ຄຕພ ປະກາດພະນັກງານ ອອກພັກການ-ຮັບອຸດໜູນບຳນານ

05/05/2025 20:26
Email Print 104
ຂປລ ຂປລ. ຄະນະພົວພັນຕ່າງປະເທດສູນກາງພັກ ຈັດພິທີປະກາດ ພະນັກງານຂັ້ນສູນກາງຄຸ້ມຄອງ ອອກພັກການ-ຮັບອຸດໜູນບຳນານ ໃນວັນທີ 2 ພຶດສະພາ 2025 ຜ່ານມາ ໂດຍໃຫ້ການເປັນປະທານ ຂອງ ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ, ມີຄະນະພັກ, ຄະນະນຳ, ຄະນະກົມ ແລະ ຄະນະພະແນກເຂົ້າຮ່ວມ.





ຂປລ. ຄະນະພົວພັນຕ່າງປະເທດສູນກາງພັກ ຈັດພິທີປະກາດ ພະນັກງານຂັ້ນສູນກາງຄຸ້ມຄອງ ອອກພັກການ-ຮັບອຸດໜູນບຳນານ ໃນວັນທີ 2 ພຶດສະພາ 2025 ຜ່ານມາ ໂດຍໃຫ້ການເປັນປະທານ ຂອງ ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການເລຂາຄະນະບໍລິຫານງານພັກ, ຮັກສາການຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ, ມີຄະນະພັກ, ຄະນະນຳ, ຄະນະກົມ ແລະ ຄະນະພະແນກເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ສະຫາຍ ເກີລໍ່ ຢ່າງກໍ່ ກຳມະການຄະນະພັກ, ເລຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງ-ພະນັກ ງານ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 336/ຄລສພ, ລົງວັນທີ 02/01/2025 ວ່າດ້ວຍການອະນຸມັດໃຫ້ ສະຫາຍ ນາງ ສິຣິພອນ ຄູຫາເທບ ກຳມະການຄະນະພັກ, ເລຂາໜ່ວຍພັກ, ຫົວໜ້າກົມ ເອີຣົບ-ອາເມຣິກາ ຂອງຄະນະພົວພັນຕ່າງປະເທດສູນກາງພັກ ອອກພັກການ-ຮັບອຸດໜູນບຳນານ ຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ເຊິ່ງ ສະຫາຍ ນາງ ສິຣິພອນ ຄູຫາເທບ ແມ່ນຜູ້ໜຶ່ງທີ່ມີຄຸນງາມຄວາມດີ ແລະ ຜົນ ງານຢ່າງຫລວງຫລາຍ ຕໍ່ຂະແໜງການຕ່າງປະເທດ ໃນໄລຍະຜ່ານມາ ເປັນຕົ້ນ ໄດ້ຮັບການແຕ່ງຕັ້ງເປັນພະນັກງານນຳພາ-ຄຸ້ມຄອງຂັ້ນຕ່າງໆ. ນອກນັ້ນ, ຍັງເຄີຍໄປປະຈຳການຢູ່ຕ່າງປະເທດ ເຊິ່ງເປັນຮອງຫົວໜ້າສຳນັກງານການທູດ ສປປ ລາວ ປະຈຳ ສິງກະໂປ.

ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ກ່າວວ່າ: ການອອກພັກຜ່ອນຮັບອຸດໜູນ-ບຳນານ ໝາຍເຖິງກຽດອັນສູງສົ່ງຂອງພະນັກງານ ທີ່ໄດ້ເຮັດສຳເລັດໜ້າທີ່ການປະຕິວັດ ຢ່າງສຸດກົກສຸດປາຍ, ເປັນການປະຕິ ບັດນະໂຍບາຍຂອງພັກ-ລັດ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ຕໍ່ພະນັກງານທີ່ມີ ຄຸນງາມຄວາມດີ, ເຮັດສຳເລັດການປະຕິວັດ ແລະ ໜ້າທີ່ການເມືອງ ທັງເປັນກົດເກນທີ່ພະນັກງານ ທຸກຂັ້ນຕ້ອງໄດ້ຮັບການຈັດຕັ້ງປະຕິບັດ.

ຂ່າວ-ພາບ: ຄຕພ
KPL

ຂ່າວອື່ນໆ

ads
ads

Top