ຂປລ
ຂປລ. ເມື່ອບໍ່ດົນມານີ້, ຄະນະຜູ້ແທນ ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ນຳໂດຍ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ປະເທດ ບຣູໄນດາຣູຊາລາມ ຢ່າງເປັນທາງການ ເພື່ອເຂົ້າຮ່ວມກອງປະຊຸມຄະນະກຳມະ ການຮ່ວມມືສອງຝ່າຍ ລາວ-ບຣູໄນ ຄັ້ງທີ 2 ແລະ ກອງປະຊຸມອື່ນໆກ່ຽວຂ້ອງ.

ຂປລ. ເມື່ອບໍ່ດົນມານີ້, ຄະນະຜູ້ແທນ ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ນຳໂດຍ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ປະເທດ ບຣູໄນດາຣູຊາລາມ ຢ່າງເປັນທາງການ ເພື່ອເຂົ້າຮ່ວມກອງປະຊຸມຄະນະກຳມະ ການຮ່ວມມືສອງຝ່າຍ ລາວ-ບຣູໄນ ຄັ້ງທີ 2 ແລະ ກອງປະຊຸມອື່ນໆກ່ຽວຂ້ອງ. ພ້ອມທັງ, ຢ້ຽມຢາມພື້ນຖານການຜະລິດ ຂອງບຣູໄນດາຣູຊາລາມ ຈຳນວນໜຶ່ງ. ທັງນີ້, ເປັນການສືບຕໍ່ກົນໄກການຮ່ວມມືສອງຝ່າຍ ໃນຂະແໜງກະສິກຳ ຂອງສອງປະເທດ ລາວ-ບຣູໄນດາຣູຊາລາມ.
ການຢ້ຽມຢາມໃນຄັ້ງນີ້, ທ່ານ ລິນຄຳ ດວງສະຫວັນ ໄດ້ເຂົ້າຢ້ຽມຂໍ່ານັບ ສົມເດັດຊຸນຕານ ຮາຈິ ຮັດຊານານໂບນເກຍ ແຫ່ງ ບຣູໄນດາຣຸຊາລາມ ເພື່ອສະແດງຄວາມເຄົາລົບ ແລະ ລາຍງານຈຸດປະສົງການເຄື່ອນໄຫວ ພົບປະຢ້ຽມຢາມ ບຣູໄນດາຣຸຊາລາມ, ພ້ອມທັງໄດ້ນຳເອົາຄວາມຢື້ຢາມ ຖາມຂ່າວອັນອົບອຸ່ນຈາກ ທ່ານປະທານປະເທດ, ທ່ານນາຍົກລັດຖະມົນຕີ, ລັດຖະບານ ແລະ ປະຊາຊົນລາວ ເຖິງ ສົມເດັດຊຸນຕານ ຮາຈິ ຮັດຊານານໂບນເກຍ.
ພ້ອມນີ້, ທ່ານ ລິນຄຳ ດວງສະຫວັນ ໄດ້ນຳພາຄະນະຜູ້ແທນຝ່າຍລາວ ພົບປະສອງຝ່າຍ ກັບ ລັດຖະມົນຕີກະຊວງຊັບພະຍາກອນ ແລະ ທ່ອງທ່ຽວ ແຫ່ງ ບຣູໄນດາຣຸຊາລາມ ເພື່ອປຶກສາຫາລື ແລະ ທົບທວນການຮ່ວມມື ລະຫວ່າງ ສອງກະຊວງໃນໄລຍະຜ່ານມາ ແລະ ການຮ່ວມມືສອງຝ່າຍໃນຕໍ່ໜ້າ ໂດຍສະເພາະແມ່ນ ການຮັບຮອງເອົາຜົນກອງປະຊຸມ JWC ຄັ້ງທີ 2 ເພື່ອຊຸກຍູ້ສົ່ງເສີມວຽກງານການລົງທຶນ-ການຄ້າດ້ານກະສິກຳ ໂດຍການມີສ່ວນຮ່ວມຂອງຜູ້ປະກອບການ.
ນອກຈາກນີ້, ຄະນະຜູ້ແທນຝ່າຍລາວ ຍັງໄດ້ເຂົ້າຮ່ວມ ກອງປະຊຸມຄະນະກຳມາທິການຮ່ວມມືສອງຝ່າຍ ລາວ-ບຣູໄນດາຣຸຊາລາມ ຄັ້ງທີ 2, ພ້ອມທັງນຳພາພາກທຸລະກິດ ເຂົ້າຮ່ວມກອງປະຊຸມພົບປະພາກທຸລະກິດ ລາວ-ບຣູໄນ ເພື່ອປຶກສາຫາລືຊ່ອງທາງ ໃນການດຳເນີນທຸລະກິດຮ່ວມກັນໃນຕໍ່ໜ້າ ໂດຍສະເພາະ ແມ່ນການສົ່ງອອກຜະລິດຕະພັນກະສິກຳ ຈາກ ສປປ ລາວ ໄປ ບຣູໄນດາຣູຊາລາມ ໂດຍມີການສະໜັບສະໜູນ ແລະ ອຳນວຍຄວາມສະດວກຈາກພາກລັດ ຂອງທັງສອງປະເທດ.
ພ້ອມກັນນີ້, ຄະນະຜູ້ແທນຍັງໄດ້ຢ້ຽມຢາມພື້ນຖານການຜະລິດ ທີ່ສຳຄັນຈຳນວນໜຶ່ງ ຂອງ ບຣູໄນດາຣູຊາລາມ ໂດຍສະເພາະ ຟາມປູກພືດຜັກ ທີ່ນຳໃຊ້ ລະບົບ Hydroponis ແລະ ຟາມລ້ຽງສັດນ້ຳ ( ກຸ້ງ ແລະ ປາ) ຕື່ມອີກ.
ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່
KPL