ສານຂອງ ທ່ານ ນາຍົກລັດຖະມົນຕີ ໃນໂອກາດ ວັນເດັກສາກົນ 1 ມິຖຸນາ 2025

30/05/2025 06:56
Email Print 410
ຂປລ ສານຂອງ ທ່ານ ນາຍົກລັດຖະມົນຕີ ໃນໂອກາດ ວັນເດັກສາກົນ 1 ມິຖຸນາ 2025

­              ບັນດາທ່ານທີ່ນັບຖື,

­              ຫລານນ້ອຍເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ ທີ່ຮັກແພງທັງຫລາຍ,

ເນື່ອງໃນໂອກາດວັນເດັກສາກົນວັນທີ 1 ມິຖຸນາ 2025 ໄດ້ໝູນວຽນມາຄົບຮອບອີກວາລະໜຶ່ງ ຊຶ່ງປຽບດັ່ງປາງບຸນໃຫຍ່ ຂອງເດັກໃນທົ່ວໂລກ ທີ່ບັນດາປະເທດ ໄດ້ພ້ອມກັນສະເຫລີມສະຫລອງ ວັນດັ່ງ ກ່າວໃຫ້ກັບເດັກ ໃນປະເທດຂອງຕົນຢ່າງເປັນຂະບວນຟົດຟື້ນ ດ້ວຍຫລາຍຮູບການ. ການສະເຫລີມສະຫລອງ ວັນເດັກ ກໍເພື່ອສົ່ງເສີມສິດ ແລະ ສະພາບແວດລ້ອມທີ່ດີໃຫ້ແກ່ເດັກ. ສຳລັບ  ສປປ ລາວ ພວກເຮົາ ຍັງໄດ້ກຳນົດວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ນັບແຕ່ປີ 1980 ເປັນຕົ້ນມາ ເພື່ອສະ ແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ແລະ  ຄວາມເອົາໃຈໃສ່ຂອງພັກ-ລັດ ໃນການສົ່ງເສີມການພັດທະນາແບບຍືນຍົງ ຜ່ານການປົກປ້ອງສິ່ງແວດລ້ອມ ແລະ ການລົງທຶນໃນອະນາຄົດຂອງຊາດ ຄືເດັກທຸກຄົນ; ພ້ອມທັງເປັນການສອນໃຫ້ເດັກເຂົ້າໃຈ ຄວາມສຳຄັນຂອງສິ່ງແວດລ້ອມ ແລະ ຄວາມຮັບຜິດຊອບຕໍ່ສັງ ຄົມ.

ໃນນາມຕາງໜ້າການນໍາພັກ-ລັດ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສົ່ງພອນໄຊອັນປະເສີດ, ຄວາມຮັກແພງ, ຄວາມເປັນຫ່ວງເປັນໄຍ ແລະ ຂໍຝາກຄວາມຢ້ຽມຢາມຖາມຂ່າວ ອັນອົບອຸ່ນມາຍັງລູກຫລານ, ເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າທຸກຖ້ວນໜ້າ ທີ່ດຳລົງຊີວິດຢູ່ທັງພາຍໃນ ແລະ ຕ່າງ ປະເທດ ຈົ່ງມີແຕ່ຄວາມສຸກ, ຄວາມຈະເລີນກ້າວໜ້າ, ມີສຸຂະພາບສົມບູນແຂງແຮງ, ມີຄວາມສີວິໄລທາງຮ່າງກາຍ, ຈິດໃຈ, ສະຕິປັນຍາ, ເປັນເດັກຄໍາຮູ້, ເປັນເດັກດີ, ເປັນເດັກເກັ່ງ-ເດັກສະຫລາດ, ມີຄວາມຮັບຜິດຊອບ, ມີລະບຽບວິໄນ, ມີຄວາມຊື່ສັດ, ກ້າຄິດ-ກ້າສະແດງອອກ ໃນທາງທີ່ສ້າງສັນ, ມີທັດ ສະນະຄະຕິທາງບວກ ແລະ ສ້າງຄຸນຄ່າສໍາຄັນໃຫ້ຕົວເອງ ດ້ວຍການສະແຫວງຫາຄວາມຮູ້, ເພີ່ມທັກສະ ແລະ ການຮຽນຮູ້ສິ່ງໃໝ່ໆຢູ່ຕະຫລອດເວລາ, ມີອະນາຄົດທີ່ສົດໃສຍືນຍົງ, ກ້າວທັນການປ່ຽນແປງ ຂອງຍຸກສະໄໝໃນໂລກ ແລະ ຮ່ວມກັນສະເຫລີມສະຫລອງ ວັນເດັກສາກົນ ວັນທີ 1 ມິຖຸນາ 2025 ຢ່າງເບີກບານມ່ວນຊື່ນ ແລະ ເປັນຂະບວນຟົດຟື້ນ ພາຍໃຕ້ຄໍາຂວັນທີ່ວ່າ ສ້າງຄວາມເຂັ້ມແຂງໃຫ້ເດັກທຸກຄົນ: ສິດທິເທົ່າທຽມກັນ, ອະນາຄົດທີ່ປອດໄພ.

  ວັນເດັກສາກົນ ວັນທີ 1 ມິຖຸນາ  ໄດ້ເລີ່ມຕົ້ນຂຶ້້ນປີ 1925 ໃນກອງປະຊຸມໂລກພາຍໃຕ້ຫົວຂໍ້: ເພື່ອຄວາມຢູ່ດີກິນດີຂອງເດັກ (world conference  wellbeing for children) ຊຶ່ງຈັດຂຶ້ນທີ່ນະຄອນເຈນີິວາ, ປະເທດສະວິດ ຈຸດປະສົງ ເພື່ອສົ່ງເສີມສິດທິເດັກ ແລະ ຄຸ້ມຄອງຄວາມປອດໄພຂອງເດັກ ຕໍ່ມາໃນປີ 1950 ວັນທີ 1 ມິິຖຸນາ ໄດ້ຖືກກໍານົດໃຫ້ເປັນວັນເດັກສາກົນ ຊຶ່ງຫລາຍປະເທດໄດ້ມີການຈັດຕັ້ງ ສະເຫລີມສະຫລອງວັນດັ່ງກ່າວ ເພື່ອສະແດງເຖິງ ຄວາມເອົາໃຈໃສ່ຕໍ່ສິດທິຂອງເດັກ, ການມີສ່ວນຮ່ວມ, ການສ້າງຄວາມເຂັ້ມແຂງ ແລະ ຄວາມເປັນຢູ່ທີ່ດີໃຫ້ເດັກ, ເປີດໂອກາດ ແລະ ສະໜັບສະໜູນໃຫ້ເດັກ ໄດ້ມີໂອກາດສະແດງພອນສະຫວັນ, ທ່າແຮງບົ່ມຊ້ອນ, ຂີດຄວາມສາມາດ ແລະ ການຮັບຟັງສຽງຂອງເດັກອີກດ້ວຍ. ການສະເຫລີມສະຫລອງວັນດັ່ງກ່າວ ຍັງເປັນການໂຄສະນາປູກຈິດສຳນຶກ ໃຫ້ຄອບຄົວບຸກຄົນສໍາຄັນ ແລະ ສັງຄົມຮັບຮູ້ໄດ້ທັດສະນະ, ແນວຄວາມຄິດ ແລະ ບັນຫາທີ່ເປັນຜົນກະທົບກັບເດັັກ, ທັງເປັນການເຕືອນຄືນອີກຄັ້ງ ເຖິງຄວາມສໍາຄັນຂອງການລົງທຶນໃສ່ເດັກ, ການສ້າງສະ ພາບແວດລ້ອມທີ່ເປັນມິດ ແລະ ການສ້າງຄວາມເຂັ້ມແຂງ ໃຫ້ເດັກທາງດ້ານການສຶກສາ, ການຮັກສາສຸ ຂະພາບ, ໂພຊະນາການ, ສຸຂະອະນາໄມ, ຂໍ້ມູນຂ່າວສານ ແລະ ການປົກປ້ອງເດັກຈາກທຸກຮູບແບບຂອງຄວາມຮຸນແຮງ, ການກະທໍາສິ່ງລາມົກອະນາຈານຕໍ່ເດັກ, ການລ່ວງລະເມີດ, ການຂູດຮີດທາງເພດຜ່ານສື່ອອນລາຍ ແລະ ການກະທຳອື່ນໆ ທີ່ສົ່ງຜົນກະທົບຕໍ່ເດັກໃນທາງກົງ ແລະ ທາງອ້ອມ ເພື່ອຮັບປະກັນໃຫ້ເດັກທຸກຄົນມີອະນາຄົດສົດໃສ, ຊີວິດມີຄຸນນະພາບ ແລະ ມີຄຸນຄ່າຕໍ່ສັງຄົມ ແລະ ປະ ເທດຊາດ.

ໃນຊຸມປີທີ່ຜ່ານມາ, ພັກ ແລະ ລັດຖະບານແຫ່ງ ສປປ ລາວ ໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກຢ່າງຮອບດ້ານ ດ້ວຍການວາງນະໂຍບາຍ ແລະ ອອກກົດໝາຍຈຳນວນໜຶ່ງ ເພື່ອເປັນເຄື່ອງມືປົກປ້ອງເດັກຢ່າງເຕັມສ່ວນ ໂດຍສະເພາະ ໄດ້ກຳນົດຫ້າມການລົງໂທດ ທາງດ້ານຮ່າງກາຍດ້ວຍການຂ້ຽນຕີ ເຂົ້າໃນກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ຊຶ່ງຖືເປັນປະເທດທີ 66 ຂອງໂລກ ແລະ ເປັນປະເທດທໍາອິດໃນອາຊຽນ. ໃນປີ 2024 ກໍໄດ້ເປັນເຈົ້າພາບຈັດເວທີເດັກອາຊຽນ ຄັ້ງທີ 8 ຊຶ່ງມີຕົວແທນເດັກ ຈາກບັນດາປະເທດສະມາ ຊິກອາຊຽນເຂົ້າຮ່ວມ ໄດ້ຮ່ວມກັນອອກຖະແຫລງການເດັກອາຊຽນ “ເດັກມີສ່ວນຮ່ວມປະຕິບັດ ແຜນງານປ່ຽນແປງດິນຟ້າອາກາດ ເພື່ອສ້າງຄວາມເຂັ້ມແຂງປະຊາຄົມອາຊຽ”, ສະເໜີຕໍ່ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ດ້ານສະຫວັດດີການສັງຄົມ ແລະ ການພັດທະນາຕາມລະບຽບການ. ນອກຈາກນັ້ນ, ຕົວແທນເດັກລາວ ກໍໄດ້ຮ່ວມປຶກສາຫາລື ແລະ ປະກອບຄໍາເຫັນຕໍ່ຄໍາເຫັນທົ່ວໄປເລກທີ 27 ກ່ຽວກັບສິດທິຂອງເດັກ ໃນການເຂົ້າເຖິງຂະບວນການຍຸຕິທໍາ ແລະ ການແກ້ໄຂທີ່ມີປະສິດທິຜົນ; ຕົວແທນເດັກລາວ ຍັງໄດ້ຮ່ວມຄົ້ນຄວ້າປຶກສາຫາລື ແລະ ປະກອບຄໍາເຫັນ ກ່ຽວກັບການທົບທວນທ້າຍສະໄໝ ການຈັດຕັ້ງປະຕິບັດແຜນປະຕິບັດງານ ລະດັບພາກພື້ນອາຊຽນ ເພື່ອລຶບລ້າງການ ໃຊ້ຄວາມຮຸນແຮງຕໍ່ເດັກ ແລະ ຮ່າງແຜນໄລຍະ 2026-2035, ພ້ອມທັງໄດ້ຄັດເລືອກເອົາຕົວແທນເດັກລາວ ຈໍານວນ 3 ນ້ອງ ເຂົ້າຮ່ວມກອງປະຊຸມປຶກສາຫາລື ການສ້າງຮ່າງແຜນປະຕິບັດງານລະດັບພາກພື້້ນອາຊຽນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ເດັກ ຮ່ວມກັບບັນດາຕົວແທນເດັກປະເທດສະມາຊິກອາຊຽນ.

ຄຽງຄູ່ກັບຜົນສໍາເລັດ ແລະ ຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງພັກ ແລະ ລັດຖະບານແຫ່ງ ສປປ ລາວ ໃນການສົ່ງເສີມສິດທິເດັກ ແລະ ສະພາບຄວາມເປັນຢູ່ທີ່ດີຂອງເດັກ ລວມທັງການມີສ່ວນຮ່ວມຂອງເດັກດັ່ງກ່າວມານັ້ນ. ພວກເຮົາເຫັນວ່າບັນດາລູກຫລານ, ເຍົາວະຊົນ ແລະ ອະນຸຊົນລາວທັງຫລາຍ ຍັງຜະເຊີນໜ້າກັບສິ່ງທ້າທາຍ ແລະ ຜົນກະທົບຫລາຍດ້ານ ເປັນຕົ້ນ ຄວາມທຸກຍາກຂອງເດັກ, ການໃຊ້ຄວາມ​ຮຸນ​ແຮງຕໍ່ເດັກ, ການຂູດຮີດ, ການສະແຫວງຫາຜົນປະໂຫຍດ, ການໃຊ້ແຮງງານເດັກ, ການ​ຄ້າ​ປະ​ເວ​ນີ​ເດັກ, ຄວາມປອດໄພທາງອິນເຕີເນັດ-ການນໍາໃຊ້ສື່ສັງຄົມອອນລາຍ, ການອອກໂຮງຮຽນ, ການແຕ່ງດອງແຕ່ອາຍຸຍັງນ້ອຍ, ການແຕ່ງດອງແອບແຝງ, ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດ, ບັນຫາໄພສັງຄົມ ແລະ ບັນຫາຢາເສບຕິດ. ນອກຈາກນີ້, ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍ ເຫລືອຈາກຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ດ້ານເຕັກນິກວິຊາການ ແລະ ງົບປະມານ ກໍມີທ່າອ່ຽງຫລຸດລົງ.

 ເພື່ອຮັບປະກັນການພັດທະນາ, ສົ່ງເສີມ ແລະ ປົກປ້ອງສິດທິເດັກໃນດ້ານຕ່າງໆ ໃນນາມຕາງໜ້າລັດຖະບານແຫ່ງ ສປປ ລາວ ຂໍຢັ້ງຢືນວ່າ ຈະສືບຕໍ່ເອົາໃຈໃສ່ສົ່ງເສີມ ແລະ ພັດທະນາເດັກລາວໃນທຸກດ້ານ ເພື່ອໃຫ້ເດັກລາວ ກາຍເປັນເດັກທີ່ມີຄວາມຮູ້ຄວາມສາມາດ, ມີສຸຂະພາບແຂງແຮງ ເປັນອະນາຄົດທີ່ສົດໃສຂອງຊາດ ດ້ວຍການຮ່ວມກັບອົງການຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນ, ຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກທຸກຂັ້ນ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ພາກເອກະຊົນ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ ຕະຫລອດຮອດພໍ່ແມ່ປະຊາຊົນທົ່ວປະເທດ ເພື່ອຍົກສູງຄວາມສໍາຄັນຂອງເດັກ ດ້ວຍການສ້າງໂອກາດ, ສ້າງສະພາບແວດລ້ອມທີ່ອົບອຸ່ນປອດໄພ, ສ້າງອະນາຄົດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ ເດັກທຸກຄົນ ເພື່ອຮັບປະກັນວ່າສິດທິທັງໝົດຂອງເດັກ ໄດ້ຮັບການປົກປ້ອງຄຸ້ມຄອງ, ຄວາມເປັນຢູ່ທີ່ດີ, ໃຫ້ຄວາມສຳຄັນ ແລະ ຮັບຟັງສຽງຂອງເຂົາເຈົ້າ.

ເນື່ອງໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ ປີ 2025 ນີ້, ຂໍໃຫ້ພວກລູກຫລານອະນຸຊົນ, ເຍົາວະຊົນ ແລະ ເດັກລາວບັນດາເຜົ່າທຸກຖ້ວນໜ້າ ຈົ່ງມີແຕ່ຄວາມຜາສຸກ, ມີສຽງຍິ້ມຫົວ, ເປັນທີ່ຮັກແພງ ແລະ ໝໍ່ແໝງທຶນຮອນອັນປະເສີດ-ລໍ້າຄ່າຂອງຄອບຄົວ, ສັງຄົມ ແລະ ອະນາຄົດອັນສົດໃສຂອງປະເທດຊາດ.

ຂໍອວຍພອນໃຫ້ການສະເຫລີມສະຫລອງວັນເດັກສາກົນປີນີ້ ມີຂະບວນຟົດຟື້ນ ແລະ ປະສົບຜົນສຳເລັດຢ່າງຈົບງາມ.

KPL

ຂ່າວອື່ນໆ

ads
ads

Top