ຂປລ
ຂປລ. ເມື່ອບໍ່ດົນມານີ້, ສະພາແຫ່ງຊາດ (ສພຊ) ໄດ້ເຜີຍແຜ່ບົດສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ການປັບປຸງກົງຈັກການຈັດຕັ້ງ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025, ເຜີຍແຜ່ເອກະສານສໍາຄັນຂອງພັກ

ຂປລ. ເມື່ອບໍ່ດົນມານີ້, ສະພາແຫ່ງຊາດ (ສພຊ) ໄດ້ເຜີຍແຜ່ບົດສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ການປັບປຸງກົງຈັກການຈັດຕັ້ງ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025, ເຜີຍແຜ່ເອກະສານສໍາຄັນຂອງພັກ, ປະກາດການແຕ່ງຕັ້ງ ແລະ ຍົກຍ້າຍຕໍາແໜ່ງບໍລິຫານ ໂດຍການເປັນປະທາຂອງ ສະຫາຍ ຄໍາໃບ ດໍາລັດ ກໍາມະການສູນກາງພັກ, ປະທານກວດກາພັກ-ລັດສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ມີຄະນະປະຈໍາ, ຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຄະນະໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ, ສະມາຊິກພັກສົມບູນ ແລະ ສຳຮອງ ພາຍໃນ ສພຊ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ຄໍາໃບ ດໍາລັດ ໄດ້ມີຄໍາເຫັນແລກປ່ຽນ ໂດຍເນັ້ນໃຫ້ຄະນະບໍລິຫານງານ ພັກສະພາແຫ່ງຊາດ ທີ່ນໍາພາຢູ່ແຕ່ລະຂົງເຂດ, ບັນດາຮາກຖານພັກ ຈະຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ມີຄວາມເຂົ້າໃຈຕໍ່ສະພາບການ, ມີຄວາມອົດທົນ, ມີຄວາມເປັນເອກະພາບຕໍ່ແນວທາງ ນະໂຍບາຍຂອງພັກ ແລະ ເປັນເຈົ້າການເຂົ້າຮ່ວມແກ້ໄຂບັນຫາຕ່າງໆ ໃຫ້ບັນລຸຜົນສໍາເລັດ; ຈໍາແນກໄດ້ເລ່ຫລ່ຽມ, ການໂຄສະນາບິດເບືອນ ຂອງຄົນບໍ່ດີ ທີ່ຫວັງມ້າງເພທໍາລາຍ, ສ້າງຄວາມແຕກແຍກພາຍໃນພວກເຮົາ. ພ້ອມກັນນັ້ນ, ກໍຄວນເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ໃນສະພາບຫຍຸ້ງຍາກແນວນີ້ ເປັນຕົ້ນ ການປະຢັດມັດທະຍັດ, ຊ່ວຍເຫລືອເຊິ່ງກັນ ແລະ ກັນພາຍໃນພະນັກງານ-ລັດຖະກອນ ໂດຍສະເພາະຜູ້ທີ່ມີ ຄວາມຫຍຸ້ງຍາກ ແທ້ເຊິ່ງບັນຫານີ້, ຄະນະພັກ, ຄະນະປະຈໍາສະພາແຫ່ງຊາດ ໄດ້ຊີ້ນໍາອົງການຊ່ວຍວຽກຂອງຄະນະພັກ ສພຊ ແລ້ວ. ປັດຈຸບັນ, ຄະນະບໍລິຫານງານພັກສະພາແຫ່ງຊາດ ໄດ້ຊີ້ນໍາການຈັດຕັ້ງຜັນຂະຫາຍຕາມທິດຂອງມະຕິຄະນະບໍລິຫານງານສູນກາງພັກ ວ່າດ້ວຍການ ປັບປຸງກົງຈັກ ການຈັດຕັ້ງ ສະບັບເລກທີ 03/ຄບສພ ເຊິ່ງໄດ້ຊີ້ນໍາຄະນະປັບປຸງກົງຈັກການຈັດຕັ້ງຂອງ ສພຊ ຄົ້ນຄວ້າການໂຮມກົງຈັກພາຍໃນ ສພຊ ລວມທັງເກັບກໍາບຸກຄະລາກອນ, ການຮ່າງນິຕິກໍາການຈັດຕັ້ງ ແລະ ເຄື່ອນໄຫວຂອງກົງຈັກ ແລະ ອື່ນໆ ເພື່ອຮອງຮັບໃຫ້ ສພຊ ຊຸດທີ X. ສະນັ້ນ, ສະເໜີຄະນະນໍາ ຂອງກໍາມາທິການ, ຄະນະເລຂາທິການ, ສະຖາບັນຄົ້ນຄວ້ານິຕິກໍາ ໃຫ້ການຮ່ວມມືສະໜັບສະໜູນ, ຄົ້ນຄວ້າ, ປຶກສາຫາລື ເພື່ອສ້າງຄວາມເປັນເອກະພາບ ໃຫ້ສໍາເລັດໃນ ສພຊ ຊຸດທີ IX; ສະເໜີບັນດາກໍາມາທິການ, ຄະນະເລຂາທິການ, ສະຖາບັນຄົ້ນຄວ້ານິຕິກໍາ ພ້ອມພະນັກງານພາຍໃນ ສະພາແຫ່ງຊາດ ຈົ່ງຂຸ້ນຂ້ຽວກະກຽມວຽກງານທີ່ຢູ່ໃນຮັບຜິດຊອບຂອງຕົນ ເພື່ອເຮັດໃຫ້ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ຊຸດທີ IX ເຊິ່ງຄາດຄະເນຈະຈັດຂຶ້ນໃນເດືອນມິຖຸນານີ້ ມີຜົນສໍາເລັດຈົບງາມ.

ເພື່ອເຮັດໃຫ້ວຽກງານ ການກະກຽມເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III ດໍາເນີນໄປສອດຄ່ອງກັບກົດໝາຍ ແລະ ຮັບປະກັນຕາມທິດຊີ້ນໍາຂອງກົມການເມືອງສູນກາງພັກ ທັງໄດ້ຕາມຄາດໝາຍທີ່ຄະນະປະຈໍາ ສະພາແຫ່ງຊາດ ກໍານົດໄວ້ນັ້ນ, ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຮີບຮ້ອນຄົ້ນຄວ້າສ້າງເອກະສານທີ່ກ່ຽວຂ້ອງ ເພື່ອຂໍທິດຊີ້ນໍາຈາກກົມການເມືອງສູນກາງພັກ ແລະ ບັນດາເອກະສານທີ່ຮັບໃຊ້ໃຫ້ແກ່ການເລືອກຕັ້ງຄັ້ງນີ້ ລວມທັງການເກັບກໍາ ແລະ ຂຶ້ນບັນຊີອຸປະກອບຮັບໃຊ້ການເລືອກຕັ້ງ ໃຫ້ມີຜົນສໍາເລັດ ຕາມຄາດໝາຍທີ່ວາງໄວ້; ໃຫ້ບັນດາໜ່ວຍພັກຮາກຖານ, ໜ່ວຍພັກ ກະກຽມການສະຫລຸບວຽກງານໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ວຽກງານຮັກຊາດພັດທະນາ, ວຽກງານຍ້ອງຍໍ ແລະ ອື່ນໆ ໃຫ້ສໍາເລັດກ່ອນເດືອນຕຸລາ 2025. ຫລັງຈາກນັ້ນ, ຄະນະຮັບຜິດຊອບ ຈະຄົ້ນຄວ້າ ແລະ ສະເໜີຂັ້ນເທິງພິຈາລະນາຕົກລົງ ຈັດຕັ້ງປະຕິບັດໃຫ້ທັນກັບສະພາບການ.
ພ້ອມນັ້ນ, ສະຫາຍຮອງປະທານສະພາແຫ່ງຊາດ ຍັງສະແດງຄວາມຊົມເຊີຍ ບັນດາສະຫາຍທີ່ໄດ້ເລື່ອນຕໍາ ແໜ່ງໃໝ່ ເຊິ່ງລ້ວນແລ້ວແຕ່ແມ່ນຜູ້ທີ່ມີເງື່ອນໄຂ ມາດຕະຖານຄົບຖ້ວນ, ແມ່ນຜູ້ທີ່ໄດ້ຮັບຄວາມເຊື່ອໝັ້ນ, ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ທັງເນັ້ນໃຫ້ສະຫາຍ ທີ່ໄດ້ເລື່ອນຕໍາແໜ່ງໃໝ່ ຈົ່ງປະກອບ ສ່ວນທຸ່ມເທເຫື່ອແຮງ, ສະຕິປັນຍາ, ເຮັດວຽກຢ່າງບໍ່ຮູ້ອິດຮູ້ເມື່ອຍ ເພື່ອປະຕິບັດໜ້າທີ່ວຽກງານ ທີ່ຕົນຮັບຜິດຊອບດ້ວຍຄຸນນະພາບ, ຊ່ວຍເຮັດໃຫ້ກົງຈັກທີ່ຕົນສັງກັດມີຜົນສໍາເລັດ. ສ່ວນການຍົກຍ້າຍໄປປະຕິບັດໜ້າທີ່ໃໝ່ ກໍຄືການໝູນວຽນສັບປ່ຽນໜ້າທີ່, ການດໍາລົງຕໍາແໜ່ງຈາກບ່ອນເກົ່າໄປ ຮັບຜິດຊອບໜ້າທີ່ໃໝ່ ຕາມຄວາມຮຽກຮ້ອງຂອງໜ້າທີ່ການເມືອງ, ເພື່ອສ້າງເງື່ອນໄຂໃຫ້ພະນັກງານໄດ້ຝຶກຝົນ, ທົດສອບໃນພຶດຕິກໍາຕົວຈິງຢ່າງຮອບດ້ານ, ມີຄວາມຊໍານານງານ, ສ້າງຖັນແຖວພະນັກງານໃຫ້ສົມຄູ່ ກັບໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ເຮັດໜ້າທີ່ໃຫ້ການຈັດຕັ້ງຢູ່ແຕ່ລະຂັ້ນ ແລະ ຂະແໜງການຕ່າງໆ ມີສະຖຽນລະພາບ, ມີການເຄື່ອນໄຫວຢ່າງຕັ້ງໜ້າ ແລະ ມີປະ ສິດທິພາບ.
ຂ່າວ-ພາບ: ສພຊ
KPL