ຂປລ
ເນື່ອງໃນໂອກາດ ໄປເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 46 ແລະ ບັນດາ ກອງປະຊຸມ ຂັ້ນສູງ ທີ່ກ່ຽວຂ້ອງ, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມກັບ ທ່ານ ອັນວາ ອິບຣາຮິມ(Anwar Ibrahim), ນາຍົກລັດຖະມົນຕີ ມາເລເຊຍ ແລະ ທ່ານ ລໍເຣັນສ ວອງ(Lawrence Wong), ນາຍົກ ລັດຖະມົນຕີ ສິງກະໂປ ໄດ້ເປັນສັກຂີ ພິຍານ ພິທີມອບ-ຮັບ ຂໍ້ຕົກລົງ ຮ່ວມມື ການສົ່ງອອກ ໄຟຟ້າ ພະລັງງານ ທົດແທນ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເນື່ອງໃນໂອກາດ ໄປເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 46 ແລະ ບັນດາ ກອງປະຊຸມ ຂັ້ນສູງ ທີ່ກ່ຽວຂ້ອງ, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມກັບ ທ່ານ ອັນວາ ອິບຣາຮິມ(Anwar Ibrahim), ນາຍົກລັດຖະມົນຕີ ມາເລເຊຍ ແລະ ທ່ານ ລໍເຣັນສ ວອງ(Lawrence Wong),ນາຍົກ ລັດຖະມົນຕີ ສິງກະໂປ ໄດ້ເປັນສັກຂີ ພິຍານ ພິທີມອບ-ຮັບ ຂໍ້ຕົກລົງ ຮ່ວມມື ການສົ່ງອອກ ໄຟຟ້າ ພະລັງງານ ທົດແທນ. ເຫດການນີ້ ໄດ້ສ້າງບາດກ້າວ ເລີ່ມຕົ້ນສຳຄັນ ໃນການຜັນຂະຫຍາຍ ການຮ່ວມມື ສອງຝ່າຍ, ຢັ້ງຢືນ ຄຳໝັ້ນສັນຍາລວມ ເພື່ອແນໃສ່ ຊຸກຍູ້ ການຄ້າ ໄຟຟ້າ ສະອາດ ຂ້າມປະເທດ. ນີ້ກໍ່ແມ່ນ ຂີດໝາຍ ສຳຄັນ ສະແດງ ໃຫ້ເຫັນ ຄວາມຕັດສິນໃຈລວມ ໃນການຫັນ ວິໄສທັດ ກ່ຽວກັບ ຕ່າໜ່າງໄຟຟ້າ ອາຊຽນ ໃຫ້ປະກົດ ຜົນເປັນຈິງ ແລະ ເພີ່ມທະວີ ການເຊື່ອມຕໍ່ ພະລັງງານ ໃນພາກພື້ນ ຕາມທິດ ຍືນຍົງ ແລະ ມີໄຫວພິບກ່ວາ. ຂໍ້ຕົກລົງສາມຝ່າຍ ສ້າງຂີດໝາຍ ບາດກ້າວເດີນສຳຄັນ ໃນການພັດທະນາ ພື້ນຖານ ໂຄງລ່າງ ສີຂຽວ ຂ້າມຊາຍແດນ, ຂຸດຄົ້ນ ຄວາມສາມາດ ບົ່ມຊ້ອນ ພະລັງງານ ທົດແທນ ຂອງ ສສ ຫວຽດນາມ, ມຸ່ງໄປເຖິງ ການເປີດອອກຮູບແບບ ການຮ່ວມມື ພະລັງງານ ທົດແທນ ຂ້າມຊາຍແດນ ທີ່ອາດສາມາດ ເປີດກວ້າງ ຢູ່ພາກພື້ນ ອາຊີ ຕາເວັນອອກ ສ່ຽງໃຕ້(ອາຊຽນ). ຈາກນັ້ນ, ກໍ່ນຳພາກພື້ນ ກາຍເປັນ ຮູບແບບ ທົ່ວໂລກ ກ່ຽວກັບ ວິທີການລົບລ້າງ ກາກບອນ ແລະ ຫັນປ່ຽນ ພະລັງງານ ບົນພື້ນຖານ ການຮ່ວມື. ນີ້ແມ່ນສິ່ງພິສູດ ໃຫ້ແກ່ ຄວາມມານະ ພະຍາຍາມ ຊຸກຍູ້ ວິວັດ ການເຊື່ອມຕໍ່ ພະລັງງານ ໃນພາກພື້ນ ແລະ ຫັນການ ປະຕິບັດ ຕາໜ່າງໄຟຟ້າ ອາຊຽນ ໃຫ້ປະກົດ ຜົນເປັນຈິງ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL