ຂປລ
ກອງປະຊຸມ ສຸດຍອດ ລະຫວ່າງ ອາຊຽນ-ຈີນ-ຄະນະ ກຳມະການ ຮ່ວມມື ປະເທດ ອາຣັບ ອ່າວເປີເຊຍ ຄັ້ງທຳອິດ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ວັນທີ 27 ພຶດສະພານີ້, ກອງປະຊຸມ ສຸດຍອດ ລະຫວ່າງ ອາຊຽນ-ຈີນ-ຄະນະ ກຳມະການ ຮ່ວມມື ປະເທດ ອາຣັບ ອ່າວເປີເຊຍ ຄັ້ງທຳອິດ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ. ໃນໂອກາດນີ້ ທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ມາເລເຊຍ ໄດ້ກ່າວເນັ້ນໜັກ ໃນພິທີໄຂກອງປະຊຸມວ່າ: ການທີ່ກອງປະຊຸມ ສາມຝ່າຍ ຈັດຂຶ້ນ ຢ່າງເປັນທາງການ ເປັນຂີດໝາຍ ສະແດງໃຫ້ເຫັນວ່າ: ການຮ່ວມມື ໃນພາກພື້ນ ໄດ້ເຂົ້າສູ່ ໄລຍະໃໝ່ ແລະ ມີຄວາມໝາຍ ທີ່ເປັນນິມິດໝາຍ ໃນປະຫວັດສາດ. ສຳລັບ ອາຊຽນ, ສປ ຈີນ ແລະ ຄະນະ ກຳມະການ ຮ່ວມມື ປະເທດ ອາຣັບ ອ່າວເປີເຊຍ ມີປະຊາກອນ ຫລາຍກວ່າ 2,1 ຕື້ຄົນ, ຍອດປະລິມານເສດຖະກິດ ບັນລຸເກືອບ 25.000 ຕື້ໂດລາສະຫະລັດ, ມີອະນາຄົດ ການຮ່ວມມື ທີ່ກວ້າງຂວາງ.ນອກນີ້ ທ່ານ ອັນວາອິບຣາຮິມ ຍັງໄດ້ຍ້ອງຍໍ ຊົມເຊີຍ ສປ ຈີນ ໄດ້ເສີມຂະຫຍາຍ ບົດບາດ ທີ່ມີລັກສະນະ ສ້າງສັນ ໃນການພັດທະນາ ຂອງພາກພື້ນ ພ້ອມທັງ ກ່າວເນັ້ນໜັກວ່າ: ສປ ຈີນ ແມ່ນຄູ່ຮ່ວມມື ທີ່ເຊື່ອຖືໄດ້ ໃນໄລຍະ ຍາວນານ ຂອງອາຊຽນ, ການຮ່ວມມື ໃນຂົງເຂດຕ່າງໆ ລະຫວ່າງ ສອງຝ່າຍ ເປັນຕົ້ນ: ການເຊື່ອມໂຍງ ເຊື່ອມຈອດກັນ, ເຕັກໂນໂລຊີ ແລະ ການຄ້າ ໄດ້ປະກອບສ່ວນ ອັນສຳຄັນ ເຂົ້າໃນຄວາມຈະເລີນ ຮຸ່ງເຮືອງ ຂອງພາກພື້ນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL