ສະເຫລີມ ສະຫລອງ ການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປ ຈີນ-ໄທ ຄົບຮອບ 50 ປີ

28/05/2025 13:07
Email Print 220
ຂປລ ກອງປະຊຸມໃຫຍ່ ການສຶກສາຈີນ-ໄທ ເພື່ອສະເຫລີມ ສະຫລອງ ການສ້າງຕັ້ງ ສາຍພົວພັນ ທາງການທູດ ຈີນ-ໄທ ຄົບຮອບ 50 ປີ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ບາງກອກ ປະເທດໄທ

  ຂປລ.ແຫລ່ງຂ່າວ ຈາກສະຖານທູດຈີນ ປະຈໍາໄທ ແຈ້ງໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ ການສຶກສາຈີນ-ໄທ ເພື່ອສະເຫລີມ ສະຫລອງ ການສ້າງຕັ້ງ ສາຍພົວພັນ ທາງການທູດ ຈີນ-ໄທ ຄົບຮອບ 50 ປີ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ບາງກອກ ປະເທດໄທ ເມື່ອບໍ່ດົນມານີ້  ພາຍໃຕ້ ການເປັນ ປະທານຂອງ ທ່ານ ເພີ່ມພູນ ຊິດຊອບ, ລັດຖະມົນຕີ ກະຊວງ ສຶກສາທິການໄທ, ໂດຍມີ ທ່ານ ຫານຈື້ສຽງ ເອກອັກຄະລັດຖະທູດຈີນ ປະຈໍາໄທ ພ້ອມດ້ວຍ ຜູ້ຕາງໜ້າ ວົງການການສຶກສາ ຈາກທ້ອງຖິ່ນຕ່າງໆ ຂອງໄທ 2.000 ກວ່າຄົນ ເຂົ້າຮ່ວມ. ທ່ານ ຫານ ຈື້ສຽງ ກ່າວວ່າ: ສປ ຈີນ ຈະສືບຕໍ່ ສະໜັບ ສະໜູນ ພາລະກິດ ການສຶກສາ ກ່ຽວກັບ ພາສາຈີນ ຂອງໄທ ຄືໄລຍະຜ່ານມາ ເພື່ອຊຸກຍູ້ ການແລກປ່ຽນ ແລະ ການຮ່ວມມື ດ້ານການສຶກສາ ຢ່າງຮອບດ້ານ ລະຫວ່າງ ສອງປະເທດ. ທ່ານ ເພີ່ມພູນ ຊິດຊອບ ໄດ້ສະແດງ ຄວາມຂອບໃຈຕໍ່ ສປ ຈີນ ທີ່ໃຫ້ຄວາມຊ່ວຍເຫລືອຕໍ່ ການສຶກສາ ກ່ຽວກັບພາສາຈີນ ຂອງໄທ, ໄທ ຈະສືບຕໍ່ ອອກແຮງ ເພີ່ມທະວີ ການສຶກສາ ກ່ຽວກັບ ພາສາຈີນ ເພື່ອສະໜອງ ຊັບພະຍາກອນມະນຸດ ທີ່ໄດ້ມາດຕະຖານ ໃຫ້ແກ່ ການຮ່ວມມື ແບບຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ ໃນຂົງເຂດຕ່າງໆ ລະຫວ່າງສອງປະເທດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top