ຂປລ
ສົງຄາມ ການຄ້າ ຮອບນີ້ ແມ່ນຄວາມຜິດພາດ ໃຫຍ່ທີ່ສຸດ ຂອງ ສ.ອາເມລິກາ, ຊຶ່ງມັນຈະເພີ່ມ ຄວາມກົດດັນ ດ້ານພາສີ ອັນໃຫຍ່ຫລວງ ໃຫ້ແກ່ ຫລາຍປະເທດ ທົ່ວໂລກ.
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ຫວ່າງມໍ່ໆມານີ້, ທ່ານ ນາງ ດິນມາ ໂຣເຊຟ, ຜູ້ວ່າການ ທະນາຄານ ພັດທະນາໃໝ່ ປະເທດບຣິກສ ໄດ້ໃຫ້ສຳພາດ ຕໍ່ນັກຂ່າວ ຂອງວິທະຍຸ ໂທລະພາບສູນກາງຈີນ ຫລື CMGວ່າ: ສົງຄາມ ການຄ້າ ຮອບນີ້ ແມ່ນຄວາມຜິດພາດ ໃຫຍ່ທີ່ສຸດ ຂອງ ສ.ອາເມລິກາ, ຊຶ່ງມັນຈະເພີ່ມ ຄວາມກົດດັນ ດ້ານພາສີ ອັນໃຫຍ່ຫລວງ ໃຫ້ແກ່ ຫລາຍປະເທດ ທົ່ວໂລກ. ສຳລັບ ເງື່ອນໄຂ ເພີ່ມພາສີ ທີ່ ສ.ອາເມລິກາ ປະກາດ ໃນຕົ້ນເດືອນ ເມສາຜ່ານມານີ້ ຈະຮັກສາບໍ່ໄດ້ ແລະ ຍາກທີ່ຈະຮັກສາໄດ້. ນອກນີ້, ບັນຊີປົກກະຕິ ຂອງ ສ.ອາເມລິກາ ມີບັນຫາ ການຖົມຂຸມ ດ້ານການເງິນ ເຊິ່ງໝາຍຄວາມວ່າ: ການຂາດດຸນ ການຄ້າ ຂອງ ສ.ອາເມລິກາ ບໍ່ແມ່ນຍ້ອນພາສີ. ສ.ອາເມລິກາ ຢາກຫລຸດພົ້ນ ອອກຈາກການຖົມຂຸມ ດ້ານການເງິນ ໃນບັນຊີປົກກະຕິ ໂດຍຜ່ານພາສີ ແຕ່ຍັງບໍ່ທັນ ປະສົບຜົນສຳເລັດ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL