ສ້າງຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກ ສາມາດທົນທານກັບການປ່ຽນແປງດິນຟ້າອາກາດ

05/05/2025 19:59
ຂປລ ຂປລ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການລິເລີ່ມ ລະບົບສາທາລະນະສຸກ ທີ່ມີຄວາມທົນທານຕໍ່ການປ່ຽນແປງສະພາບດິນຟ້າອາກາດ ໄດ້ຈັດຂຶ້ນເມື່ອບໍ່ດົນມາ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສູກ ແລະ ທ່ານ ລູກ ເອັບສ໌ ຫົວໜ້າອົງການຊ່ວຍເຫລືອເດັກສາກົນປະຈໍາ ສປປ ລາວ



ຂປລ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການລິເລີ່ມ ລະບົບສາທາລະນະສຸກ ທີ່ມີຄວາມທົນທານຕໍ່ການປ່ຽນແປງສະພາບດິນຟ້າອາກາດ ໄດ້ຈັດຂຶ້ນເມື່ອບໍ່ດົນມາ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສູກ ແລະ ທ່ານ ລູກ ເອັບສ໌ ຫົວໜ້າອົງການຊ່ວຍເຫລືອເດັກສາກົນປະຈໍາ ສປປ ລາວ ໂດຍມີ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາມາລະນະສຸກ
, ທ່ານ ທິມໂມຕີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ການສ້າງຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກ ໃນ ສປປ ລາວ ເພື່ອສາມາດທົນທານກັບສະພາບການປ່ຽນແປງດິນຟ້າອາກາດ ເປັນໂຄງການຄັ້ງທຳອິດຂອງ ສປປ ລາວ ໂດຍໄດ້ຮັບທຶນສະໜັບສະໜູນຈາກ ກອງທຶນສີຂຽວທາງດ້ານ ການປ່ຽນແປງດິນຟ້າອາກາດ (GCF) ຜ່ານອົງການຊ່ວຍເຫລືອເດັກ ອົດສະຕຣາລີ ດ້ວຍການປະກອບທຶນຊ່ວຍເຫລືອ ຈາກອົງການຊ່ວຍເຫລືອເດັກ ສະຫະລັດອາເມລິກາ, ອົງການອະນາໄມໂລກ ແລະ ລັດຖະ ບານແຫ່ງ ສປປ ລາວ (ໃນຮູບແບບການສົມທົບທີ່ບໍ່ແມ່ນເງິນ) ໂດຍມີຈຸດປະສົງເພື່ອເສີມສ້າງຄວາມເຂັ້ມແຂງ ດ້ານການປັບຕົວຕໍ່ ການປ່ຽນແປງດິນຟ້າອາກາດ ແລະ ມີຄວາມຍືນຍົງຂອງລະບົບສາທາລະນະສຸກ ໃນ 7 ແຂວງເປົ້າໝາຍຂອງໂຄງການ ເນື່ອງຈາກເດັກນ້ອຍເປັນກຸ່ມ ທີ່ມີຄວາມສ່ຽງສູງທີ່ສຸດ ຕໍ່ໄພອັນຕະລາຍດ້ານສຸຂະພາບ ທີ່ກ່ຽວຂ້ອງກັບການປ່ຽນແປງດິນຟ້າອາກາດ ລວມທັງໄຂ້ ເລືອດອອກ, ພະຍາດຖອກທ້ອງ ແລະ ພາວະຂາດສານອາຫານອັນເນື່ອງ ມາຈາກການປ່ຽນແປງສະພາບອາກາດຮຸນແຮງ ທີ່ສົ່ງຜົນກະທົບຕໍ່ພືດຜົນ, ທີ່ຢູ່ອາໄສ, ລະບົບນໍ້າ ແລະ ສຸຂາພິ ບານ ເຊິ່ງໂຄງການນີ້ ໄດ້ກຳນົດກິດຈະກໍາເປົ້າໝາຍ ເພື່ອປົກປ້ອງສະຫວັດດີພາບ ແລະ ອື່ນໆ.

ໃນໄລຍະ 5 ປີຂ້າງໜ້າ, ໂຄງການຈະໃຫ້ການສະໜັບສະໜູນ ສະຖານທີ່ບໍລິການສາທາລະນະສຸກ ຈໍານວນ 100 ແຫ່ງ ແລະ ຊຸມຊົນຈໍານວນ 250 ແຫ່ງ ໃນ 25 ເມືອງ ຂອງ 7 ແຂວງ ໂດຍຈະເສີມສ້າງຄວາມສາມາດຂອງພະນັກງານສາທາລະນະສຸກ ໃນການແກ້ໄຂຄວາມສ່ຽງ ດ້ານສຸຂະພາບ ທີ່ກ່ຽວຂ້ອງກັບ ການປ່ຽນແປງດິນຟ້າອາກາດ, ປັບປຸງພື້ນຖານໂຄງລ່າງ ດ້ານສາທາລະນະສຸກ ໃຫ້ມີຄວາມທົນທານຕໍ່ ການປ່ຽນແປງດິນຟ້າອາກາດ ແລະ ປະຢັດພະ ລັງງານ ໃນສະຖານທີ່ບໍລິການສາທາລະນະສຸກ ຈໍານວນ 79 ແຫ່ງ; ເພີ່ມຄວາມຮັບຮູ້ຂອງຊຸມຊົນກ່ຽວກັບຜົນກະ ທົບຂອງການປ່ຽນແປງ ດິນຟ້າອາກາດຕໍ່ສຸຂະພາບ. ພ້ອມກັນນັ້ນ, ໂຄງການຈະສ້າງຄວາມເຂັ້ມແຂງ ໃຫ້ແກ່ຊຸມຊົນໃນການກໍານົດບຸລິມະສິດ ດ້ານສຸຂະພາບ ທີ່ກ່ຽວພັນກັບການປ່ຽນແປງດິນຟ້າອາກາດ, ຂະຫຍາຍລະບົບເຕືອນໄພລ່ວງໜ້າ ແລະ ປັບປຸງການເຂົ້າເຖິງ ການບໍລິການດ້ານສຸຂະພາບ ໃຫ້ແກ່ປະຊາຊົນ ຫລາຍກວ່າ 2,3 ລ້ານຄົນ ໃນເຂດຊົນນະບົດທີ່ມີຄວາມສ່ຽງສູງ ຕໍ່ການປ່ຽນແປງດິນຟ້າອາກາດ.


ຂ່າວ: ທະນູທອງ

KPL

ຂ່າວອື່ນໆ

    • ແກມຊິວ ເສີີມແນວຄວາມຄິດສື່ດີຈິຕອນ ແລະ ບົດຮຽນດ້ານສິ່ງແວດລ້ອມ ໃຫ້ສື່ມວນຊົນລາວ ວັດທະນະທຳ-ສັງຄົມ

      ແກມຊິວ ເສີີມແນວຄວາມຄິດສື່ດີຈິຕອນ ແລະ ບົດຮຽນດ້ານສິ່ງແວດລ້ອມ ໃຫ້ສື່ມວນຊົນລາວ

      5/5/2025 7:48:21 PM

      ຂປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວ ໃນ ສປປ ລາວ (ແກມຊິວ) ເນັ້ນໃຫ້ສື່ມວນຊົນ ໃນແຕ່ລະທ້ອງຖິ່ນ ເວົ້າລວມພາຍໃນທົ່ວປະເທດ ເຜີຍແຜ່ຂໍ້ມູນຂ່າວສານດ້ານສິ່ງແວດລ້ອມໃຫ້ຫລາຍຂຶ້ນ ແລະ ເຂົ້າເຖິງທຸກກຸ່ມເປົ້າໝາຍ ແນໃສ່ປຸກລະດົມທົ່ວສັງຄົມ ຫັນມາເອົາໃຈໃສ່ໃນການຮັກສາສິ່ງແວດລ້ອມ.

    • ເພີ່ມທະວີການເຝົ້າລະວັງ ແລະ ສະກັດກັ້ນ ການແຜ່ລະບາດ ຂອງພະຍາດໄຂ້ເລືອດດໍາວັດທະນະທຳ-ສັງຄົມ

      ເພີ່ມທະວີການເຝົ້າລະວັງ ແລະ ສະກັດກັ້ນ ການແຜ່ລະບາດ ຂອງພະຍາດໄຂ້ເລືອດດໍາ

      5/5/2025 10:39:53 AM

      ຂປລ. ປັດຈຸບັນພະຍາດໄຂ້ເລືອດດໍ ກຳລັງລະບາດຢູ່ຈັງຫວັດມຸກດາຫານ, ປະເທດໄທ ເຊິ່ງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມ ເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ ເຮັດໃຫ້ສັດລ້ຽງຕາຍ ເປັນຈຳນວນຫລາຍ.

    • ໂຮງງານມິດຕະພາບລາວ-ຫວຽດນາມ ພົ້ນເດັ່ນ ໃນການຜະລິດ ແລະ ສ້ອມແປງ ຮັບໃຊ້ກອງທັບວັດທະນະທຳ-ສັງຄົມ

      ໂຮງງານມິດຕະພາບລາວ-ຫວຽດນາມ ພົ້ນເດັ່ນ ໃນການຜະລິດ ແລະ ສ້ອມແປງ ຮັບໃຊ້ກອງທັບ

      5/2/2025 7:36:16 PM

      ຂປລ. ໂຮງງານມິດຕະພາບລາວ-ຫວຽດນາມ ເປັນໂຮງງານໜຶ່ງ ຂອງກະຊວງປ້ອງກັນປະເທດ ພາຍໃຕ້ການຊີ້ນໍາລວມຂອງກົມໃຫຍ່ເຕັກນິກກອງທັບ, ຊີ້ນໍາໂດຍກົມອຸດສາຫະກຳປ້ອງກັນຊາດ, ມີພາ ລະບົດບາດໜ້າທີສ້ອມແປງຟື້ນຟູພາຫະນະເຕັກນິກລົດ ແລະ ຜະລິດບັນດາຜະລິດຕະພັນຕ່າງໆ ຮັບໃຊ້ໃຫ້ແກ່ກອງທັບ, ເປັນບ່ອນຝຶກງານ, ຝຶກອົບຮົມວິຊາການ-ນາຍຊ່າງ ໃຫ້ແກ່ນັກຮຽນ, ນັກສຶກສາ ພາຍໃນກອງທັບ ແລະ ພາກລັດ, ທັງເປັນບ່ອນຝຶກຝົນຫລໍ່ຫລອມພະນັກງານນໍາພາ-ບັນຊາໃຫ້ກາຍເປັນພະ ນັກງານຫລັກແຫລ່ງ

    • ຍ່າງເພື່ອສຸຂະພາບ ສະຫລອງ ວັນກຳມະກອນສາກົນ ຄົບຮອບ 139 ປີວັດທະນະທຳ-ສັງຄົມ

      ຍ່າງເພື່ອສຸຂະພາບ ສະຫລອງ ວັນກຳມະກອນສາກົນ ຄົບຮອບ 139 ປີ

      5/1/2025 12:55:46 PM

      ຂປລ. ພິທີຍ່າງເພື່ອສຸຂະພາບ ສະເຫລີມສະຫລອງວັນກຳມະກອນສາກົນ ຄົບຮອບ 139 ປີ (1/5/1886-1/5/2025) ຈັດຂຶ້ນໃນວັນທີ 1 ພຶດສະພາ 2025 ຢູ່ສວນປະຕູໄຊ ນະຄອນຫລວງວຽງຈັນ ໂດຍມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ປະທານ, ຮອງປະທານ ສະຫະພັນກໍາມະບານກະຊວງ, ອົງການ, ນະຄອນຫລວງວຽງຈັນ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນປະຈໍາລາວ, ພະນັກງານ-ລັດຖະກອນ, ສະມາຊິກກໍາມະບານ, ກໍາມະກອນ, ຜູ້ອອກແຮງງານ ແລະ ມວນຊົນຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມ.

    • ວາງສີລາລຶກ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເນີນ 1ວັດທະນະທຳ-ສັງຄົມ

      ວາງສີລາລຶກ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເນີນ 1

      4/30/2025 4:58:16 PM

      ຂປລ. ພິທີວາງສີລາລຶກ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກນໍ້າເນີນ 1 ເມືອງໜອງແຮດ, ແຂວງຊຽງຂວາງ ຈັດ​ຂຶ້ນໃນວັນທີ 29 ເມສາ 2025 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍການນຳແຂວງຊຽງຂວາງ ແລະ ແຂວງຫົວພັນ, ທ່ານ ສູນທອນ ຊາບັນດິດ ປະທານບໍລິສັດ ເຂື່ອນໄຟຟ້ານໍ້າຕົກນໍ້າເນີນ 1 ຈຳກັດຜູ້ດຽວ, ພ້ອມ​ຄະນະບໍລິຫານບໍລິສັດ ​ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top