ລັດຖະມົນຕີຕ່າງປະເທດ ພົບປະກັບເລຂາທິການໃຫຍ່ ອົງການຮ່ວມມືດ້ານເສດຖະກິດເພື່ອການພັດທະນາ

06/05/2025 19:31
Email Print 178
ຂປລ ຂປລ. ຕອນເຊົ້າວັນທີ 2 ພຶດສະນາ 2025 ຜ່ານມາ ທີ່ບາງກອກ ປະເທດໄທ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານ Mathias Cormann, ເລຂາທິການໃຫຍ່ ຂອງອົງການຮ່ວມມືດ້ານເສດຖະກິດ ເພື່ອການພັດທະນາ (OECD)

ຂປລ. ຕອນເຊົ້າວັນທີ 2 ພຶດສະນາ 2025 ຜ່ານມາ ທີ່ບາງກອກ ປະເທດໄທ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານ Mathias Cormann, ເລຂາທິການໃຫຍ່ ຂອງອົງການຮ່ວມມືດ້ານເສດຖະກິດ ເພື່ອການພັດທະນາ (OECD) ໃນໂອກາດນຳພາຄະນະຜູ້ແທນ ລາວ ເດີນທາງເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແຜນງານ ໂຄງການອາຊີຕາເວັນອອກສຽງໃຕ້ ຂອງອົງການຮ່ວມມື ດ້ານເສດຖະກິດ ເພື່ອການພັດທະນາປະຈຳປີ 2025 ຫລື 2025 OECD- Southeast Asia Regional Forum.

ຈຸດປະສົງຫລັກຂອງການພົບປະສອງຝ່າຍຄັ້ງນີ້, ເພື່ອຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ OECD ໂດຍສະເພາະ ແມ່ນການປຶກສາຫາລືເພື່ອ ການຍາດແຍ່ງການຊ່ວຍເຫລືອຈາກອົງການ OECD ມາສູ່ ສປປ ລາວ ໂດຍຜ່ານໂຄງການອາຊີຕາເວັນອອກສຽງໃຕ້ (SEARP).

ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈອົງການ OECD ທີ່ ໄດ້ເຊື້ອເຊີນ ສປປ ລາວ ເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລືແຜນງານໂຄງການອາຊີຕາເວັນອອກສຽງໃຕ້ ຂອງອົງການຮ່ວມມືດ້ານ ເສດຖະກິດເພື່ອການພັດທະນາ ໃນຄັ້ງນີ້ ແລະ ໄດ້ຕີລາຄາສູງຕໍ່ບົດບາດ ແລະ ການຊຸກຍູ້ສົ່ງເສີມຮ່ວມມືອົງການ OECD ໂດຍສະເພາະໃນຂົງເຂດອາຊີຕາເວັນອອກ. ພ້ອມນັ້ນ, ຍັງໄດ້ແຈ້ງໃຫ້ອົງການ OECD ຊາບເຖິງບັນດາຂົງເຂດບູລິມະສິດ ຂອງ ສປປ ລາວ ເພື່ອຮ່ວມມືກັບສາກົນ ໂດຍສະເພາະ ການສົ່ງເສີມດ້ານການຄ້າ, ການລົງທຶນ ແລະ ການພັດທະນາດ້ານ ພື້ນຖານໂຄງລ່າງ.

ທ່ານເລຂາທິການໃຫຍ່ຂອງອົງການ OECD ໄດ້ສະແດງຄວາມຊົມເຊີຍ ທີ່ຄະນະຜູ້ແທນຂອງ ສປປ ລາວ ໄດ້ ໃຫ້ຄວາມສຳຄັນໃນການເຂົ້າຮ່ວມ ກອງປະຊຸມເວທີປຶກສາຫາລື ແຜນງານໂຄງການອາຊີຕາເວັນອອກສຽງໃຕ້, ເຊິ່ງເປັນໂອ ກາດອັນດີໃຫ້ແກ່ ສປປ ລາວ ໃນການແລກປ່ຽນບົດຮຽນຮ່ວມກັບປະເທດຕ່າງໆ ກ່ຽວກັບການຮ່ວມມື, ການນຳໃຊ້ກົນກຂອງອົງການ OECD ເພື່ອຊຸກຍູ້ການພັດທະນາ ແລະ ປັບປຸງການກຳນົດນະໂຍບາຍ ພາຍໃນຂອງຕົນໃຫ້ນັບມື້ດີຂຶ້ນ. ພ້ອມນີ້, ທ່ານເລຂາທິການໃຫຍ່ຂອງອົງການ OECD ຍັງໃຫ້ຄໍາໝັ້ນສັນຍາ ໃນການສະໜັບສະໜູນ ການຮ່ວມມືສອງ ຝ່າຍກັບ ສປປ ລາວ ແລະ ໄດ້ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງ ຂອງສອງຝ່າຍ ສືບຕໍ່ພົບປະກັນ ເພື່ອປຶກສາຫາລືໃນລາຍ ລະອຽດເພື່ອຮັດແໜ້ນ ແລະ ເສີມຂະຫຍາຍການຮ່ວມມືລະຫວ່າງ ສປປ ລາວ ກັບອົງການ OECD ແລະ ປະເທດສະ ມາຊິກ ເພື່ອນໍາເອົາຜົນປະໂຫຍດມາສູ່ ສປປ ລາວ.

ການພົບປະຄັ້ງນີ້, ເປັນຄັ້ງທຳອິດຂອງການນຳຂັ້ນສູງຂອງ ສປປ ລາວ ແລະ ເລຂາທິການໃຫຍ່ອົງການ OECD ນັບແຕ່ໄດ້ຮັບການສ້າງຕັ້ງ ເວທີປຶກສາຫາລືແຜນງານໂຄງການອາຊີຕາເວັນອອກສຽງໃຕ້ ຂອງອົງການຮ່ວມມືດ້ານເສດຖະ ກິດເພື່ອການພັດທະນາ(SEARP) ຂຶ້ນນັບແຕ່ປີ 2014. ​


ຂ່າວ-ພາບ:
ກົມການຂ່າວ ກະຊວງການຕ່າງປະເທດ

KPL

ຂ່າວອື່ນໆ

    • ຄະນະບໍລິຫານງານສະຫະພັນກໍາມະບານ ຫສພ ເປີດກອງປະຊຸມໃຫຍ່ ຄັ້ງທີ VIIການເມືອງ

      ຄະນະບໍລິຫານງານສະຫະພັນກໍາມະບານ ຫສພ ເປີດກອງປະຊຸມໃຫຍ່ ຄັ້ງທີ VII

      5/7/2025 8:20:09 PM

      ຂປລ. ກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະບໍລິຫານງານສະຫະພັນກໍາມະບານ ຫ້ອງວ່າ ການສູນກາງພັກ (ຫສພ) ຈັດຂຶ້ນໃນວັນທີ 7 ພຶດສະພາ 2025 ໂດຍການເປັນປະທານຂອງ ສະຫາຍ ມີໄຊ ພົມເຂ ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ປະທານສະຫະພັນ ກຳມະບານ ຫສພ

    • ເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດການເມືອງ

      ເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ

      5/7/2025 8:13:22 PM

      ຂປລ. ກອງປະຊຸມເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດເມືອງວັງວຽງ ແລະ ບໍລິເວນອ້ອມຮອບ ສຳລັບປີ 2025-2035 ຈັດຂຶ້ນໃນວັນທີ 7 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ

    • ລາວ-ບຣູໄນ ສືບຕໍ່ກົນໄກການ ຮ່ວມມື ສອງຝ່າຍ ໃນຂະແໜງກະສິກຳການເມືອງ

      ລາວ-ບຣູໄນ ສືບຕໍ່ກົນໄກການ ຮ່ວມມື ສອງຝ່າຍ ໃນຂະແໜງກະສິກຳ

      5/6/2025 8:10:52 PM

      ຂປລ. ເມື່ອບໍ່ດົນມານີ້, ຄະນະຜູ້ແທນ ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ນຳໂດຍ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ປະເທດ ບຣູໄນດາຣູຊາລາມ ຢ່າງເປັນທາງການ ເພື່ອເຂົ້າຮ່ວມກອງປະຊຸມຄະນະກຳມະ ການຮ່ວມມືສອງຝ່າຍ ລາວ-ບຣູໄນ ຄັ້ງທີ 2 ແລະ ກອງປະຊຸມອື່ນໆກ່ຽວຂ້ອງ.

    • ໜ່ວຍພັກຫ້ອງການກະຊວງ ຮສສ ເປີດກອງປະຊຸມໃຫຍ່ ຄັ້ງທີ VIການເມືອງ

      ໜ່ວຍພັກຫ້ອງການກະຊວງ ຮສສ ເປີດກອງປະຊຸມໃຫຍ່ ຄັ້ງທີ VI

      5/6/2025 7:52:24 PM

      ຂປລ. ກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄຂຂຶ້ນໃນວັນທີ 5 ພຶດສະພາ 2025 ໂດຍການເປັນປະທານຂອງ ສະຫາຍ ບຸນຍອດ ຈັນທະວອນ ເລຂາໜ່ວຍພັກຫ້ອງການກະຊວງ, ມີສະຫາຍ ນາງ ໃບຄຳ ຂັດທິຍະ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ຮສສ, ມີບັນດາເລຂາໜ່ວຍພັກອອ້ມຂ້າງກະຊວງ ແລະ ສະມາຊິກພັກ ຂອງໜ່ວຍພັກຫ້ອງການກະຊວງ ເຂົ້າຮ່ວມ.

    • ແຈ້ງການ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວການເມືອງ

      ແຈ້ງການ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

      5/6/2025 7:33:06 PM

      ຂປລ. ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີແຫ່ງ ສະຫະພັນ ຣັດເຊຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະນໍາພາຄະນະຜູ້ແທນຂັ້ນສູງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນທາງໄປຢ້ຽມຢາມເຮັດວຽກ ຢູ່ ສະຫະພັນ ຣັດເຊຍ

ads
ads

Top