ຂປລ
ຂປລ. ພິທີເປີດປ້າຍໂຄງການພັດທະນາ ສີມືແຮງງານກະສິກໍາທັນສະໄໝ ລາວ-ຈີນ ຈັດຂຶ້ນໃນວັນທີ 13 ພຶດສະພາ 2025 ຢູ່ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ໂດຍມີ ທ່ານ ນາງ ສິລິນທອນ ສັກລໍຄໍາ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຂປລ. ພິທີເປີດປ້າຍໂຄງການພັດທະນາ ສີມືແຮງງານກະສິກໍາທັນສະໄໝ ລາວ-ຈີນ ຈັດຂຶ້ນໃນວັນທີ 13 ພຶດສະພາ 2025 ຢູ່ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ໂດຍມີ ທ່ານ ນາງ ສິລິນທອນ ສັກລໍຄໍາ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ຈິດຕະກອນ ສີຊານົນ ຜູ້ອໍານວຍການວິທະຍາໄລເຕັກນິກ ກະສິກໍາດົງຄໍາຊ້າງ ໄດ້ສະແດງຄວາມຂອບໃຈ ຕໍ່ໝາກຜົນການຮ່ວມມືໃນຄັ້ງນີ້ ເຊິ່ງປະກອບສ່ວນເຮັດໃຫ້ບັນຍາກາດ ການຮຽນ-ການສອນ ພາຍໃນວິທະຍາໄລ ເຕັກນິກກະສິກໍາດົງຄໍາຊ້າງ ມີຊີວິດຊີວາຫລາຍຂຶ້ນ ໂດຍສະເພາະ ແມ່ນຄວາມກະຕືລືລົ້ນ ຫລື ຄວາມສົນໃຈຂອງນັກສຶກສາ ຕໍ່ການຮຽນພາສາຈີນ ໄປຄຽງຄູ່ກັບວິຊາສະເພາະຫລາຍຂຶ້ນ.

ທ່ານ ຊິນກັ່ງ ຮອງອະທິການບໍດີ ມະຫາວິທະຍາໄລເຕັກນິກ-ວິຊາຊີບກະສິກຳກວາງຊີ ສປ ຈີນ ໄດ້ກ່າວວ່າ: ໂຄງການດັ່ງກ່າວ ສະແດງໃຫ້ເຫັນວ່າ ໝາກຜົນຂອງການຮ່ວມມືນັບມື້ນັບເຂົ້າສູ່ລວງເລິກ, ທ່າອ່ຽງການພັດທະນາ ຂອງກະສິກຳຍຸກສະໄໝ ດຳເນີນໄປດ້ວຍດີ. ໂຄງການພັດທະນາສີມືແຮງງານ ກະສິກໍາທັນສະໄໝ ລາວ-ຈີນ ໄດ້ລິເລີ່ມໃນທ້າຍປີ 2023 ໂດຍການຮ່ວມມືຂອງ 3 ຝ່າຍ, ຝ່າຍ ສປປ ລາວ ປະກອບມີ: ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ພາຍໃຕ້ການຊີ້ນໍາໂດຍກົງຂອງກົມອາຊີວະສຶກສາ ແລະ ກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ໂດຍມີຄູ່ຮ່ວມພັດທະນາ ແມ່ນຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດລາວ. ສ່ວນຝ່າຍ ສປ ຈີນ ແມ່ນມະຫາວິທະຍາ ໄລເຕັກນິກ-ວິຊາຊີບກະສິກໍາກວາງຊີ ພາຍໃຕ້ການຊີ້ນໍາ ຂອງພະແນກສຶກສາທິການ ແຂວງກວາງຊີ.

ໂຄງການນີ້, ມີໄລຍະການຮ່ວມມື 3 ປີ (31 ທັນວາ 2023-31 ທັນວາ 2026) ເພື່ອສ້າງ ແລະ ຝຶກທັກສະສີແຮງງານກະສິກໍາທີ່ທັນສະໄໝ ໃຫ້ແກ່ ສປປ ລາວ ໂດຍການຊ່ວຍເຫລືອຈາກຜູ້ຊ່ຽວຊານ ແລະ ນັກວິຊາການຂອງ ສປ ຈີນ, ປັດຈຸບັນ ມີນັກສຶກສາຂອງ ສປປ ລາວ (ຈາກວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ) ຈໍານວນ 100 ຄົນ ໄດ້ຮັບຜົນປະໂຫຍດ ຈາກໂຄງການດັ່ງກ່າວແລ້ວ ໂດຍຜ່ານລະບົບການຮຽນແບບ 2+1 (ຮຽນ 2 ປີ ຢູ່ ລາວ ແລະ ອີກ 1 ປີ ຮຽນຢູ່ ສປ ຈີນ).
ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່
KPL