ຂປລ
ຂປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວ ໃນ ສປປ ລາວ (ແກມຊິວ) ເນັ້ນໃຫ້ສື່ມວນຊົນ ໃນແຕ່ລະທ້ອງຖິ່ນ ເວົ້າລວມພາຍໃນທົ່ວປະເທດ ເຜີຍແຜ່ຂໍ້ມູນຂ່າວສານດ້ານສິ່ງແວດລ້ອມໃຫ້ຫລາຍຂຶ້ນ ແລະ ເຂົ້າເຖິງທຸກກຸ່ມເປົ້າໝາຍ ແນໃສ່ປຸກລະດົມທົ່ວສັງຄົມ ຫັນມາເອົາໃຈໃສ່ໃນການຮັກສາສິ່ງແວດລ້ອມ.

ທ່ານ ນາງ ບົວຄໍາ ດວງປັນຍາ ຫົວໜ້າໂຄງການແກມຊີວ ອົງການແຄຣນາໆຊາດ ປະຈໍາ ສປປ ລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ແຂວງສາລະວັນ ເມື່ອບໍ່ດົນມານີ້ວ່າ: ພາຍຫລັງການຝຶກອົບຮົມແລ້ວ ບັນດານັກສຳມະນາກອນ ໄດ້ຄົນຄົ້ນບົດຮຽນກ່ຽວກັບການນຳໃຊ້ສື່ດີຈິຕອນ ເຂົ້າມາຊ່ວຍຜະລິດຂ່າວ, ອອກແບບ ໂປສະເຕີ, ກຣາບຟິກ, ຕັດຕໍ່ວີດີໂອ ສ້າງຄວາມດຶງດູດສົນໃຈຜູ້ອ່ານ, ຜູ້ຊົມ ເປັນຕົ້ນ ການນຳໃຊ້ໂປຣແກຣມແຄນວາ (CANVA), ແຄັບຄັດ (Capcut) ແລະ ນຳໃຊ້ປັນຍາປະດິດ (AI) ສາມາດຜະລິດຂ່າວໄດ້ວ່ອງໄວ, ມີປະສິດທິພາບ. ນອກຈາກບົດຮຽນທັງພາກທິດສະດີແລ້ວ, ຍັງໄດ້ເນັ້ນໃຫ້ບັນດາ ສໍາມະນາກອນ ໄດ້ປະຕິບັດຕົວຈິງ ເປັນປັດໄຈສໍາຄັນ ໃນການທົດສອບຄວາມສາມາດ, ຖອດຖອນບົດຮຽນ, ແລກປ່ຽນເຊິ່ງກັນ ໂດຍໄດ້ລົງເຄື່ອນໄຫວ ຢູ່ 2 ຈຸດຄື: ເມືອງປາກຊ່ອງ 2 ຫົວຂໍ້ທີ່ສໍາຄັນ: ການເສວະນາກາເຟ ໂດຍເນັ້ນເຖິງການຮັກສາສິ່ງແວດລ້ອມ, ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການສ້າງຄວາມອາດ ສາມາດໃຫ້ແກ່ແມ່ຍິງ; ຈຸດທີ 2 ແມ່ນສວນຜັກສະອາດອາໂກຣຟາມ ຜະລິດພືດຜັກປອດສານພິດ, ເຊິ່ງໃນສອງຈຸດນີ້ ແມ່ນຕິດພັນກັບການພັດທະນາສີຂຽວ ແລະ ຍືນຍົງ. ການລົງປະຕິບັດກິດຈະກໍາ ຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເລັ່ງໃສ່ໃຫ້ສໍາມະນາກອນ ໄດ້ຜະລິດຂ່າວ ກ່ຽວກັບບັນຫາສີຂຽວ ຫລື ການພັດທະນາ ທີ່ເປັນມິດກັບສິ່ງແວດລ້ອມ.

ທ່ານ ນາງ ເບ ລັດຕະນາ ນັກຂ່າວໂທລະພາບແຂວງຈໍາປາສັກ ໄດ້ສະແດງທັດສະນະວ່າ: ໂຄງການ ແກມຊິວ ໄດ້ໃຫ້ຄວາມຮູ້ທີ່ສຳຄັນຫລາຍດ້ານ ໂດຍສະເພາະ ມີຊ່ຽວຊານຈາກຕ່າງປະເທດ ມາໃຫ້ຄວາມຮູ້, ທັກສະໃໝ່ໃນການນໍາສື່ດີຈິຕອນ ເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບບັນຫາສິ່ງແວດລ້ອມ ແລະ ການຜະລິດຂ່າວ ໃຫ້ມີຄຸນນະພາບ ເພື່ອສະໜອງຂ່າວສານດ້ານສິ່ງແວດລ້ອມ ໃຫ້ກັບສັງຄົມ ນັບມື້ຫລາຍຂຶ້ນ ແລະ ຕົນເອງຈະນຳເອົາຄວາມຮູ້ດັ່ງກ່າວ ໄປໜູນໃຊ້ເຂົ້າໃນວຽກງານຕົວຈິງ ທີ່ຕົນເອງຮັບຜິດຊອບ ກໍຄືຢູ່ອົງກອນໃຫ້ເກີດປະໂຫຍດສູງສຸດ.

ຂ່າວ-ພາບ: ວິໄລວອນ ສິດທິໄຊ
KPL