ຂປລ
ຂປລ. ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ໄດ້ຕັ້ງພິທີບໍາເພັນບຸນກຸສົນ ຖວາຍບຸນບູຊາຄູນ ແດ່ພະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ປະທານ ສູນກາງອົງການພຸດຖະສາສະໜາສໍາພັນ (ອພສ) ແຫ່ງ ສປປ ລາວ ອົງທີ 6 ທີ່ໄດ້ລະສັງຂານໃນທີ 17 ເມສາ 2025 ສີຣິອາຍຸລວມ 92 ປີ, ວັດສາຍຸການ 72 ພັນສາ

ຂປລ. ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ໄດ້ຕັ້ງພິທີບໍາເພັນບຸນກຸສົນ ຖວາຍບຸນບູຊາຄູນ ແດ່ພະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ປະທານ ສູນກາງອົງການພຸດຖະສາສະໜາສໍາພັນ (ອພສ) ແຫ່ງ ສປປ ລາວ ອົງທີ 6 ທີ່ໄດ້ລະສັງຂານໃນທີ 17 ເມສາ 2025 ສີຣິອາຍຸລວມ 92 ປີ, ວັດສາຍຸການ 72 ພັນສາ ເຊິ່ງສະຣິລະສັງຂານໄດ້ບໍາເພັນບຸນກຸສົນ ຢູ່ຫໍທຳມະສະພາວັດພະທາດຫລວງເໜືອ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ.

ເປັນເວລາ 27 ວັນ ທີ່ສູນກາງ ອພສ ໄດ້ບໍາເພັນບຸນກຸສົນ ສາຣິລະສັງຂານຂອງ ພະອາຈານໃຫຍ່ ປະມຸກ(ປະທານສົງ) ໂດຍການເປັນເຈົ້າພາບເຈົ້າສັດທາຂອງການນໍາພັກ-ລັດ ຈາກສູນກາງແນວລາວສ້າງຊາດ, ບັນດາກະຊວງ, ຄອບຄົວການນໍາ, ຄອບຄົວອະດີດການນໍາຂັ້ນສູງ, ພຸດທະສາສະນິກກະຊົນທັງພາຍ ແລະ ຕ່າງປະເທດ ແລະ ບັດດາສາຍທານສັດທາ ໂຮງທານອາຫານ ແລະ ເຄື່ອງດື່ມ ໄດ້ນ້ອມມາສັກກະລະບູຊາບຸນບູຊາຄຸນ ພະອາຈານໃຫຍ່ ມະຫາ ບຸນມາ ສິມມາພົມ ນ້ອມຖວາຍພັນຕາຫານເພນ, ຖວາຍຜ້າບັງສະກຸນ ແລະ ປັດໄຈ ໄຊຍະທານ ເພື່ອສົມທົບໃນການບໍາເພັນບຸນກຸສົນ ຖວາຍແດ່ຄະນະສົງ ໃນພິທີສູດອະພິທຳມາຕິກາຈາຕູມ ແລະ ຖວາຍກັນບູຊາທຳ ແດ່ອົງທີ່ໄດ້ສະແດງ ທຳມະເທ ສະໜາ, ທຳມະຄາຖາ ຈາກຄະນະ ສູນກາງ ອພສ, ຄະນະທີ່ປຶກສາ ສູນກາງ ອພສ, ພະເຖຣານຸເຖຣະ10 ອົງ ໄດ້ພິຈາລະນາຜ້າ ບັ້ງສະກຸນຂອງແຕ່ລະຄະນະສາຍທານສັດທາ.

ສໍາລັບ ວັນທີ 14 ພຶດສະພາ 2025, ເຈົ້າສັດທາສູດອະພິທຳມາຕິກາ ແລະ ຖວາຍຜ້າບັງ ສະກຸນແມ່ນ ຄະນະຂອງ ທ່ານ ນາງ ສຸກສາຄອນ ຮຸ່ງບຸນຍວງ, ຄອບຄົວ ທ່ານ ອານຸສິດ ມາລາບັນດິດ ແລະ ສັດທາ ຄະນະບໍລິຫານອົງການຄະນະສົງລາວອາເມລິກາ ແລະ ໂອກາດນີ້, ກໍໄດ້ມອບສັນທະນຸມັດເປັນສາຍທານສັດທາ ໃຫ້ ພະອາຈານ ດາວສະເດັດ ເລີດມະນີ ຄະນະບໍລິຫານງານປະຈໍາການ, ຮອງຫົວໜ້າ ຫ້ອງການບໍລິຫານງານ ສູນກາງ ອພສ ເປັນສັດທາ ສູດອະພິທັມມາຕິກາ. ຈາກນັ້ນ, ຄະນະສັດທາ ໄດ້ຟັງທັມມະກະຖາ ເລື້ອງ: ການປາກົດໄດ້ຍາກໃນໂລກ ໂດຍ ພະອາຈານ ດໍາລົງ ພິມມະຈັກ ຕື່ມອີກ.

ໂອກາດນີ້, ພະອາຈານ ດາວສະເດັດ ເລີດມະນີ ແລະ ຍາທ່ານ ແຝງ ແສນປະເສີດ ໃນນາມ ຮັບສັນທະນຸມັດ ຈາກຄະນະບໍລິຫານອົງການສົງລາວອາເມລິກາ ແລະ ເມືອງຊິດນີ ປະເທດ ອົງສະຕຣາລີ ໄດ້ຖວາຍແທນ ໂດຍມອບເງິນ 63 ລ້ານກີບ ຈາກອາເມລິກາ ແລະ ເງິນ 43 ລ້ານກີບ ຈາກເມືອງຊິດນີ ໃຫ້ຄະນະຮັບຜິດຊອບງານບໍາເພັນບຸນກຸສົນ ສາຣິລະສັງຂານ ພະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ປະທານ ສູນກາງ ອພສ ແຫ່ງ ສປປ ລາວ ອົງທີ 6.
ຂ່າວ: ກິດຕາ
KPL