ລາວ-ຣັດເຊຍ ເພີ່ມທະວີການຮ່ວມມືວຽກງານໄອຍະການ

28/05/2025 22:04
Email Print 191
ຂປລ ຂປລ. ພິທີພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ແຫ່ງ ສ ຣັດເຊຍ ຈັດຂຶ້ນໃນວັນທີ 28 ພຶດສະ ພາ 2025



ຂປລ. ພິທີພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ແຫ່ງ ສ ຣັດເຊຍ ຈັດຂຶ້ນໃນວັນທີ
28 ພຶດສະ ພາ 2025, ຝ່າຍລາວ ນຳໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ ຝ່າຍ ຣັດເຊຍ ນຳໂດຍ ທ່ານ ອີກໍຣ ກຣາສນົບ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 27-29 ພຶດສະພາ 2025 ນີ້.

ການພົບປະໃນຄັ້ງນີ້, ເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບ ວຽກງານໄອຍະການ, ການທົບທວນຄືນໝາກຜົນ ການຮ່ວມມືໃນໄລຍະຜ່ານມາ ແລະ ວາງທິດທາງໃນຕໍ່ໜ້າ ເພື່ອຍົກລະດັບສາຍພົວພັນຮ່ວມມື ຂອງສອງອົງການໄອຍະການ ໃຫ້ນັບມື້ເຂົ້າສູ່ລວງເລິກ, ມີປະສິດທິພາບ ແລະ ເກີດດອກອອກຜົນຕົວຈິງໃນອະນາຄົດ; ສອງປະເທດ ລາວ-ຣັດເຊຍ ແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນຕະຫລອດມາ, ​ໃນໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດ ກໍຄື ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສິ່ງນີ້ແມ່ນພື້ນຖານອັນໜັກແໜ້ນທີ່ສຸດ ໃຫ້ແກ່ການຮ່ວມມືໃນທຸກຂົງເຂດ, ລວມທັງການຮ່ວມມືໃນຂົງເຂດຍຸຕິ ທໍາ ແລະ ວຽກງານໄອຍະການ. ການຮ່ວມມືລະຫ່ວາງ ອົງການໄອຍະການປະຊາຊົນ ຂອງສອງປະເທດ ໄດ້ຮັບການເພີ່ມທະວີຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນ ພາຍຫລັງການລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືໃນ ປີ 2023 ແລະ 2024 ທີ່ຜ່ານມາ, ດ້ວຍການນໍາພາ-ຊີ້ນໍາ ຈາກການນໍາຂອງສອງປະເທດ ແລະ ການນໍາພາໂດຍກົງຂອງອົງການ ໄອຍະການສູງສຸດ ຂອງສອງປະເທດ ການຮ່ວມມືຈະຍິ່ງແໜ້ນແຟ້ນ ແລະ ເຂົ້າສູ່ລວງເລິກກວ່າເກົ່າ.




ເພື່ອສືບຕໍ່ເສີມຂະຫຍາຍການຮ່ວມມື ລະຫວ່າງສອງອົງການໄອຍະການ ໃຫ້ມີບາດກ້າວໃໝ່ ໂດຍຕ່າງຝ່າຍຕ່າງມີຄວາມເພິ່ງພໍໃຈ ໃນການສືບຕໍ່ການແລກປ່ຽນ ຄະນະຜູ້ແທນຂອງສອງຝ່າຍ ໂດຍສະ ເພາະແມ່ນການຢ້ຽມຢາມ ແລະ ແລກປ່ຽນບົດຮຽນຂອງຄະນະ ຜູ້ແທນຂັ້ນສູງຂອງສອງປະເທດ ແລະ ການແລກປ່ຽນບົດຮຽນດ້ານວິຊາການ ກ່ຽວກັບວຽກງານໄອຍະການ ເພື່ອຮັດແໜ້ນສາຍພົວພັນຮ່ວມມື ເຊິ່ງກັນ ແລະ ກັນ ລະຫວ່າງສອງອົງການໄອຍະການ ສປປ ລາວ ແລະ ສ ຣັດເຊຍ ກ້າວສູ່ລວງເລິກຢ່າງຮອບດ້ານ ຕາມເງື່ອນໄຂທີ່ເໜາະສົມ
, ຈັດກິດຈະກໍາແລກປ່ຽນຄວາມຮູ້ ທາງດ້ານວິຊາສະເພາະ ໂດຍການຈັດການສົນທະນາ ຫລື ຝຶກອົບຮົມທາງໄກ ໃນຫົວຂໍ້ທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການຕ້ານອາຊະຍາກໍາຂ້າມຊາດທີ່ມີການຈັດຕັ້ງ, ການຮ່ວມມືລະຫວ່າງປະເທດທາງອາຍາ, ການຕ້ານອາຊະຍາກໍາຢາເສບຕິດ, ການປົກປ້ອງສິດທິເດັກ ແລະ ອື່ນໆ, ແລກປ່ຽນຂໍ້ມູນຂ່າວສານ ແລະ ເອກະສານທາງວິຊາການ ເປັນຕົ້ນ ແລກປ່ຽນຂໍ້ມູນກ່ຽວກັບກົດໝາຍ, ນິຕິກໍາ ແລະ ສິ່ງພິມວາລະສານຕ່າງໆ ທີ່ກ່ຽວຂ້ອງກັບວຽກງານໄອຍະການ ແລະ ການຮ່ວມມືໃນລະດັບທ້ອງຖິ່ນ. ໃນອະນາຄົດຫາກມີເງື່ອນໄຂ ອາດຈະພິຈາລະນາຈັດກິດຈະກໍາແລກປ່ຽນ ບົດຮຽນລະຫວ່າງ ອົງການໄອຍະການປະຊາຊົນ ໃນລະດັບທ້ອງຖິ່ນຂອງສອງປະເທດ ເຊິ່ງອາດຈັດຜ່ານລະບົບທາງໄກ ຫລື ຮູບແບບອື່ນໆທີ່ເໝາະສົມ.

ຂ່າວ: ອອປສ

ພາບ: ທະນູ​ທອງ

KPL

ຂ່າວອື່ນໆ

ads
ads

Top