ຂປລ
ດັດຊະນີ ລາຄາ ອາຫານທົ່ວໂລກ ປັບຕົວແພງຂຶ້ນ ໃນເດືອນເມສາ ເນື່ອງຈາກລາຄາ ທັນຍາພືດ,ຊີ້ນສັດ ແລະ ຜະລິດຕະພັນນົມ ປັບຕົວສູງຂຶ້ນ ໃນລະດັບ 128,3ຈຸດ ໃນເດືອນເມສາ ເພີ່ມຂຶ້ນ 1,0 ຈາກເດືອນ ມີນາ ແລະ ເພີ່ມຂຶ້ນ 7,6% ຈາກເດືອນດຽວກັນ ຂອງປີກາຍນີ້.
ຂປລ.ຕາມຂ່າວຈາກ ອີຕາລີ, ດັດຊະນີ ລາຄາ ອາຫານທົ່ວໂລກ ປັບຕົວແພງຂຶ້ນ ໃນເດືອນເມສາ ເນື່ອງຈາກລາຄາ ທັນຍາພືດ,ຊີ້ນສັດ ແລະ ຜະລິດຕະພັນນົມ ປັບຕົວສູງຂຶ້ນ ໃນລະດັບ 128,3ຈຸດ ໃນເດືອນເມສາ ເພີ່ມຂຶ້ນ 1,0 ຈາກເດືອນ ມີນາ ແລະ ເພີ່ມຂຶ້ນ 7,6%ຈາກເດືອນດຽວກັນ ຂອງປີກາຍນີ້. ອີງຕາມຂໍ້ມູນຈາກ ອົງການອາຫານ ແລະ ການກະເສດ ຂອງສະຫະ ປະຊາຊາດ (FAO), ມີສໍານັກງານໃຫຍ່ ຢູ່ນະຄອນຫລວງໂຣມ( Rome)ຂອງອີຕາລີ ລາຍງານວ່າ: ລາຄາ ປະເພດ ເມັດພືດ ແລະ ທັນຍາພືດ, ຜະລິດ ຕະພັນນົມ ແລະ ຊີ້ນສັດ ປັບຕົວຂຶ້ນ 1,2% ຈາກເດືອນມີນາ ເນື່ອງຈາກ ຣັດເຊຍ ເຂັ້ມງວດ ການສົ່ງອອກ .ດັດຊະນີ ລາຄາເຂົ້າ ເພີ່ມຂຶ້ນຫລາຍ ຍ້ອນຄວາມຕ້ອງການ ເພີ່ມສູງຂຶ້ນ ເຊັ່ນດຽວກັນກັບ ແປ້ງສາລີ ທີ່ເພີ່ມຂຶ້ນ ເນື່ອງຈາກ ສ.ອາເມລິກາ ເຂັ້ມງວດ ປະລິມານສິນຄ້າ ສົ່ງອອກ. ການເໜັງຕີງ ຂອງຄ່າສະກຸນເງິນ ສົ່ງຜົນກະທົບຕໍ່ ລາຄາ ຕະຫລາດໂລກ.ໃນຂະນະທີ່ ການປ່ຽນແປງ ນະໂຍບາຍພາສີ ເຮັດໃຫ້ ຕະຫລາດ ມີຄວາມ ບໍ່ແນ່ນອນ ຫລາຍຂຶ້ນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL