ່າງປອດໄພມີດັ່ງນີ້: 

1,ຍ້ອນການນຳອັນສະຫລາດສ່ອງໃສ ແລະ ປີຊາສາມາດຂອງ ປະທານ ໄກສອນ ພົມວິຫານ ແລະ ສູນກາງພັກ. ການຊີ້ນຳລະອຽດຕົວຈິງຂອງທ່ານ ສາລີ ວົງຄຳຊາວ, ຄະນະພັກແຂວງໆວຽງຈັນ ທີ່ໄດ້ກະກຽມຢູ່ທາງນອກ ແລະ ທາງໃນເປັນການຕີຈັງຫວະເຂົ້າແກັບເຂົ້າເກຍຊັດເຈນທີ່ສຸດ.

2,ຍ້ອນນ້ຳໃຈຮັກຊາດອັນແຮງກ້າຂອງບັນດາຜູ້ນຳເຮົາທີ່ມີຄວາມກ້າຫານ, ຕັດສິນໃຈຕໍ່ສູ້ຍອມເສຍສະລະ, ມີຄວມປີຊາສາມາດຂົນຂວາຍ, ສຶກສາອົບຮົມສາລະວັດທະຫານ, ເຮັດໃຫ້ສັດຕູກາຍເປັນມິດສະຫາຍຮ່ວມຕາຍນຳກັນ.

3,ຍ້ອນສາລະວັດທະຫານມີນຳໃຊ້ຮັກຊາດອັນດູດດື່ມ, ເບື່ອໜ່າຍຕໍ່ອຳນາດປົກຄອງຫຸ້ນປະຕິການ. ເຂົາເຈົາມີຄວາມຈົງຮັກພັກດີ, ຊື່ສັດຕ່ໍຜູ້ນຳສຸດຂີດກາຍເປັນຜູ້ໄຂປະຕູຫ້ອງຄຸມຂັງແຕ່ລະຫ້ອງ ແລະ ໄຂປະຕູຄຸກແລ້ວປ້ອງກັນ ແລະ ພາທາງຜູ້ນຳພັກ ແລະ ແນວລາວຮັກຊາດຍ່າງອອກຈາກຄຸກໂພນເຄັງອອກໄປ ຢ່າງປອດໄພ.

4,ຍ້ອນຄວາມຕື່ນຕົວຮັກຊາດຂອງປະຊາຊົນ, ທຸກຊັ້ນຄົນ, ນັບທັງພະສົງອົງເຈົ້ານະຄອນຫລວງວຽງຈັນ, ແຂວງວຽງຈັນ ແລະ ທົ່ວປະເທດໂດຍການປຸກລະດົມຂົນຂວາຍຈາກກອງໜູນ (ກຳລັງປະຕິວັດທີ່ຫວ່ານລົງຢູ່ທ້ອງຖິ່ນຕ່າງໆ), ມີຄວາມຕື່ນຕົວ, ດຳເນີນ ການຕໍ່ສູ້ເລັ່ງທວງໃຫ້ພວກປະຕິການປ່ອຍຜູ້ນຳ, ເມື່ອຜູ້ນຳໂຕນຄຸກເຂົາເຈົ້າກໍ່ຮັກສາຄວາມລັບ, ປ້ອງກັນ ແລະ ລ້ຽງດູຜູ້ນຳ.

5,ຄອບຄົວພ່ີນ້ອງລູກຫລານຂອງຜູ້ນຳໂດຍສະເພາະ ປ້າຄຳແພງ ບຸຜາ ໄດ້ເຄື່ອນໄຫວປຸກລະດົມປະຊາຊົນດຳເນີນການຕໍ່ສູ້ຢ່າງແຂງແຮງ.

6,ການເຄ່ືອນໄຫວຂອງຜູ້ຊົງຄຸນວຸດທິ, ຜູ້ຮັກຫອມສັນຕິພາບເປັນກາງທ່ີໄດ້ສະໜັບສະໜູນຕ່ໍຝ່າຍ ແນວລາວຮັກຊາດ, ຕໍ່ສູ້ປ້ອງກັນຜູ້ນຳ, ຫາວິທີບໍ່ໃຫ້ນຳເອົາຜູ້ນຳອອກຕັດສິນ.

7,ຍ້ອນກຳລັງຝ່າຍປະເທດລາວ, ກອງພັນທີ 2 ແລະ ທະຫານທ້ອງຖິ່ນທີ່ປ້ອງກັນຜູ້ນຳ ແລະ ກຽມພ້ອມທັບມ້າງທຸກການໄລ່ລ່າຂອງສັດຕູ, ເປັນຜູ້ພາທາງທີ່ກຳນົດໄວ້ກ່ອນ ເພື່ອໃຫ້ຜູ້ນຳອອກໄປສູ່ທ້ອງຖິ່ນຕ່າງໆ.

8,ຍ້ອນການສະໜັບສະໜູນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ແລະ ປະເທດສັງຄົມນິຍົມອ້າຍນ້ອງ, ນັບທັງອົງການສະຫະປະຊາຊາດທີ່ໄດ້ແຕ່ງຜູ້ແທນມາພົບກັບລັດຖະບານຫຸ່ນ ແລະ ກົດດັນໃຫ້ພວກປະຕິການຕ້ອງຮັບປະກັນຊີວິດໃຫ້ແກ່ຜູ້ນຳທັງໝົດ.

KPL

ຂ່າວອື່ນໆ

ads
ads

Top