ຂປລ
ໃນເວລາ 20 ປີມານີ້, ສປ ຈີນ ໄດ້ຊຸກຍູ້ ການສ້າງສວນສາທາລະນະ ບໍລິເວນນ້ຳ ແຫ່ງຊາດ ຢ່າງມີຄຸນນະພາບສູງ, ທັງໝົດ ໄດ້ສ້າງ ສວນສາທາລະນະ ບໍລິເວນນ້ຳ ແຫ່ງຊາດ 903 ແຫ່ງ

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ສປ ຈີນ ສ້າງສວນສາທາລະນະ ບໍລິເວນນ້ຳ ແຫ່ງຊາດ ຄົບຮອບ 20 ປີ. ອົງການປ່າໄມ້ ແລະທົ່ງຫຍ້າ ແຫ່ງຊາດຈີນ ແຈ້ງໃຫ້ຮູ້ວ່າ: ໃນເວລາ 20 ປີມານີ້, ສປ ຈີນ ໄດ້ຊຸກຍູ້ ການສ້າງສວນສາທາລະນະ ບໍລິເວນນ້ຳ ແຫ່ງຊາດ ຢ່າງມີຄຸນນະພາບສູງ, ທັງໝົດ ໄດ້ສ້າງ ສວນສາທາລະນະ ບໍລິເວນນ້ຳ ແຫ່ງຊາດ 903 ແຫ່ງ, ໂດຍໄດ້ອະນຸລັກເຂດ ບໍລິເວນນ້ຳ ເນື້ອທີ່ 2.400.000 ເຮັກຕາ ຢູ່ ສປ ຈີນ ຢ່າງບັງເກີດຜົນ, ທັງໄດ້ສະໜອງ ບໍລິເວນພຽງພໍ ໃຫ້ແກ່ສັດ ແລະ ພືດປ່າ ທີ່ສຳຄັນ ລະດັບຊາດ. ຊຸມປີມໍ່ໆມານີ້, ສປ ຈີນ ໄດ້ເພີ່ມທະວີ ການອະນຸລັກ ເຂດບໍລິເວນນ້ຳ ຢ່າງຕໍ່ເນື່ອງ, ໂດຍໄດ້ກອບກູ້ ແລະ ອະນຸລັກ ຊັບພະຍາກອນ ເຂດບໍລິເວນນ້ຳ ທີ່ມີຄຸນຄ່າສູງ ດ້ານນິເວດຈຳນວນ ຫລວງຫລາຍ ໃນເນື້ອທີ່ ເຂດບໍລິເວນນ້ຳ 4% ໃນທົ່ວປະເທດ. ພ້ອມດຽວກັນນັ້ນ, ຍັງໄດ້ຍົກລະດັບ ການພັດທະນາ ຂອງຂະແໜງການຕ່າງໆ ເຊັ່ນ: ການທ່ອງທ່ຽວ ສວນສາທາລະນະ ບໍລິເວນນ້ຳ, ການສຳຜັດກັບ ວັດທະນະທຳ, ການສຶກສາ ດ້ານທຳມະຊາດ ແລະ ອື່ນໆ. ປັດຈຸບັນ, ສວນສາທາລະນະ ບໍລິເວນນ້ຳແຫ່ງຊາດ ປະມານ 90% ແມ່ນບໍ່ຕ້ອງເສຍຄ່າເຂົ້າ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL