ຂປລ
ຖ້າເອີຍເຖິງຮ້ານສາມແຍກປາກປ່າສັກ ຫລາຍຄົນອາດຈະຮູ້ ແລະ ເປັນຂາປະຈໍາກໍວ່າໄດ້ ດ້ວຍທີ່ຕ້ັງຂອງຮ້ານຢູ່ໃກ້ແຄມຂອງ, ເຮັດໃຫ້ແນມເຫັນທິວທັດທໍາມະຊາດ, ການດໍາລົງຊີວີດຂອງຊາວນະຄອນຫລວງວຽງຈັນ.
*ຖ້າເອີຍເຖິງຮ້ານສາມແຍກປາກປ່າສັກ ຫລາຍຄົນອາດຈະຮູ້ ແລະ ເປັນຂາປະຈໍາກໍວ່າໄດ້ ດ້ວຍທີ່ຕ້ັງຂອງຮ້ານຢູ່ໃກ້ແຄມຂອງ, ເຮັດໃຫ້ແນມເຫັນທິວທັດທໍາມະຊາດ, ການດໍາລົງຊີວີດຂອງຊາວນະຄອນຫລວງວຽງຈັນ ໂດຍສະເພາະແມ່ນຄ່ອຍຄໍ່າຍາມແລງທີ່ແສງຕາເວັນສອດສ່ອງຕ້ອງກັບສາຍນໍ້າຂອງຢ່າງງົດງາມ ແລະ ຍັງເປັນຈຸດນັດພົບຂອງຫລາຍໆຄົນມານັ່ງກິນລົມຊົມທິວທັດ, ມາອອກກຳລັງກາຍເຫລົ່ານ້ີເປັນຕົ້ນ. ສຳລັບຮ້ານສາມແຍກປາກປ່າສັກ ກໍເຊ່ັນກັນອາດເປັນຈຸດນັດພົບໃນການມານັ່ງກິນລົມຊົມທິວທັດຟັງເພັງມ່ວນຈາກທີມງາມຟົກຊອງ ແລະ ອາຫານແຊບໆ ເຊິ່ງພາຍໃນຮ້ານກໍມີຫລາຍບໍລິການໃຫ້ເລືອກບໍ່ວ່າຈະເປັນການນັ່ງຮັບປະທານອາຫານ, ຊົມທິວທັດອັດສະດົງຍາມແລງທັງສອງຊັ້ນ, ຊັ້ນທີໜຶ່ງຈະເປັນຫ້ອງແອມີຄວາມເປັນສ່ວນໂຕ, ຊ້ັນທີສອງຈະເປັນຊັ້ນຊົມທິວທັດພ້ອມກັບບັນຍາກາດນ່ັງຮັບປະທານອາຫານທີ່ແຊບຊ້ອຍ ມີລົມເຢັນພັດຜ່ານບວກກັບສຽງເພັງມ່ວນໆ, ພ້ອມດຽວກັນກໍມີອາຫານຫວານປະເພດກະແລັມທ່ີເປັນສູດສະເພາະເປັນເອກະລັກຂອງທາງຮ້ານໄວ້ບໍລິການໃຫ້ລູກຄ້າທັງພາຍໃນ ແລະ ຕ່າງປະເທດ.

ທ່ານນາງ ພັນມາໄລ ພິລາວົງ ຜູ້ບໍລິຫານຮ້ານສາມແຍກປາກປ່າສັກ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ເມື່ອບໍ່ດົນມານີ້ວ່າ: ຕົນເອງແມ່ນລູກສາວຂອງເຈົ້າຂອງຮ້ານເປັນຜູ້ສືບທອດມາບໍລິຫານຊ່ວຍພໍ່ແມ່ ໂດຍຮ້ານນີ້ພໍ່ແມເພິ່ນເລີ່ມຕົ້ນຈາກຮ້ານນ້ອຍໆເມ່ືອກ່ອນຂາຍລາບ, ຂາຍເຝີມີພຽງສອງສາມໂຕະເທົ່ານັ້ນ, ຕໍ່ມາເພິ່ນກໍໄດ້ນຳເຄື່ອງດື່ມເຂົ້າມາຈຳໜ່າຍ ແລະ ກໍໄດ້ເລີ່ມຂະຫຍາຍປັບປຸງມາເລື້ອຍໆ ເພ່ືອສາມາດຮອງຮັບແຂກທີ່ເຂົ້າມາທ່ຽວນັບມື້ນັບເພີ່ມຂຶ້ນ, ເປັນຮ້ານອາຫານທີ່ມີຫລາກຫລາຍໂຊນບໍ່ວ່າຈະເປັນຮ້ານອາຫານຊັ້ນໜຶ່ງທີ່ສາມາດຮ້ອງອາລາໂອເກະໄດ້, ສ່ວນຊັ້ນສອງທ່ີມີບັນຍາດດີສາມາດນັ່ງຊົມທິວທັດແຄມຂອງຍາມແລງ, ຊົມຕາເວັນຕົກດິນພ້ອມກັບສາຍລົມເຢັນໆ ແລະ ມີວົງດົນຕີເສບສົດທຸກມ້ື ໂດຍທາງຮ້ານອາຫານແມ່ນຈະເນັ້ນອາຫານ ລາວ ເປັນຕົ້ນລາບ, ກ້ອຍປາ, ແກງໜໍ່ໄມ້, ປາໜຶ້ງໝາກນາວ...,

ອາຫານຕາມສັ່ງເຊັ່ນ: ເຂົ້າຜັດ, ກະເພົາ, ຂົ້ວຜັກ, ລວກປາມຶກ, ລວກທະເລ, ຕົ້ນເລືອດ, ຕົ້ມແຊບຕີນໄກ່, ຕົ້ມແຊບດູກຂ້າງ, ຕົ້ນຍຳທະເລ...ປະເພດຕຳຈະມີຕຳທະເລລວມ, ຕຳປູ, ຕຳກຸ້ງ, ຕຳປ່າ, ຕຳໝາກຫຸ່ງ, ຕຳເຂ້ົາປຸ້ນ ແລະ ອື່ນໆ, ສ່ວນປະເພດຈືນກໍຈະມີຈືນລູກຊີ້ນ, ຈືນເອັນໄກ່, ປີກໄກ່, ຈືນເຫືອກ, ຄາງເປັດ, ມັນຝຣັ່ງ, ດູກ ຂ້າງ... , ມີອາຫານປະເພດ ສະເຕັກ ແລະ ອາຫານອື່ນໆອີກຫລາກຫລາຍ ລາຍການ ເຊິ່ງປີນີ້ກໍຄົບຮອບ 36 ປີແລ້ວ ທາງຮ້ານກ່ໍມີການປັບປຸງເພ່ືອໃຫ້ໄດ້ຊົມທິວທັດແຄມຂອງຕອນຕາເວັນຕົກດິນໃຫ້ງາມຂຶ້ນກວ່າເກົ່າ; ນອກຈາກມີຮ້ານອາຫານແລ້ວເພ່ິນກໍໄດ້ຂະຫຍາຍທຸລະກິດຄອບຄົວຕ່ືມອີກດ້ວຍການເປີດໂຮງແຮມຢູ່ດ້ານຂ້າງຮ້ານອາຫານໃນ 2008 ທ່ີມີ ຊື່ວ່າ: ໂຮງແຮມແມ່ຂອງຊັນຊາຍ (Mekong sunshine Hotel) ສາມາດຮອງຮັບນັກທ່ອງທ່ຽວ ໄດ້ 21 ຫ້ອງ.

ນີ້ກໍຖືວ່າເປັນອີກຜົນງານໜຶ່ງຂອງຄອບຄົວເພື່ອອໍານວຍຄວາມສະດວກສະບາຍໃຫ້ກັບແຂກ ທີ່ມາໃຊ້ບໍລິການຮ້ານເຮົາເປັນຕ້ົນແຂກທີ່ມາພັກໂຮງແຮມກໍ່ສາມາດມານັ່ງກິນອາຫານແຊບໆຢູ່ໃນຮ້ານກໍໄດ້, ຍັງບໍ່ພໍເທົ່ານີ້ເພື່ອສ້າງຄວາມໂດດເດັ່ນຂຶ້ນຕື່ມຈຶ່ງເຮັດຮ້ານສະເພາະຂອງຫວານເຊິ່ງເປັນຜະລິດຕະພັນ ຂອງຮ້ານເຮົາເອງຊື່ວ່າ: ສະຫວີດສາມແຍກ ໂດຍຂາຍປະເພດກະແລັມ, ນ້ໍາຊາ, ໝາກໄມ້, ຊານົມໄຂ່ມຸກ ແລະ ລາຍການອື່ນໆອີກຫລາຍຢ່າງທີ່ເປັນເອກະລັກສະເພາະຂອງທາງຮ້ານ.

ສໍາລັບຈຸດເດັ່ນຂອງຮ້ານສາມແຍກປາກປ່າສັກ ທີ່ສາມາດດຶງດູດລູກຄ້າໄດ້ຢ່າງຍາວນານນ້ັນ ກໍຍ້ອນບັນຍາກາດພາຍໃນຮ້ານມີຄວາມສະດວກສະບາຍ, ສາມາດນັ່ງຊົມທິວທັດທຳມະຊາດແຄມຂອງຍາມແລງຕິດພັນກັບວິທີຊີວິດຂອງຊາວນະຄອນຫລວງວຽງຈັນ, ພ້ອມນ້ັນກໍມີອາຫານຫລາກຫລາຍລາຍການໄວ້ຄອຍບໍລິການລູກຄ້າສາມາດ ເລືອກຮັບປະທານໄດ້ຕາມໃຈລູກຄ້າ ຈາກແມ່ຄົວສີມືດີທີ່ມີປະສົບການມາຍາວນານ ແລະ ເພື່ອສ້າງຄວາມແປກໃໝ່ໃຫ້ລູກຄ້າທາງຮ້ານໄດ້ເພີ່ມລາຍການອາຫານໃໝ່ຕື່ມ ເມື່ອບໍ່ດົນມານີ້ ເປັນຕົ້ນ ປີ້ງເປັດ, ລາບເປັດ, ຕົ້ມສົ້ມເປັດ, ເລືອດແປງ, ປີ້ງກົ້ນເປັດ, ປີ້ງຊີ້ນເອືອບໝາກແຄນຮັບຮອງວ່າ ແຊບຖືກໃຈແນ່ນອນ ຍັງບ່ໍພໍເທົ່ານ້ັນສິ່ງສໍາຄັນນອກຈາກບັນຍາກາດດີ ອາຫານແຊບແລ້ວການເຮັດທຸລະກິດ ຮ້ານອາຫານຕ້ອງເວ້ົາເລ່ືອງການ ບໍລິການຕ້ອງມາເປັນອັນດັບໜຶ່ງການບໍລິການຕ້ອງດີ, ພະນັກງານມີຄວາມຍີ້ມແຍ້ມແຈ່ມໃສບໍລິການວ່ອງໄວທັນໃຈລູກຄ້າຈຶ່ງຈະສ້າງຄວາມປະທັບໃຈໄດ້ຢ່າງຍາວນານ.

ທ່ານນາງ ພັນມາໄລ ໃຫ້ຮູ້ຕ່ືມວ່າ: ປັດຈຸບັນບັນດາຮ້ານອາຫານມີການແຂ່ງຂັນກໍສູງສະນັ້ນ, ພວກເຮົາຈະຄົງຮັກສາມາດຕະຖາຕ່າງໆໄວ້ເພື່ອສ້າງຄວາມປະທັບໃຈລູກຄ້າທີ່ມາໃຊ້ບໍລິການ. ໂດຍຮ້ານຕັ້ງຢູ່ບ້ານສີຖານເໜືອ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເປີດເວລາ 9:30 ເປັນຕົ້ນໄປຈົນຮອດ 24:00 ໂມງ ແລະ ລູກຄ້າສາມາດເຂົ້າມາຮັບປະທານອາຫານແຊບໆ ຟັງເພັງມ່ວນໆໄດ້ທ່ີຮ້ານອາຫານຂອງພວກເຮົາ.
ໂດຍ: ມາລິດາ
KPL