ຂປລ
ທ່ານ ເຫີ ລີ້ເຟີ່ງ, ຮອງນາຍົກລັດຖະມົນຕີຈີນ ຈະພົບປະກັບ ທ່ານ ສະກອດ ເບັສເຊັນ (Scott Bessent) ລັດຖະມົນຕີ ກະຊວງການເງິນ ສະຫະລັດ ອາເມລິກາຢູ່ ປະເທດ ສະວິດ ໃນລະຫວ່າງ ວັນທີ 9-2 ພຶດສະພານີ້ ພາຍຫລັງ ທັງສອງຝ່າຍ ກຳນົດ ຈັດກອງປະຊຸມ ທາງເສດຖະກິດ ແລະ ການຄ້າ ລະດັບສູງ
ຂປລ.ສຳນັກຂ່າວ ຊິນຮວາຂອງ ສປ ຈີນ, ໂຄສົກ ກະຊວງ ການຄ້າຂອງ ສປ ຈີນ ເປີດເຜີຍວ່າ: ທ່ານ ເຫີ ລີ້ເຟີ່ງ, ຮອງນາຍົກລັດຖະມົນຕີຈີນ ຈະພົບປະກັບ ທ່ານ ສະກອດ ເບັສເຊັນ (Scott Bessent) ລັດຖະມົນຕີ ກະຊວງການເງິນ ສະຫະລັດ ອາເມລິກາຢູ່ ປະເທດ ສະວິດ ໃນລະຫວ່າງ ວັນທີ 9-12 ພຶດສະພານີ້ ພາຍຫລັງ ທັງສອງຝ່າຍ ກຳນົດ ຈັດກອງປະຊຸມ ທາງເສດຖະກິດ ແລະ ການຄ້າ ລະດັບສູງ ລະຫວ່າງ ສອງປະເທດ ໂດຍເນັ້ນໃສ່ ການປຶກສາຫລື ກ່ຽວກັບ ກຳແພງພາສີ ທີ່ທັງສອງຝ່າຍ ກຳນົດຂຶ້ນ ກາຍເປັນ ສົງຄາມ ທາງການຄ້າ ແລະ ສົ່ງຜົນກະທົບ ຫລາຍປະເທດ ທົ່ວໂລກ.ດັ່ງນັ້ນ ການເຄື່ອນໄຫວຄັ້ງນີ້ ຖືວ່າ ເປັນສັນຍານ ອັນດີ ເພື່ອຫລຸດຜ່ອນ ຄວາມເຄັ່ງຮ້ອນ ທາງດ້ານການຄ້າ ທີ່ຫລາຍປະເທດ ຄາດຫວັງວ່າ ບັນຫາດັ່ງກ່າວ ຈະໄດ້ຮັບການແກ້ໄຂ ຢ່າງຮີບດ່ວນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL