ຂປລ
ຂປລ. ກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄຂຂຶ້ນໃນວັນທີ 5 ພຶດສະພາ 2025 ໂດຍການເປັນປະທານຂອງ ສະຫາຍ ບຸນຍອດ ຈັນທະວອນ ເລຂາໜ່ວຍພັກຫ້ອງການກະຊວງ, ມີສະຫາຍ ນາງ ໃບຄຳ ຂັດທິຍະ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ຮສສ, ມີບັນດາເລຂາໜ່ວຍພັກອອ້ມຂ້າງກະຊວງ ແລະ ສະມາຊິກພັກ ຂອງໜ່ວຍພັກຫ້ອງການກະຊວງ ເຂົ້າຮ່ວມ.

ຂປລ. ກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄຂຂຶ້ນໃນວັນທີ 5 ພຶດສະພາ 2025 ໂດຍການເປັນປະທານຂອງ ສະຫາຍ ບຸນຍອດ ຈັນທະວອນ ເລຂາໜ່ວຍພັກຫ້ອງການກະຊວງ, ມີສະຫາຍ ນາງ ໃບຄຳ ຂັດທິຍະ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ຮສສ, ມີບັນດາເລຂາໜ່ວຍພັກອອ້ມຂ້າງກະຊວງ ແລະ ສະມາຊິກພັກ ຂອງໜ່ວຍພັກຫ້ອງການກະຊວງ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ໄດ້ຮັບຟັງ ແລະ ເປັນເອກະພາບຮັບຮອງເອົາບົດລາຍງານການເມືອງ ການ ນໍາພາ-ຊີ້ນໍາ ວຽກງານຂອງໜ່ວຍພັກ ໃນໄລຍະຜ່ານມາ(2021-2025) ແລະ ທິດທາງແຜນການ, ມາດຕະການຈັດຕັ້ງປະຕິບັດໃນໄລຍະ 5 ປີຕໍ່ໜ້າ (2026-2030), ພ້ອມທັງ ເປັນເອກະພາບຮັບຮອງເອົາ ຮ່າງບົດສໍາຫລວດການນໍາພາ-ຊີ້ນໍາ ວຽກຮອບດ້ານຂອງໜ່ວຍພັກຫ້ອງການ ໃນໄລຍະ 5 ປີຜ່ານມາ ທີ່ສະເໜີໂດຍສະຫາຍເລຂາໜ່ວຍພັກ. ພ້ອມນີ້, ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກ ຂອງ ໜ່ວຍພັກຫ້ອງການກະຊວງ ໄດ້ເປັນເອກະພາບເລືອກຕັ້ງເອົາ ເລຂາ, ຮອງເລຂາ ແລະ ກໍາມະການໜ່ວຍພັກຊຸດ ໃໝ່ ໂດຍເຫັນດີເປັນເອກະພາບເລືອກເອົາ ສະຫາຍ ບຸນຍອດ ຈັນທະວອນ ເປັນເລຂາໜ່ວຍພັກ, ສະຫາຍ ນາງ ມອນທອງ ອິນທະວົງ ເປັນຮອງເລຂາໜ່ວຍພັກ, ທັງເປັນປະທານກວດກາ ແລະ ເລືອກເອົາ ສະຫາຍ ດວງສີ ທຳມະວົງ ເປັນກໍາມະການພັກ. ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາ ຜູ້ແທນສົມບູນ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຂອງ ອົງຄະນະພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຄັ້ງທີ VII ທີ່ຈະຈັດຂຶ້ນໃນຕໍ່ໜ້າ ຕາມລະບຽບຂອງພັກ ມີທັງໝົດ 15 ສະຫາຍ ແລະ ຜູ້ແທນສໍາຮອງ 2 ສະຫາຍ, ຍິງ 1 ສະຫາຍ.

ໂອກາດດັ່ງກ່າວ, ສະຫາຍ ນາງ ໃບຄຳ ຂັດທິຍະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກຊຸດເກົ່າ ຕະຫລອດໄລຍະ 5 ປີຜ່ານມາ ທີ່ໄດ້ນໍາພາປະຕິບັດໜ້າທີ່ການ ເມືອງຂອງຕົນທີ່ຍາດໄດ້ຜົນສໍາເລັດ, ຖືໄດ້ວ່າເປັນຜົນງານລວມຂອງໜ່ວຍພັກ. ໜ່ວຍພັກຫ້ອງການກະຊວງ ຖືວ່າສຳຄັນສຸດ ແລະ ເປັນໝາກຫົວໃຈ ຂອງກະຊວງ ກໍຄື ໃນຂະແໜງ ຮສສ. ພ້ອມກັນນັ້ນ, ສະຫາຍ ຍັງໄດ້ເນັ້ນໃຫ້ຄະນະໜ່ວຍພັກຊຸດໃໝ່ ກໍຄື ສະມາຊິກພັກ ຕ້ອງໄດ້ສືບຕໍ່ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງຕົນໃຫ້ມີຜົນງານໃຫຍ່ຫລວງກວ່າເກົ່າ ໂດຍໃຫ້ເອົາໃຈໃສ່ ເປັນເສນາທິການໃຫ້ຄະນະພັກ, ຄະນະນໍາກະຊວງ ຄົ້ນຄວ້າມາດຕະການຕ່າງໆຂອງພັກ-ລັດ ຫັນເປັນທັນສະໄໝ ເປັນລະບົບຄົບຊຸດ, ເພື່ອປັບປຸງວຽກງານຫ້ອງການກະຊວງ ໃຫ້ມີຄວາມຄ່ອງຕົວ ແລະ ເຂັ້ມແຂງຂຶ້ນກວ່າເກົ່າ, ກຳນົດແຜນການ, ແຜນງານ ເປັນອັນລະອຽດ ລົງເລິກບັນດານິຕິກຳລວມ, ຄົ້ນ ຄວ້າລົງເລິກບັນຫາເປັນອັນລະອຽດ ແລະ ການປະຕິບັດນະໂຍບາຍ ທາງດ້ານສະຫວັດດີການສັງຄົມ ຕ່າງໆ ຂອງພະນັກງານ-ລັດຖະກອນ ໃຫ້ຖືເປັນສຳຄັນ ແລະ ອື່ນໆ.
ພ້ອມນີ້, ກອງປະຊຸມ ຍັງໄດ້ຮຽກຮ້ອງມາຍັງ ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນໜ່ວຍພັກຫ້ອງການກະຊວງ ຈົ່ງພ້ອມກັນເຊີດຊູສະຕິປັນຍາ ແລະ ຄວາມຮັບຜິດຊອບໜ້າທີ່ ການເມືອງຂອງຕົນໃຫ້ສູງຂຶ້ນເລື້ອຍໆ ເພື່ອປັບປຸງວຽກງານຕາມ ທີ່ໄດ້ຮັບມອບໝາຍໃຫ້ມີ ການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ເຮັດໃຫ້ໜ່ວຍພັກມີຄວາມປອດໃສ, ເຂັ້ມແຂງ ແລະ ໝັກແໜ້ນ, ບໍລິການດ້ວຍຄວາມປະທັບໃຈໃຫ້ກັບສັງຄົມ.
ຂໍ້ມູນ-ພາບ: ຂ່າວສານ ຮສສ
KPL