ຂປລ
ສສ ຫວຽດນາມ ແລະ ສີລັງການ ສູ້ຊົນໃຫ້ວົງເງິນການຄ້າ ສອງຝ່າຍໃຫ້ບັນລຸ 1ຕື້ໂດລາ ສະຫະລັດ ແລະ ເພີ່ມການລົງທຶນ ສອງສົນ ໃຫ້ສູງຍິ່ງຂຶ້ນ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ສສ ຫວຽດນາມ ແລະ ສີລັງການ ສູ້ຊົນໃຫ້ວົງເງິນການຄ້າ ສອງຝ່າຍໃຫ້ບັນລຸ 1ຕື້ໂດລາ ສະຫະລັດ ແລະ ເພີ່ມການລົງທຶນ ສອງສົນ ໃຫ້ສູງຍິ່ງຂຶ້ນ. ພາຍຫລັງ ທ່ານ ເລືອງເກື່ອງ, ປະທານ ປະເທດ ຫວຽດນາມ ແລະ ທ່ານ ອານູຣາ ກູມາຣາ ດີສານາຢາກາ( Anura Kumara Dissanayaka),ປະທານາທິບໍດີ ສັງລັງກາ ໄດ້ພົບປະກັນ ໃນວັນທີ 5ພຶດສະພານີ້ ຢູ່ນະຄອນຫລວງ ຮ່າໂນ້ຍ ໂດຍທັງສອງຝ່າຍ ໄດ້ເຫັນດີ ເປັນເອກະພາບ ຊຸກຍູ້ ບັນດາ ການຢ້ຽມຢາມ ຂັ້ນສູງ, ທຸກຂັ້ນ ເປັນປະຈຳ, ຄົ້ນຄ້ວາ ຄວາມອາດສາມາດ ຍົກລະດັບ ການພົວພັນ ເມື່ອມີເງື່ອນໄຂ ແລະ ໄດ້ຮັບຄວາມເຫັນດີ ຈາກສອງຝ່າຍ. ພ້ອມທັງ ເນັ້ນໜັກເຖິງ ຄວາມສາມາດ ບົ່ມຊ້ອນ ໃນການຮ່ວມມື ດ້ານເສດຖະກິດ, ການຄ້າ, ການລົງທຶນ ລະຫວ່າງ ສອງປະເທດ ໃຫ້ໃຫຍ່ຫລວງທີ່ສຸດ ແລະ ສ້າງເງື່ອນໄຂສະດວກ ເປີດປະຕູໃຫ້ແກ່ ສິນຄ້າ ທີ່ເປັນທ່າແຮງ ແຕ່ລະປະເທດ ໃຫ້ແຊກຊືມ ເຂົ້າກັບຕະຫລາດຂອງກັນ, ມຸ່ງໄປເຖິງ ການຫັນລະບົບ ສະໜອງ ເປັນຫລາຍຮູບແບບ ເພື່ອກ້າວໄປສູ່ ເປົ້າໝາຍ ທີ່ກຳນົດໄວ້. ຂະນະທີ່ ທ່ານ ປະທານາທິບໍດີ ສີລັງກາ ຍັງຢັ້ງຢືນ ຈະສ້າງເງື່ອນໄຂ ສົ່ງເສີມ ວິສາຫະກິດ ຫວຽດນາມ ເຂົ້າໃນມາລົງທຶນ ບັນດາຂົງເຂດ ຍຸດທະສາດ ຊຶ່ງສີລັງກາ ມີຄວາມຕ້ອງການສູງຄື: ພື້ນຖານໂຄງລ່າງ, ໂທລະຄົມ ມະນາຄົມ, ການສຶກສາ, ການແພດ, ກະສິກຳ ນຳໃຊ້ເຕັກໂນໂລຢີສູງ, ປຸງແຕ່ງ ຜະລິດ ຕະພັນ ກະສິກຳ, ອາຫານ ການກິນ, ການຂາຍຍ່ອຍ, ການຂົນສົ່ງ ແລະ ການທ່ອງທ່ຽວ. ນອກນີ້ ຜູ້ນຳທັງສອງຝ່າຍ ໄດ້ເຂົ້າຮ່ວມ ເປັນສັກຂີພິຍານ ພິທີລົງນາມ ເອກະສານ ຮ່ວມມື 5 ສະບັບ ໃນບັນດາ ຂົງເຂດຄື: ການຕ່າງ ປະເທດ, ການຄ້າ, ພາສີ, ກະສິກຳ ແລະ ປະດິດສ້າງເຄື່ອງຈັກ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL