ກອງບັນຊາການທະຫານອາກາດ ເປີດຂະບວນ ແຂ່ງຂັນ ຮັກຊາດ ແລະ ພັດທະນາ ປີ 2025

08/05/2025 14:33
ຂປລ ຂປລ. ກອງບັນຊາການທະຫານອາກາດ ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈໍາປີ 2025 ຂຶ້ນວັນທີ 7 ພຶດສະພາ 2025 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ທະນູກອນ ສຸລິຍະແສງ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ, ມີຄະນະພັກ-ຄະນະບັນ ຊາ, ຄະນະຫ້ອງ, ກອງພັນ, ກອງຮ້ອຍ ແລະ ບັນດາຫົວໜ້າພະແນກການ ພ້ອມດ້ວຍພະນັກງານ-ນັກ ຮົບ ເຂົ້າຮ່ວມ.



ຂປລ. ກອງບັນຊາການທະຫານອາກາດ ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈໍາປີ
2025 ຂຶ້ນວັນທີ 7 ພຶດສະພາ 2025 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ທະນູກອນ ສຸລິຍະແສງ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ, ມີຄະນະພັກ-ຄະນະບັນ ຊາ, ຄະນະຫ້ອງ, ກອງພັນ, ກອງຮ້ອຍ ແລະ ບັນດາຫົວໜ້າພະແນກການ ພ້ອມດ້ວຍພະນັກງານ-ນັກ ຮົບ ເຂົ້າຮ່ວມ.




ໂອກາດນີ້
, ສະຫາຍ ພັນໂທ ທອງສະຫວັດ ສີສົງຄາມ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານອາກາດ ໄດ້ຜ່ານບົດສະຫລຸບ ຂະບວນການແຂ່ງຂັນ ປະຈໍາປີ 2024 ໂດຍຍົກໃຫ້ເຫັນເນື້ອໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃນໄລຍະຜ່ານມາ ມີຜົນສໍາເລັດຫລາຍດ້ານ ທີ່ປັບປຸງກໍ່ສ້າງກົມກອງ ໃຫ້ເຕີບໃຫຍ່ເຂັ້ມແຂງທາງດ້ານເມືອງ, ການທະຫານ, ດ້ານວຽກງານວິຊາສະເພາະ ແລະ ສ້າງກົມກອງ ມີແບບແຜນທັນສະໄໝ ໂດຍສະເພາະຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ໄດ້ສຸມໃສ່ຍົກສູງໜ້າທີການເມືອງ, ການຈັດຕັ້ງ, ດ້ານລະບຽບແບບແຜນທີ່ຖືກຕ້ອງຂອງພັກ-ລັດ, ພ້ອມທັງເຮັດໜ້າທີ່ ສຶກສາອົບຮົມການເມືອງ-ນໍາແນວຄິດ ໃຫ້ພະນັກງານ-ນັກຮົບ ພາຍໃນກົມກອງເຊື່ອມຊືມ ກໍາແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ບັນດາມະຕິ, ຄໍາສັ່ງ ແລະ ລະບຽບການຂອງກອງທັບໄດ້ຢ່າງເຂັ້ມງວດ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຂັ້ນເທິງ ສາມາດບັນລຸຜົນສໍາເລັດຕາມເນື້ອໃນ ແຂ່ງຂັນຂອງກົມກອງວາງອອກໄດ້ຢ່າງຈົບງາມ, ພ້ອມນັ້ນ ໄດ້ສຸ່ມຈັດຕັ້ງປະຕິ ບັດ ການແກ້ໄຂປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນພາຍໃນກົມກອງ ແລະ ເປັນເຈົ້າການເກັບກໍາສະພາບການ ໃນເຂດຕັ້ງທັບຂອງກົມກອງ ໃຫ້ມີຄວາມສະຫງົບໂດຍພື້ນຖານ. 




ຈາກນັ້ນ
, ສະຫາຍ ພັນໂທ ວັນນະກອນ ກໍຜາສຸກ ຫົວໜ້າພະແນກນະໂຍບາຍ ຫ້ອງການເມືອງ ກອງບັນຊາການທະຫານອາກາດ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການມອບຫລຽນກຽດຕິຄຸນ ກອງທັບປະຊາ ຊົນລາວ ໃຫ້ນາຍທະຫານກອງບັນຊາການທະຫານອາກາດ ຈໍານວນ 19 ສະຫາຍ, ມອບໃບຍ້ອງຍໍ ກົມກອງລວມໝູ່ຈໍານວນ 9 ກົມກອງ, ບຸກຄົນ 315 ສະຫາຍ ແລະ ມອບໃບຊົມເຊີຍໃຫ້ບຸກຄົນ 107 ສະຫາຍ ຕື່ມອີກ.

ໂອກາດດັ່ງກ່າວ, ຕາງໜ້າບັນດາຫ້ອງ, ກອງພັນ, ກອງຮ້ອຍ ແລະ ອົງການຈັດຕັ້ງມາຫາຊົນ ໄດ້ລົງນາມ ເຊັນບົດບັນທຶກຮັບເອົາ ເນື້ອໃນຂໍ້ແຂ່ງຂັນ 7 ຂໍ້ ເພື່ອພ້ອມກັນນໍາ ໄປຈັດຕັ້ງປະຕິບັດຜັນຂະຫຍາຍຢູ່ບັນດາ ກອງຕົນໃຫ້ມີສໍາເລັດ.

ຂໍ້​ມູນ-ພາບ: ກອງບັນຊາການທະຫານອາກາດ

KPL

ຂ່າວອື່ນໆ

ads
ads

Top