ທະນາຄານກາງຈີນ ຫລຸດຜ່ອນນະໂຍບາຍການເງິນກະຕຸ້ນເສດຖະກິດ

07/05/2025 22:40
Email Print 210
ຂປລ ສປ ຈີນ ຈະປັບຫລຸດ ອັດຕາ ດອກເບ້ຍຫລັກ ແລະ ປັບຫລຸດ ເງິນຂັ້ນຕ່ຳ ທີ່ທະນາຄານ ສຳຮອງໄວ້ລົງ 0,5% ເພື່ອກະຕຸ້ນ ການປ່ອຍສິນເຊື່ອ.

ຂປລ.ສຳນັກຂ່າວ ເອເອຟພີ, ວັນທີ7 ພຶດສະພານີ້ ທ່ານ ພານກົງຊີ່ງ, ປະທານ ທະນາຄານ ປະຊາຊົນຈີນ ກ່າວວ່າ: ສປ ຈີນ ຈະປັບຫລຸດ ອັດຕາ ດອກເບ້ຍຫລັກ ແລະ ປັບຫລຸດ ເງິນຂັ້ນຕ່ຳ ທີ່ທະນາຄານ ສຳຮອງໄວ້ລົງ 0,5% ເພື່ອກະຕຸ້ນ ການປ່ອຍສິນເຊື່ອ. ນອກຈາກນີ້ ທະນາຄານ ຍັງໄດ້ປັບຫລຸດ ອັດຕາດອກເບ້ຍ ໄລຍະສັ້ນ 7 ວັນ ລົງຈາກ 1,5% ມາເປັນ1,4%.ສຳລັບ ສິນເຊື່ອເຮືອນ ຄັ້ງທຳອິດ ໄລຍະຍາວ 5ປີ ປັບຫລຸດລົງ ຈາກ 2,85% ມາເປັນ 2,6% ເພື່ອກະຕຸ້ນ ເສດຖະກິດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top