ຂປລ
ການສະກັດກັ້ນ ການນຳເຂົ້າ ນົມຜົງໃຫ້ເດັກນ້ອຍ, ອາຫານ ໂພສະນາການ ແລະ ການຊ່ວຍເຫລືອ ມະນຸດສະທຳ ທຸກຮູບແບບ ເຂົ້າໃນເຂດ ກາຊາ ໄດ້ເຮັດໃຫ້ເດັກນ້ອຍ ຫລາຍກວ່າ 70.000 ຄົນ ຕ້ອງເຂົ້າໂຮງໝໍ ຢ່າງຮີບດ່ວນ
ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ການສະກັດກັ້ນ ການນຳເຂົ້າ ນົມຜົງໃຫ້ເດັກນ້ອຍ, ອາຫານ ໂພສະນາການ ແລະ ການຊ່ວຍເຫລືອ ມະນຸດສະທຳ ທຸກຮູບແບບ ເຂົ້າໃນເຂດ ກາຊາ ໄດ້ເຮັດໃຫ້ເດັກນ້ອຍ ຫລາຍກວ່າ 70.000 ຄົນ ຕ້ອງເຂົ້າໂຮງໝໍ ຢ່າງຮີບດ່ວນ ຍ້ອນຂາດສານຫາອານ ຢ່າງຮ້າຍແຮງ ໂດຍສະເພາະ ເດັກນ້ອຍ ຫລາຍກວ່າ 3.500 ຄົນ ອາຍຸຕ່ຳກວ່າ 5 ປີ ມີຄວາມສ່ຽງ ທີ່ຈະເສຍຊີວິດ ຍ້ອນຄວາມອຶດຫິວ. ປັດຈຸບັນ ອົງການ ກູ້ໄພກູ້ຊີບ ແລະ ວຽກເຮັດງານມະນຸດສະທຳ ຂອງສະຫະປະຊາຊາດ ໃຫ້ສຳລັບ ຊາວລີ້ໄພ ປາແລັດສະຕິນ (UNRWA) ໄດ້ກ່າວເຕືອນ ສະພາບການ ມະນຸດສະທຳ ໃນທົ່ວເຂດກາຊາ ຮຽກຮ້ອງ ຄວາມມານະ ພະຍາຍາມສາກົນ ເລັ່ງແກ້ໄຂ ບັນຫາດັ່ງກ່າວ ຢ່າງຮີບດ່ວນ. ຍ້ອນບັນດາ ດ່ານຊາຍແດນ ສືບຕໍ່ຖືກປິດປະຕູ ແລະ ຄຳສັ່ງປິດລ້ອມຂອງ ອິດສະຣາແອນ ທີ່ແກ່ຍາວ ເປັນເວລາ ຫລາຍກວ່າ 60 ວັນຜ່ານມາ ເຮັດໃຫ້ເຄື່ອງຊ່ວຍເຫລືອ ບໍ່ສາມາດ ເຂົ້າເຖິງ ໃນເຂດກາຊາ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL