ຄະນະບໍລິຫານງານສະຫະພັນກໍາມະບານ ຫສພ ເປີດກອງປະຊຸມໃຫຍ່ ຄັ້ງທີ VII

07/05/2025 20:20
Email Print 361
ຂປລ ຂປລ. ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະບໍລິຫານງານສະຫະພັນກໍາມະບານ ຫ້ອງວ່າ ການສູນກາງພັກ (ຫສພ) ຈັດຂຶ້ນໃນວັນທີ 7 ພຶດສະພາ 2025 ໂດຍການເປັນປະທານຂອງ ສະຫາຍ ມີໄຊ ພົມເຂ ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ປະທານສະຫະພັນ ກຳມະບານ ຫສພ



ຂປລ. ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະບໍລິຫານງານສະຫະພັນກໍາມະບານ ຫ້ອງວ່າການສູນກາງພັກ (ຫສພ) ຈັດຂຶ້ນໃນວັນທີ 7 ພຶດສະພາ 2025 ໂດຍການເປັນປະທານຂອງ ສະຫາຍ ມີໄຊ ພົມເຂ ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ປະທານສະຫະພັນ ກຳມະບານ ຫສພ, ມີ ສະຫາຍ ເລັດ ໄຊຍະພອນ ກໍາມະການສູນກາງພັກ, ປະທານສູນກາງສະຫະພັນກໍາມະບານລາວ, ສະຫາຍ ຄໍາຜາ ພິມມະສອນ ຮອງເລຂາຄະນະພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີ້ນໍາວຽກງານ ອົງການຈັດຕັ້ງມະຫາຊົນ, ພ້ອມດ້ວຍສະມາຊິກກຳມະການ ພາຍໃນຫ້ອງວ່າການສູນກາງພັກ ເຂົ້າຮ່ວມ.



ກອງປະຊຸມ ໄດ້ຮັບຮອງເອົາລາຍງານການເມືອງ ທີ່ໄດ້ຕີລາຄາສູງຕໍ່ຜົນສໍາເລັດທີ່ພົ້ນເດັ່ນ ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ສະໄໝທີ VI ແລະ ແຜນພັດທະນາ ວຽກງານກໍາມະບານ 5 ປີ ຄັ້ງທີ 1 (2020-2024) ຂອງຄະນະບໍລິຫານງານ ສະຫະພັນກໍາມະບານ ຫສພ ໃນໄລຍະຜ່ານມາ ອັນເປັນຜົນງານປະກອບສ່ວນສໍາຄັນ ເຂົ້າໃນການປະຕິບັດໜ້າທີ່ການເມືອງ ກໍຄື ໜ້າທີ່ເປັນເສນາທິການ ຂອງຫ້ອງວ່າການສູນກາງພັກ ໂດຍສະເພາະ ວຽກງານກໍາມະບານ ທີ່ເປັນກໍາລັງແຮງ ສໍາຄັນຊ່ວຍຄະນະພັກ-ຄະນະນໍາ ຂອງຫ້ອງວ່າການສູນກາງພັກ. ພ້ອມນີ້, ຍັງໄດ້ຊີ້ໃຫ້ເຫັນດ້ານອ່ອນ-ຂໍ້ຄົງຄ້າງ, ສາ ເຫດ ແລະ ບາງບົດຮຽນທີ່ຖອດຖອນໄດ້ ອັນເປັນພື້ນຖານໃຫ້ແກ່ການກໍານົດທິດທາງ, ວາງຄາດໝາຍ ແລະ ວຽກງານຈຸດສຸມໃນແຕ່ລະດ້ານ. ພ້ອມນີ້, ກໍໄດ້ກໍານົດແຜນພັດທະນາວຽກງານກຳມະບານ 5 ປີ ຄັ້ງທີ II (2025-2029) ໂດຍກໍານົດ 7 ແຜນງານ ຈຸດສຸມ 14 ໂຄງການສະໜັບສະໜູນ. ກອງປະຊຸມໃຫຍ່ ຍັງໄດ້ຮັບຟັງບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານກໍາມະບານ ຫ້ອງວ່າການສູນກາງພັກ ສະໄໝທີ VI ເຊິ່ງໄດ້ຊີ້ໃຫ້ເຫັນເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ປັດໃຈທ້າທາຍ, ແຕ່ກໍໄດ້ຍົກສູງຄວາມຮັບຜິດຊອບ, ຄວາມສູ້ຊົນພະຍາຍາມ ແລະ ເປັນເຈົ້າການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂອງຕົນໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ. ພິເສດ, ກອງປະຊຸມໄດ້ຈັດຕັ້ງພິທີມອບທຸງໄຊແຂ່ງຂັນ 5 ເປັນເຈົ້າ ແລະ ປະດັບຫລຽນກາໃຫ້ແກ່ສະຫະພັນກຳມະບານ ຫ້ອງວ່າການສູນກາງພັກ ແລະ ກໍາມະບານຮາກຖານ 11 ຮາກຖານ ທົ່ວຫ້ອງວ່າການສູນກາງພັກ, ພ້ອມທັງຈັດຕັ້ງພິທີ ມອບເງິນລາງວັນປະກວດເຄື່ອງໝາຍ(ໂລໂກ້) ຂອງຫ້ອງວ່າການສູນກາງພັກ ໃຫ້ແກ່ 11 ກົມທີ່ເຂົ້າຮ່ວມແຂ່ງຂັນ.



ກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນກໍາມະບານ ຫ້ອງວ່າ ການສູນກາງພັກ ຊຸດໃໝ່ ເພື່ອເປັນແກນນໍາໃນການນໍາພາຈັດຕັ້ງຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະຫະພັນກຳມະບານ ຫ້ອງວ່າການສູນກາງພັກ, ມີຜູ້ອອກຮັບສະໝັກເລືອກຕັ້ງ ທັງໝົດ 18 ສະຫາຍ, ເລືອກເອົາ 15 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ສີທັດ ຈັນທະສຸກ ເປັນປະທານ, ສະຫາຍ ສົມໄພວັນ ແສງສຸລິຍະ ເປັນຮອງປະທານ, ຜູ້ປະຈຳການ, ສະຫາຍ ວິໄຊ ຂຳຕະກຸນ ເປັນຮອງປະທານ, ທັງເປັນປະທານກວດກາ, ສະຫາຍ ເຫລັກໄຊ ແກ້ວຍະສານ ເປັນຮອງປະທານ, ທັງເປັນຄະນະປະຈຳ ແລະ ເລືອກເອົາ ສະຫາຍ ນາງ ພວງເພັດ ໄຊຍະລາດ ເປັນຮອງປະທານ, ທັງເປັນຄະນະປະຈຳ. ພ້ອມນີ້, ຍັງໄດ້ເລືອກເອົາ ປະທານ-ຮອງປະທານກວດກາ 3 ສະຫາຍ. ພ້ອມທັງ ເລືອກເອົາຜູ້ແທນສົມບູນ, ສໍາຮອງ ເພື່ອກຽມເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີ IX ຂອງສູນກາງສະຫະພັນກໍາມະບານລາວ 2 ສະຫາຍ.



ໂອກາດນີ້, ສະຫາຍ ເລັດ ໄຊຍະພອນ ໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນ ຂອງຄະນະບໍລິຫານງານສະຫະພັນກຳມະບານ ຫສພ ສະໄໝທີ VI ທີ່ຍາດມາໄດ້, ພ້ອມທັງ ໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງສະຫະພັນກຳມະບານ ຫ້ອງວ່າການສູນກາງພັກ ໃນ 5 ປີຕໍ່ໜ້າໃຫ້ບັນລຸຜົນສໍາເລັດ ດ້ວຍບາດກ້າວໃໝ່. ກອງປະຊຸມໃນຄັ້ງນີ້, ໄດ້ສໍາເລັດຕາມລະດັບຄາດໝາຍ ໄດ້ຢັ້ງຢືນເຖິງຄວາມເອົາໃຈໃສ່ນໍາພາ-ຊີ້ນໍາ, ອໍານວຍຄວາມສະດວກຂອງຄະນະພັກ-ຄະນະນໍາ ຫ້ອງວ່າການສູນກາງພັກ ແລະ ສູນກາງສະຫະພັນກໍາມະບານລາວ ບວກກັບຄວາມເປັນເຈົ້າການ, ຄວາມສາມັກຄີເປັນປຶກແຜ່ນຂອງຄະນະບໍລິຫານງານ, ກໍາມະບານຮາກຖານ ແລະ ສະມາຊິກກໍາມະບານທົ່ວຫ້ອງວ່າການສູນກາງພັກ ທີ່ໄດ້ປະກອບສ່ວນຢ່າງແຂງແຮງ ເຂົ້າໃນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ມີຜົນສໍາເລັດຢ່າງຈົບງາມ.
ກອງປະຊຸມ ຍັງໄດ້ຮຽກຮ້ອງມາຍັງຄະນະບໍລິຫານງານ, ຄະນະກໍາມະບານຮາກຖານ ແລະ ສະ ມາຊິກກໍາມະບານ ທົ່ວຫ້ອງວ່າການສູນກາງພັກ ຈົ່ງຍົກສູງ ແລະ ເຊີດຊູບົດບາດຄວາມຮັບຜິດຊອບການເມືອງຂອງຕົນ, ຕັ້ງໜ້າເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະບໍລິຫານງານ ສະຫະພັນກໍາມະບານ ຫສພ ໃຫ້ມີຜົນສໍາເລັດທີ່ໜັກແໜ້ນເຂັ້ມແຂງ ແລະ ບືນຕົວກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ພາບ: ອ່າຍຄຳ
KPL

ຂ່າວອື່ນໆ

ads
ads

Top