ເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ

07/05/2025 20:13
Email Print 345
ຂປລ ຂປລ. ກອງປະຊຸມເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດເມືອງວັງວຽງ ແລະ ບໍລິເວນອ້ອມຮອບ ສຳລັບປີ 2025-2035 ຈັດຂຶ້ນໃນວັນທີ 7 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ



ຂປລ. ກອງປະຊຸມເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດເມືອງວັງວຽງ ແລະ ບໍລິເວນອ້ອມຮອບ ສຳລັບປີ 2025-2035 ຈັດຂຶ້ນໃນວັນທີ 7 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີບັນດາການນໍາຈາກກະຊວງທີ່ກ່ຽວຂ້ອງ, ສະພາແຫ່ງຊາດ, ສໍານັກງານນາຍົກລັດຖະມົນຕີ, ອົງການປົກຄອງແຂວງວຽງຈັນ, ພາກທຸລະກິດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ວຽກງານການທ່ອງທ່ຽວ ຖືເປັນວຽກງານໜຶ່ງທີ່ລັດຖະບານ ໃຫ້ຄວາມສໍາຄັນໃນການປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ຊາດ ຊຶ່ງພັກ-ລັດ ກໍານົດເອົາຂະແໜງທ່ອງທ່ຽວເປັນໜຶ່ງ ໃນຂະແໜງການເສດຖະກິດປາຍແຫລມ ໂດຍຊຸກຍູ້ໃຫ້ມີການຂຸດຄົ້ນບັນດາທ່າແຮງ ບົ່ມຊ້ອນດ້ານການທ່ອງທ່ຽວ ເພື່ອສ້າງໂອກາດໃນການພັດທະນາ

ແລະ ຊຸກຍູ້ເສດຖະກິດ ຂອງປະເທດໃຫ້ມີການຂະຫຍາຍຕົວ ຊຶ່ງເມືອງວັງວຽງ ແຂວງວຽງຈັນ ແມ່ນຈຸດໝາຍປາຍທາງການທ່ອງທ່ຽວຫລັກ ຂອງ ສປປ ລາວ ຫລື Tourism Landmark, ເປັນເມືອງໜຶ່ງທີ່ມີຊື່ສຽງທີ່ໂດ່ງດັງ ແລະ ເປັນທີ່ຮູ້ຈັກຢ່າງກວ້າງຂວາງ ຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດ ຍ້ອນມີຄວາມອຸດົມສົມບູນ ໄປດ້ວຍຊັບພະຍາກອນທາງທໍາມະຊາດ, ມີຈຸດເດັ່ນໃນການດຶງດູດ ນັກທ່ອງທ່ຽວ ທີ່ປະກອບດ້ວຍ ສາຍນໍ້າຊອງທີ່ໃສເຢັນໄຫລຜ່ານ, ມີພູຜາຢັ່ງຢາຍຢ່າງສວຍສົດງົດງາມ, ປະຊາຊົນທ້ອງຖິ່ນມີນໍ້າໃຈໄມຕີຈິດ, ຍິ້ມແຍ້ມແຈ່ມໃສ, ມີເອກະລັກດ້ານຊີວິດການເປັນຢູ່, ມີກິດຈະກໍາທ່ອງທ່ຽວທາງ ທໍາມະຊາດຫລາຍຮູບແບບ ໂດຍສະເພາະແມ່ນທ່ຽວຊົມທັດສະນີຍະພາບ, ສໍາຜັດທໍາມະຊາດທີ່ອຸດົມສົມບູນ, ລ່ອງເຮືອ, ກິດຈະກໍາການທ່ອງທ່ຽວປະຈົນໄພ ແລະ ກິດຈະກໍາອື່ນໆ.

ສະນັ້ນ, ໂດຍເຫັນໄດ້ຄວາມສໍາຄັນ ຂອງບັນຫາທີ່ໄດ້ກ່າວມານັ້ນ ແລະ ເພື່ອເປັນບ່ອນອີງໃຫ້ແກ່ການພັດທະນາ ແລະ ຄຸ້ມຄອງການທ່ອງທ່ຽວຂອງເມືອງວັງວຽງ, ໃນໄລຍະທີ່ຜ່ານມາ ກະຊວງ ຖວທ ກໍໄດ້ຊ່ວຍສ້າງແຜນແມ່ບົດຄຸ້ມຄອງຕົວເມືອງທ່ອງທ່ຽວວັງວຽງ ສະບັບປີ 2010-2020 ໂດຍໄດ້ຮັບການສະໜັບສະໜູນ ທາງດ້ານງົບປະມານຈາກທະນາຄານພັດທະນາອາຊີ ຊຶ່ງແມ່ນບໍລິສັດ ເຮັນເຊັນ ປະ ເທດອົດສະຕຣາລີ ເປັນຜູ້ຊ່ວຍໃນການຂຽນແຜນ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍແຜນສະບັບເກົ່າ ຍັງບໍ່ທັນສາມາດປະຕິບັດໄດ້ດີເທົ່າທີ່ຄວນ. ດັ່ງນັ້ນ, ມາຮອດປີ 2021 ໂດຍອີງໃສ່ທິດຊີ້ນໍາຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ທີ່ມອບໃຫ້ກະຊວງ ຖວທ ເປັນເຈົ້າການໃນການປະສານ ກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອປັບປຸງແຜນດັ່ງກ່າວຄືນໃໝ່ ຈຶ່ງເປັນທີ່ມາຂອງແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ ເມືອງວັງວຽງ ແລະ ບໍລິເວນອ້ອມຮອບ ສໍາລັບປີ 2025-2035 ທີ່ລັດຖະບານໄດ້ອອກຂໍ້ຕົກລົງຮັບຮອງເປັນທີ່ຮຽບຮ້ອຍ, ສະບັບເລກທີ 08/ນຍ ລົງວັນທີ 10 ມັງກອນ 2025.
ການປັບປຸງແຜນແມ່ບົດໃນຄັ້ງນີ້, ຖືວ່າເປັນບາດກ້າວທີ່ສໍາຄັນ ໃນການວາງແຜນຜັງເມືອງ ແລະ ການຄຸ້ມຄອງການທ່ອງທ່ຽວ ຢູ່ເມືອງວັງວຽງ ໃນສະພາບການໃໝ່ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ແຜນດັ່ງກ່າວຈະເປັນຕົວກໍານົດທິດທາງທີ່ຈໍາເປັນໃນການວາງແຜນ ແລະ ການພັດທະນາການທ່ອງ ທ່ຽວ, ຮັບປະກັນການປົກປັກຮັກສາທິວທັດທໍາມະຊາດ ແລະ ວັດທະນະທໍາໃນຂອບເຂດ ຂອງຕົວເມືອງວັງວຽງ ແລະ ບໍລິເວນອ້ອມຮອບ ໃຫ້ມີຄວາມຍືນຍົງ ແລະ ມີຄວາມເປັນລະບຽບຮຽບຮ້ອຍ., ອີກສິ່ງໜຶ່ງທີ່ສໍາຄັນຂອງແຜນແມ່ບົດສະບັບປີ 2025-2035 ແມ່ນການປະສົມປະສານ ແລະ ເຊື່ອມໂຍງກັນລະຫວ່າງການວາງແຜນຜັງເມືອງ ແລະ ການວາງແຜນພັດທະນາການທ່ອງທ່ຽວ ໃຫ້ມີຄວາມກົມກຽວກັນ ເຊິ່ງກວມເອົາຂອບເຂດພື້ນທີ່ບໍລິເວນຕົວເມືອງວັງວຽງ ແລະ ບໍລິເວນອ້ອມຮອບ ໂດຍມີການຄໍານຶງເຖິງຄວາມອາດສາມາດ ໃນການຂະຫຍາຍຕົວ ຂອງຕົວເມືອງວັງວຽງໃນອະນາຄົດ.

ຂ່າວ: ວິນນາລີ
KPL

ຂ່າວອື່ນໆ

    • ກອງບັນຊາການທະຫານອາກາດ ເປີດຂະບວນ ແຂ່ງຂັນ ຮັກຊາດ ແລະ ພັດທະນາ ປີ 2025ການເມືອງ

      ກອງບັນຊາການທະຫານອາກາດ ເປີດຂະບວນ ແຂ່ງຂັນ ຮັກຊາດ ແລະ ພັດທະນາ ປີ 2025

      5/8/2025 2:33:32 PM

      ຂປລ. ກອງບັນຊາການທະຫານອາກາດ ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈໍາປີ 2025 ຂຶ້ນວັນທີ 7 ພຶດສະພາ 2025 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ທະນູກອນ ສຸລິຍະແສງ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ, ມີຄະນະພັກ-ຄະນະບັນ ຊາ, ຄະນະຫ້ອງ, ກອງພັນ, ກອງຮ້ອຍ ແລະ ບັນດາຫົວໜ້າພະແນກການ ພ້ອມດ້ວຍພະນັກງານ-ນັກ ຮົບ ເຂົ້າຮ່ວມ.

    • ພະນັກງານ-ລັດຖະກອນ ຮຽນຮູ້ການ ນຳໃຊ້ສື່ແບບໃໝ່ ເຂົ້າໃນການປະຕິບັດໜ້າທີ່ການເມືອງ

      ພະນັກງານ-ລັດຖະກອນ ຮຽນຮູ້ການ ນຳໃຊ້ສື່ແບບໃໝ່ ເຂົ້າໃນການປະຕິບັດໜ້າທີ່

      5/8/2025 2:30:38 PM

      ຂປລ. ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດຊຸດຝຶກອົບ ຮົມກ່ຽວກັບ ການນຳໃຊ້ສື່ແບບໃໝ່(AI) ເຂົ້າໃນການຈັດຕັ້ງປະຕິບັດ ວຽກງານວິຊາສະເພາະ ໃຫ້ພະນັກງານ-ລັດຖະກອນ ຈາກຂະແໜງການຕ່າງໆ ອ້ອມຂ້າງ ນະຄອນຫລວງວຽງຈັນ ທັງແບບເຊິ່ງໜ້າ ແລະ ອອນລາຍ ໃນວັນທີ 8 ພຶດສະພາ 2025 ນີ້.

    • ຄະນະບໍລິຫານງານສະຫະພັນກໍາມະບານ ຫສພ ເປີດກອງປະຊຸມໃຫຍ່ ຄັ້ງທີ VIIການເມືອງ

      ຄະນະບໍລິຫານງານສະຫະພັນກໍາມະບານ ຫສພ ເປີດກອງປະຊຸມໃຫຍ່ ຄັ້ງທີ VII

      5/7/2025 8:20:09 PM

      ຂປລ. ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະບໍລິຫານງານສະຫະພັນກໍາມະບານ ຫ້ອງວ່າ ການສູນກາງພັກ (ຫສພ) ຈັດຂຶ້ນໃນວັນທີ 7 ພຶດສະພາ 2025 ໂດຍການເປັນປະທານຂອງ ສະຫາຍ ມີໄຊ ພົມເຂ ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ປະທານສະຫະພັນ ກຳມະບານ ຫສພ

    • ລາວ-ບຣູໄນ ສືບຕໍ່ກົນໄກການ ຮ່ວມມື ສອງຝ່າຍ ໃນຂະແໜງກະສິກຳການເມືອງ

      ລາວ-ບຣູໄນ ສືບຕໍ່ກົນໄກການ ຮ່ວມມື ສອງຝ່າຍ ໃນຂະແໜງກະສິກຳ

      5/6/2025 8:10:52 PM

      ຂປລ. ເມື່ອບໍ່ດົນມານີ້, ຄະນະຜູ້ແທນ ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ນຳໂດຍ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ປະເທດ ບຣູໄນດາຣູຊາລາມ ຢ່າງເປັນທາງການ ເພື່ອເຂົ້າຮ່ວມກອງປະຊຸມຄະນະກຳມະ ການຮ່ວມມືສອງຝ່າຍ ລາວ-ບຣູໄນ ຄັ້ງທີ 2 ແລະ ກອງປະຊຸມອື່ນໆກ່ຽວຂ້ອງ.

    • ໜ່ວຍພັກຫ້ອງການກະຊວງ ຮສສ ເປີດກອງປະຊຸມໃຫຍ່ ຄັ້ງທີ VIການເມືອງ

      ໜ່ວຍພັກຫ້ອງການກະຊວງ ຮສສ ເປີດກອງປະຊຸມໃຫຍ່ ຄັ້ງທີ VI

      5/6/2025 7:52:24 PM

      ຂປລ. ກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄຂຂຶ້ນໃນວັນທີ 5 ພຶດສະພາ 2025 ໂດຍການເປັນປະທານຂອງ ສະຫາຍ ບຸນຍອດ ຈັນທະວອນ ເລຂາໜ່ວຍພັກຫ້ອງການກະຊວງ, ມີສະຫາຍ ນາງ ໃບຄຳ ຂັດທິຍະ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ຮສສ, ມີບັນດາເລຂາໜ່ວຍພັກອອ້ມຂ້າງກະຊວງ ແລະ ສະມາຊິກພັກ ຂອງໜ່ວຍພັກຫ້ອງການກະຊວງ ເຂົ້າຮ່ວມ.

ads
ads

Top