ສປ ຈີນ-ສະພາເອີຣົບ ຍົກເລີກຂໍ້ຈຳກັດຕໍ່ການໄປມາຫາສູ່ລະຫວ່າງກັນຢ່າງຮອບດ້ານ

07/05/2025 21:45
Email Print 236
ຂປລ ສປ ຈີນ ແລະ ສະພາເອີຣົບ ຕັດສິນໃຈ ຍົກເລີກ ຂໍ້ຈຳກັດ ຕໍ່ການໄປມາຫາສູ່ ລະຫວ່າງກັນ ຢ່າງຮອບດ້ານ ໃນຈັັງຫວະດຽວກັນ, ສປ ຈີນ ເຊື່ອໝັ້ນ ແລະ ຫວັງວ່າ ຄຽງຄູ່ກັບ ສປ ຈີນ ແລະ ເອີຣົບ ຟື້ນຟູການໄປມາ ຫາສູ່ກັນ

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ສປ ຈີນ ແລະ ສະພາເອີຣົບ ຕັດສິນໃຈ ຍົກເລີກ ຂໍ້ຈຳກັດ ຕໍ່ການໄປມາຫາສູ່ ລະຫວ່າງກັນ ຢ່າງຮອບດ້ານ ໃນຈັັງຫວະດຽວກັນ, ສປ ຈີນ ເຊື່ອໝັ້ນ ແລະ ຫວັງວ່າ ຄຽງຄູ່ກັບ ສປ ຈີນ ແລະ ເອີຣົບ ຟື້ນຟູການໄປມາ ຫາສູ່ກັນ ລະຫວ່າງ ອົງການ ນິຕິບັນຍັດ ຂອງສອງຝ່າຍ ຢ່າງຮອບດ້ານ, ການແລກປ່ຽນ ແລະ ຄວາມເຂົ້າໃຈກັນ ລະຫວ່າງ ສອງຝ່າຍ ຈະກ້າວສູ່ ລວງເລິກ ເຊິ່ງຈະທຸ່ມເທ ພະລັງຂັບເຄື່ອນໃໝ່ ເຂົ້າໃສ່ ການພັດທະນາ ສາຍພົວພັນ ລະຫວ່າງ ສປ ຈີນ-ເອີຣົບ ຢ່າງຕໍ່ເນື່ອງ, ປອດໃສ ແລະ ໝັ້ນທ່ຽງ.ດັ່ງນັ້ນ ໃນວັນທີ 6 ພຶດສະພານີ້, ທ່ານ ຫລິນຈ້ຽນ, ໂຄສົກ ກະຊວງການຕ່າງປະເທດຈີນ ຈັດກອງປະຊຸມຖະແຫລງຂ່າວວ່າ: ໃນຊຸມປີຜ່ານມາ, ການໄປມາຫາສູ່ກັນ ລະຫວ່າງ ອົງການ ນິຕິບັນຍັດຂອງ ສປ ຈີນ ແລະ ເອີຣົບ ໄດ້ປະສົບກັບ ອຸປະສັກ ບາງປະການ ເນື່ອງຈາກ ສາເຫດ ທີ່ຄົນທັງຫລາຍ ຮູ້ກັນດີ. ພາຍໃຕ້ ສະຖານະການໃນປັດຈຸບັນ, ສປ ຈີນ ແລະ ເອີຣົບ ຕ່າງກໍເຫັນວ່າ ມີຄວາມຈຳເປັນຫລາຍ ໃນການເພີ່ມທະວີ ການສົນທະນາ ແລະ ການຮ່ວມມື ສອງຝ່າຍ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top