ຂປລ. ໃນວັນທີ 29 ພຶດສະພາ 2025 ນີ້, ຢູ່ນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ ໄດ້ມີການພົບປະສອງຝ່າຍ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ແລະ ທ່ານ ອິຊິບະ ຊິເງະຣຸ (Mr. ISHIBA Shigeru) ນາຍົກລັກຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ. ໃນໂອກາດດັ່ງກ່າວ, ທ່ານປະທານ ປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ມາຍັງ ທ່ານນາຍົກລັດຖະມົນຕີ ອິຊິບະ ຊິເງະຣຸ ທີ່ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນລາວຢ່າງອົບອຸ່ນ ໃນໂອກາດເດີນທາງເຂົ້າຮ່ວມ ກອງປະຊຸມສາກົນ ວ່າດ້ວຍ ອະນາຄົດຂອງອາຊີ ຄັ້ງທີ 30 ທີ່ຈັດໂດຍສຳນັກໜັງສືພິມ ນິເກອິ ປະເທດຍີ່ປຸ່ນ.
ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ດົນນານຂອງສອງປະເທດ ລາວ ແລະ ຍີ່ປຸ່ນ ເຊິ່ງໃນປີ 2025 ນີ້ແມ່ນປີແຫ່ງການສະເຫລີມສະຫລອງສາຍພົວພັນທາງການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກຂອງຕົນມາປະຕິບັດໜ້າທີ່ ແລະ ຮ່ວມມືຊ່ວຍເຫລືອ ສປປ ລາວ (ນັບແຕ່ປີ 1965 ເປັນຕົ້ນມາ), ມາຮອດປັດຈຸບັນ ໄດ້ມີອາສາສະໝັກຍີ່ປຸ່ນ ຫລາຍກວ່າ 1.100 ເທື່ອຄົນ ແລະ ຊ່ຽວຊານ 4.500 ເທື່ອຄົນ ມາປະຕິບັດໜ້າທີ່ ຢູ່ ສປປ ລາວ; ສອງຝ່າຍ ໄດ້ສະແດງຄວາມປິຕິຍິນດີທີ່ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ຈະສະເດັດຢ້ຽມຢາມ ສປປ ລາວ ໃນເດືອນພະຈິກ 2025 ທີ່ຈະມາເຖິງນີ້ ເຊິ່ງຈະເປັນຂີດໝາຍທີ່ສໍາຄັນສໍາລັບການພົວພັນ ແລະ ການຮ່ວມມືຂອງສອງປະເທດໃນຕໍ່ໜ້າ.
ພ້ອມກັນນັ້ນ, ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ຜົນສໍາເລັດການຢ້ຽມຢ້າມເຮັດວຽກແບບທາງການ ຢູ່ປະເທດຍີ່ປຸ່ນ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ໄດ້ມີການຍົກລະດັບສາຍພົວພັນທາງການທູດ ລະຫວ່າງ ສອງປະເທດ ລາວ ແລະ ຍີ່ປຸ່ນ ມາເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ໃນທ້າຍເດືອນມັງກອນ 2025 ທີ່ຜ່ານມາ, ລວມທັງເຫັນດີເປັນເອກະພາບໃນການສືບຕໍ່ປະສານສົມທົບ ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຜັນຂະຫາຍຜົນການຢ້ຽມຢາມດັ່ງກ່າວໃຫ້ເປັນຮູບປະທໍາເທື່ອລະກ້າວ ໂດຍສະເພາະ ການສືບຕໍ່ສົ່ງເສີມການຮ່ວມມືດ້ານເສດຖະກິດ ກໍຄື ການສົ່ງເສີມພາກທຸລະກິດຂອງຍີ່ປຸ່ນ ມາລົງທຶນຢູ່ ສປປ ລາວ ຫລາຍຂຶ້ນ ໃນຊຸມປີຕໍ່ໜ້າ ໃນຂະແໜງການທີ່ສອງຝ່າຍມີທ່າແຮງ.

ທ່ານປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ມາຍັງ ລັດຖະບານຍີ່ປຸ່ນ ແລະ ປະຊາຊົນຍີ່ປຸ່ນທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມືຊ່ວຍເຫລືອ ສປປ ລາວ ຕະຫລອດໄລຍະຜ່ານມາ ອັນໄດ້ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ມີຜົນສໍາເລັດເປັນແຕ່ລະໄລຍະ ເປັນຕົ້ນແມ່ນ ການຊ່ວຍພັດທະນາຊັບພະຍາກອນມະນຸດໃນຂະແໜງການຕ່າງໆ ໂດຍສະເພາະ ໃນຂະແໜງຍຸຕິທໍາ ແລະ ການຊ່ວຍເຫລືອດ້ານກົດໝາຍ, ການສະໜອງອຸປະກອນຕ່າງໆ ເພື່ອຊ່ວຍເຫລືອດ້ານມະນຸດສະທໍາ ແລະ ບັນເທົາທຸກໄພພິບັດຈາກທໍາມະຊາດ, ການສ້າງຄວາມສະຖຽນລະພາບທາງດ້ານການເງິນ, ການປັບປຸງພື້ນຖານໂຄງລ່າງ, ການປັບປຸງສະພາບແວດລ້ອມການລົງທຶນ; ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຫລຸດຜ່ອນອາຍກາກບອນ; ການປັບປຸງເສັ້ນທາງຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ. ພິເສດ ແມ່ນການສະໜັບສະໜູນວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ (UXO) ຢູ່ ສປປ ລາວ, ການສະໜັບສະໜູນ ແລະ ຮ່ວມມືຊ່ວຍເຫລືອທຸກດ້ານ ສໍາລັບການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ທີ່ຜ່ານມາ.
ພ້ອມນີ້, ທ່ານປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ແຈ້ງໃຫ້ ທ່ານນາຍົກລັດຖະມົນຕີ ອິຊິບະ ຊິເງະຣຸ ຊາບວ່າ ສປປ ລາວ ຈະເພີ່ມໄລຍະເວລາພັກເຊົາ (ໄລຍະການຍົກເວັ້ນວີຊາ) ໃຫ້ແກ່ພົນລະເມືອງຍີ່ປຸ່ນ ທີ່ຖືໜັງສືຜ່ານແດນທົ່ວໄປ ຈາກ 15 ວັນ ມາເປັນ 30 ວັນ ນັບແຕ່ວັນທີ 1 ມິຖຸນາ 2025 ເປັນຕົ້ນໄປ ເຊິ່ງສອງຝ່າຍ ໄດ້ສະແດງຄວາມຫວັງວ່າ ນະໂຍບາຍດັ່ງກ່າວ ຈະເປັນການເພີ່ມທະວີຊຸກຍູ້ການໄປມາຫາສູ່ຂອງປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ, ໂດຍສະເພາະ ການດຶງດູດນັກທ່ອງທ່ຽວຍີ່ປຸ່ນ ມາທ່ອງ ທ່ຽວ ຢູ່ ສປປ ລາວ ຫລາຍຂຶ້ນ ໃນຊຸມປີຕໍ່ໜ້າ.
ທ່ານນາຍົກລັດຖະມົນຕີ ອິຊິບະ ຊິເງະຣຸ ໄດ້ຢືນຢັນຄວາມໝາຍໝັ້ນຂອງລັດຖະບານຍີ່ປຸ່ນ ໃນການສືບຕໍ່ສະໜັບສະໜູນ ແລະ ຮ່ວມມືຊ່ວຍເຫລືອດ້ານຕ່າງໆແກ່ ສປປ ລາວ ໃນຊຸມປີຕໍ່ໜ້າ ເປັນຕົ້ນ ການຊ່ວຍສ້າງຄວາມເຂັ້ມແຂງດ້ານເສດຖະກິດ, ການປັບປຸງສະພາບແວດລ້ອມການລົງທຶນ, ການສ້າງຄວາມເຂັ້ມແຂງໃນຂະແໜງຍຸຕິທໍາ, ການສະໜອງອຸປະກອນເພື່ອກຽມພ້ອມຮັບມືກັບໄພພິບັດທາງທໍາມະຊາດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ, ການສ້າງປະຊາຄົມໃນການຫລຸດຜ່ອນອາຍກາກບອນຢູ່ອາຊີ (AZEC) ແລະ ຂົງເຂດອື່ນໆ.
ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນຈໍານວນໜຶ່ງທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ຂ່າວ: ແພງຂັນຕິ
ພາບ: ສໍານັກງານນາຍົກລັດຖະມົນຕີຍີ່ປຸ່ນ