ຂປລ
ສ.ອາເມລິກາ ຈັດແຜນ ງົບປະມານປີ 2026 ຈະຢູ່ໃນລະດັບ 1.700 ຕື້ໂດລາສະຫະລັດ ໄດ້ຫລຸດລົງ 7,6% ເມື່ອທຽບໃສ່ປີ 2025. ພາຍຫລັງ ລັດຖະບານ ສະຫະລັດ ອາເມລິກາ ທີ່ນຳໂດຍ ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ໄດ້ປະກາດ ແຜນງົບປະມານປີ 2026 ໂດຍຈະຕັດລາຍຈ່າຍ ຂອງລັດຖະບານ ໃຫ້ຫລຸດໜ້ອຍລົງ ຈຳນວນ 163 ຕື້ໂດລາສະຫະລັດ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ສ.ອາເມລິກາ ຈັດແຜນ ງົບປະມານປີ 2026 ຈະຢູ່ໃນລະດັບ 1.700 ຕື້ໂດລາສະຫະລັດ ໄດ້ຫລຸດລົງ 7,6% ເມື່ອທຽບໃສ່ປີ 2025. ພາຍຫລັງ ລັດຖະບານ ສະຫະລັດ ອາເມລິກາ ທີ່ນຳໂດຍ ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ໄດ້ປະກາດ ແຜນງົບປະມານປີ 2026 ໂດຍຈະຕັດລາຍຈ່າຍ ຂອງລັດຖະບານ ໃຫ້ຫລຸດໜ້ອຍລົງ ຈຳນວນ 163 ຕື້ໂດລາສະຫະລັດ. ເມື່ອທຽບໃສ່ປີ 2025, ງົບປະມານ ທີ່ສະເໜີ ສະບັບນີ້ ຈະເພີ່ມລາຍຈ່າຍ ດ້ານການປ້ອງກັນຊາດ 13%, ລາຍຈ່າຍ ດ້ານຄວາມໝັ້ນຄົງ ຂອງດິນແດນແຫ່ງຊາດ ເພີ່ມຂຶ້ນເກືອບ 65%, ລາຍຈ່າຍ ທີ່ບໍ່ແມ່ນດ້ານການປ້ອງກັນຊາດ ແຕ່ສາມາດນຳໃຊ້ໄດ້ ຢ່າງເສລີນັ້ນ ຈະຖືກຕັດລົງ 23%. ນອກຈາກນີ້, ເຈົ້າໜ້າທີ່ ລະດັບສູງ ຂອງຫ້ອງການ ຄຸ້ມຄອງ ແລະ ງົບປະມານ ໃຫ້ຮູ້ວ່າ: ມີແຜນ ຈະສົ່ງແຜນການຍົກເລີກ ການຕັດງົບປະມານຂອງ "ກະຊວງ ປະສິດທິພາບ ຂອງລັດຖະບານ" ໃຫ້ລັດຖະສະພາ ແລະ ຂໍ້ສະເໜີ ດ້ານສ່ວຍສາອາກອນ ຈະຖືກລວມເຂົ້າ ໃນງົບປະມານ ສະບັບ ຄົບຖ້ວນ ໃນທ້າຍປີນີ້./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL